ເປີດປ້າຍ ໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເປັນໂຮງຮຽນຕົວແບບຄຸນນະພາບ
ພິທີເປີດປ້າຍໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມ ມີນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເມື່ອວັນທີ 26 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ດາວວອນ ສິມມາລາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊທານີ, ທ່ານ ນາງ ໄພທູນ ວົງໄຊ ຜູ້ອຳນວຍການໂຮງຮຽນມີນາ ພ້ອມດ້ວຍອະດີດຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມພາກເອກະຊົນເມືອງ, ຂະແໜງການ, ໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຕາງໜ້າຈາກໂຮງຮຽນອ້ອມຂ້າງ ຕະຫຼອດຮອດພະນັກງານ ຄູອາຈານ ແລະ...








