ສສກ ປະດັບຫຼຽນກາແຮງງານ ໃຫ້ແກ່ພະແນກສຶກສາ ແຂວງຈຸງຈອງນຳໂດ ສ.ເກົາຫຼີ
ໃນວັນທີ 17 ທັນວາ 2025 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍໃຫ້ແກ່ພະແນກສຶກສາ ແຂວງຈຸງຈອງນຳໂດ ສ.ເກົາຫຼີ, ໃຫ້ກຽດປະດັບໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍ ທ່ານ ແບັກ ວອນ ຄິວ (Baek Won-kyu) ເລຂາທິການຜູ້ຊີ້ນຳວຽກສຶກສາແຂວງຈຸງຈອງນຳໂດ ສ.ເກົາຫຼີ ພ້ອມດ້ວຍຄະນະຈາກພະແນກສຶກສາທິການແຂວງຈຸງຈອງນຳໂດ ມີຫົວໜ້າກົມ, ຮອງກົມ, ຮອງຫົວໜ້າພະແນກ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ...








