Skip to main content

ສກຂ ຄໍາມ່ວນ ຖອດຖອນບົດຮຽນກິດຈະກໍາໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ”

28/01/2026
ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດກິດຈະກຳໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ ແລະ ສືບຕໍ່ຮຽນໃຫ້ຈົບ” ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ຫ້ອງປະຊຸມຂອງພະແນກ ສກຂ ແຂວງ, ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກ ສກຂ ຄໍາມ່ວນ ພ້ອມຄະນະ, ມີບັນດາຄະນະຮັບຜິດຊອບໂຄງການ, ຜູ້ຕາງໜ້າຈາກ ສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ເພື່ອຕີລາຄາຄືນຜົນສຳເລັດ, ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການລົງເຄື່ອນໄຫວຈັດຕັ້ງປະຕິບັດກິດຈະກຳໃນໄລຍະຜ່ານມາ. ໂຄງການ “ນໍານ້ອງກັບຄືນສູ່ໂຮງຮຽນ” ແມ່ນໂຄງການບູລິມະສິດທີ່ສຸມໃສ່ການເກັບກຳຂໍ້ມູນນັກຮຽນທີ່ປະລະການຮຽນ, ວິເຄາະສາເຫດ ແລະ ເຂົ້າໄປຊ່ວຍເຫຼືອໂດຍກົງ ເພື່ອຊຸກຍູ້ໃຫ້ເຂົາເຈົ້າໄດ້ມີໂອກາດກັບມາຮຽນໜັງສືຄືນໃໝ່.
ສົກຮຽນ 2025-2026 ມີໂຮງຮຽນປະຖົມສຶກສາ ທັງໝົດ 616 ແຫ່ງ ທຽບໃສ່ສົກຮຽນ 2024-2025 ຫຼຸດລົງ26 ແຫ່ງ, ມີຈໍານວນນັກຮຽນທັງໝົດ ຕົ້ນປີ: 40,762 ຄົນ, ຍິງ 20,060 ຄົນ, ທຽບໃສ່ສົກຮຽນ 2024-2025 ຫຼຸດລົງ1,130 ຄົນ, ຍິງ 412 ຄົນ; (ໃນນັ້ນ, ມີນັກຮຽນພາກເອກະຊົນ 2,417 ຄົນ, ຍິງ 1,158 ຄົນ, ຄິດເປັນສ່ວນຮ້ອຍ 5.92 %, ທຽບໃສ່ສົກຮຽນ 2024-2025 ເພີ່ມຂຶ້ນ 111 ຄົນ, ຍິງ 26 ຄົນ).
ມີໂຮງຮຽນມັດທະຍົມສຶກສາ ທັງໝົດ 140 ແຫ່ງ, ທຽບໃສ່ສົກຮຽນ 2024-2025 ຫຼຸດລົງ 01 ແຫ່ງ (ໂຈະໂຮງຮຽນ ມຕ ປາກຊິມັງ), ໃນນັ້ນ ມີໂຮງຮຽນເອກະຊົນ ທັງໝົດ 06 ແຫ່ງ, ມີຈໍຳນວນນັກຮຽນມັດທະຍົມສຶກສາທັງ ໝົດແຕ່ ມ1-ມ7 ຕົ້ນປີ: 27,342 ຄົນ, ຍິງ 13,949 ຄົນ, ທຽບໃສ່ສົກຮຽນ 2024-2025 ເພີ່ມຂຶ້ນ 718 ຄົນ, ຍິງ 326 ຄົນ (ຈໍານວນນັກຮຽນເອກະຊົນ 708 ຄົນ, ຍິງ 346 ຄົນ ກວມ 2,58 %, ທຽບໃສ່ສົກຮຽນ 2024-2025 ເພີ່ມຂຶ້ນ 178 ຄົນ, ຍິງ 72 ຄົນ).
ໃນພິທີ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກ ສກຂ ແຂວງ ໄດ້ກ່າວເນັ້ນໜັກວ່າ: “ບັນຫານັກຮຽນປະລະການຮຽນ ແມ່ນສິ່ງທ້າທາຍໃຫຍ່ຂອງຂະແໜງການພວກເຮົາ ເຊິ່ງມີສາເຫດມາຈາກທັງສະພາບເສດຖະກິດ ແລະ ປັດໄຈຄອບຄົວ. ໂຄງການນີ້ບໍ່ພຽງແຕ່ແມ່ນການມອບເຄື່ອງຂອງເທົ່ານັ້ນ, ແຕ່ແມ່ນການສ້າງທັດສະນະຄະຕິໃໝ່ໃຫ້ແກ່ຜູ້ປົກຄອງ ແລະ ຊຸມຊົນ ໃຫ້ເຫັນຄວາມສຳຄັນຂອງການສຶກສາ. ບົດຮຽນທີ່ພວກເຮົາຖອດຖອນໄດ້ໃນມື້ນີ້ ຈະເປັນເຂັມທິດສຳຄັນໃນການປັບປຸງແຜນງານໃຫ້ມີປະສິດທິພາບກວ່າເກົ່າ.”
ກອງປະຊຸມຍັງໄດ້ມີການສົນທະນາແລກປ່ຽນກ່ຽວກັບວິທີການເຮັດວຽກຮ່ວມກັບອຳນາດການປົກຄອງບ້ານ ເພື່ອຕິດຕາມນັກຮຽນຢ່າງໃກ້ຊິດ ບໍ່ໃຫ້ກັບໄປປະລະການຮຽນຊ້ຳອີກ, ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ເພື່ອຂະຫຍາຍກິດຈະກຳໃຫ້ຄຸມທົ່ວທຸກເມືອງພາຍໃນແຂວງຄໍາມ່ວນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ