Skip to main content

ມສ ວຽງຈັນ ຈັດກິດຈະກຳໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ

18/12/2025
ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ຈັດກິດຈະກຳໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ປະຈຳປີ 2025 ໄດ້ມີຂຶ້ນໃນວັນທີ 16 ທັນວາ 2025 ທີ່ສະໂມສອນໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຈັນທະວົງ ປັນຍາສິລິ ຄະນະພັກ, ຫົວໜ້າກົມກວດກາ, ຮອງປະທານກວດກາກະຊວງ ທັງເປັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ, ມີບັນດາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບກິດຈະກຳ, ຄະນະອໍານວຍການ, ຄູອາຈານ, ນ້ອງໆນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ສະຫາຍ ປອ ຈັນທະວົງ ປັນຍາສິລິ ໄດ້ມີຄຳເຫັນຊີ້ນຳຕໍ່ກິດຈະກຳດັ່ງກ່າວວ່າ: ໃນໄລຍະທີ່ຜ່ານມາ ກິດຈະກຳ ນ້ອງຢາກເປັນວິທະຍາສາດ ໄດ້ດຳເນີນຈັດຕັ້ງປະຕິບັດ ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ປຸກຈິດສຳນຶກທາງດ້ານວຽກງານໃນຂະແໜງວິທະຍາສາດໃຫ້ແກ່ນັກຮຽນ, ນັກສຶກສາ ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງກວ້າງຂວາງ ດ້ວຍຮູບການລົງເຜີຍແຜ່ບັນດາໂຮງຮຽນ ທັງພາກລັດ ແລະ ເອກະຊົນ ເຫັນວ່າມີຜົນຕອບຮັບເປັນຢ່າງດີ. ພາຍຫຼັງມີການປັບປຸງກົງຈັກການຈັດຕັ້ງ ໂດຍໂຮມເອົາວຽກງານວິທະຍາສາດ ມາຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ນັບທັງອົງການຈັດຕັ້ງຊາວໜຸ່ມ; ເພື່ອເປັນການສືບຕໍ່ກິດຈະກຳດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມສຳຄັນທາງດ້ານວຽກງານວິທະຍາສາດທີ່ຕິດພັນກັບການສຶກສາຮຳ່ຮຽນ, ເສີມທັກສະຫົວຄິດປະດິດສ້າງ, ໃຫ້ຂໍ້ມູນໃໝ່ໆທີ່ມີຫຼັກວິທະຍາສາດຂອງນັກຮຽນ ນັກສຶກສາ ຊຶ່ງທີ່ຈະເປັນກຳລັງແຮງໃນອະນາຄົດຂອງປະເທດຊາດ. ນອກຈາກນັ້ນ ຍັງໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນໃນການຍົກລະດັບຄວາມຮູ້, ຄວາມສາມາດ, ຊອກທຸກເງື່ອນໄຂ ເພື່ອໃຫ້ມີຄວາມຮັບຜິດຊອບໃນການພັດທະນາຕົນເອງ ໃຫ້ເປັນນັກວິທະຍາສາດໜຸ່ມນ້ອຍໃນສະເພາະໜ້າ ແລະ ຍາວນານ; ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ຈຶ່ງເປັນການຈັດຕັ້ງໜຶ່ງທີ່ມີຄວາມຮັບຜິດຊອບພັດທະນາສະມາຊິກຊາວໜຸ່ມ, ໄວໜຸ່ມ ໃນຂົງເຂດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມີຄວາມສົນໃຈຈັດຕັ້ງປະຕິບັດ ກິດຈະກຳ “ໂຄສະນາປຸກຈິດສຳນຶກໃຫ້ແກ່ຊາວໜຸ່ມ ນັກຮຽນ, ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ປີ 2025” ຊຶ່ງໄດ້ຮັບການສະໜັບສະໜູນໂດຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ໂດຍຈຸດປະສົງ ເພື່ອປຸກຈິດສຳນຶກໃຫ້ແກ່ຊາວໜຸ່ມ ນັກຮຽນ, ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ຢູ່ບັນດາໂຮງຮຽນມັດທະຍົມສຶກສາສົມບູນ ພາຍໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມຮູ້ພຶ້ນຖານທາງດ້ານວິທະຍາສາດ, ຈັດການແຂ່ງຂັນຖາມ-ຕອບ ກ່ຽວກັບວຽກງານວິທະຍາສາດ ແລະ ຈະໄດ້ສອບຖາມຄວາມຄິດເຫັນ ຈາກນັກຮຽນກ່ຽວກັບການຢາກເປັນນັກວິທະຍາສາດໃນອະນາຄິດ.
ສຳລັບການຈັດກິດຈະກຳໃນມື້ນີ້, ແມ່ນຈະໄດ້ຮັບຟັງການລາຍງານສະພາບການຈັດການຮຽນການສອນຂອງໂຮງຮຽນ ມສ ວຽງຈັນ, ຄວາມເປັນມາໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳ, ຄວາມຮູ້ພຶ້ນຖານດ້ານວິທະຍາສາດຕໍ່ກັບການພັດທະນາໄວໜຸ່ມ, ຈັດການແຂ່ງຂັນຖາມ-ຕອບ ທາງດ້ານວິທະຍາສາດຊີງຫຼຽນລາງວັນ ແລະ ເງິນສົດ ແລະ ຕອບແບບສອບຖາມຄວາມຄິດເຫັນຈາກນັກຮຽນກ່ຽວກັບການຢາກເປັນນັກວິທະຍາສາດໃນອະນາຄົດ ອີກດ້ວຍ.
ພາບ-ຂ່າວ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ