ກຸ່ມການສຶກສາ 1 ເມືອງສີໂຄດຕະບອງ ຈັດກິດຈະກໍາຖາມ-ຕອບວິທະຍາສາດຊັ້ນປະຖົມສຶກສາ ສົກຮຽນ 2025-2026
22/12/2025

ກຸ່ມການສຶກສາ 1 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກໍາຖາມ-ຕອບ ວິທະຍາສາດປະຈໍາສົກຮຽນ 2025-2026 ເມື່ອບໍ່ດົນມານີ້ ທີ່ໂຮງຮຽປະຖົມໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນນໍາ ທອງແກມ ຮອງຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນ ຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ, ທ່ານ ວົງຈັນ ສຸດາວົງ ປະທານກຸ່ມການສຶກສາ 1 ເມືອງສີໂຄດຕະບອງ ທັງເປັນຜູ້ອໍານວຍການໂຮງຮຽນປະຖົມໜອງບົວທອງເໜືອ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ອໍານວຍການ, ຄະນະຄູນໍາພາ ແລະ ນ້ອງນັກຮຽນຜູ້ເຂົ້າຮ່ວມແຂ່ງຂັນຈາກ 13 ໂຮງຮຽນພາຍໃນກຸ່ມການສຶກສາ 1 ຕະຫຼອດຮອດແຂກຖືກເຊີນ ແລະ ໝູ່ເພື່ອນນ້ອງນັກຮຽນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ວົງຈັນ ສຸດາວົງ ປະທານກຸ່ມການສຶກສາ 1 ໄດ້ກ່າວໃຫ້ຮູ້ວ່າ: ກິດຈະກຳຄັ້ງນີ້ຈັດຂຶ້ນໂດຍປະຕິບັດຕາມທິດທາງແຜນການຂອງຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງວາງອອກທັງນີ້ກໍເພື່ອເປັນການສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນລະຫວ່າງນັກຮຽນ, ຄູອາຈານ ພາຍໃນກຸ່ມ ທັງເປັນການປູກຈິດສໍານຶກໃຫ້ນ້ອງນັກຮຽນຮັກການຮຽນ ແລະ ເຜີຍແຜ່ຄວາມຮູ້ໃຫ້ໝູ່ເພື່ອນດ້ວຍກັນ.
ການແຂ່ງຂັນຄັ້ງນີ້ມີໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນ ທັງໝົດ 13 ແຫ່ງ ທີ່ຂຶ້ນກັບກຸ່ມການສຶກສາ 1 ເມືອງສີໂຄດຕະບອງ, ແຕ່ລະໂຮງຮຽນມີຕົວແທນເຂົ້າຮ່ວມແຂ່ງຂັນ ໂຮງຮຽນລະ 3 ນ້ອງ, ແຂ່ງຂັນ 2 ຮອບ ຜ່ານການແຂ່ງຂັນເຫັນວ່າ: ໂຮງຮຽນຊ້າງນ້ອຍ ສາມາດຍາດໄດ້ອັນດັບທີ 1, ສ່ວນ ອັນດັບທີ 2 ມີ 2 ລາງວັນໄດ້ແກ່ ໂຮງຮຽນເທບທິດາ ແລະ ໂຮງຮຽນວັນນະພາ ເປັນໂຮງຮຽນເອກະຊົນທັງ 3 ໂຮງຮຽນ ສໍາລັບໂຮງຮຽນທີ່ໄດ້ລາງວັນຊະນະເລີດອັນດັບທີ 1 ຈະໄດ້ເປັນຕົວແທນຂອງກຸ່ມການສຶກສາ 1 ໃນການເຂົ້າຮ່ວມແຂ່ງຂັນ ຖາມ-ຕອບວິທະຍາສາດປະຈຳສົກຮຽນ 2025-2026 ຂັ້ນເມືອງ ແລະ ຂັ້ນຕໍ່່ໄປ














