Skip to main content

ຄະນະຜູ້ແທນ ສສກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ

16/12/2025
ໃນຕອນບ່າຍວັນທີ 15 ທັນວາ 2025 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງໝົດ 12ທ່ານ ນຳໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ອອກເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ທັນວາ 2025 ຊຶ່ງໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໃນການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງຖືເປັນຄັ້ງທໍາອິດຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ພາຍຫຼັງທີ່ທ່ານໄດ້ຮັບຕຳແໜ່ງເປັນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ເປັນການເຄື່ອນໄຫວຕ່າງປະເທດທີ່ສໍາຄັນ ເພາະມີຂຶ້ນໃນທ້າຍສະໄໝ ແລະ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງພັກແຕ່ລະປະເທດ ໃນຕົ້ນປີ 2026 ທີ່ຈະມາເຖິງນີ້ ເວົ້າລວມ, ເວົ້າສະເພາະແມ່ນໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນເກີດປະທານໂຮ່ຈິມິນ ຄົບຮອບ 135 ປີ ສິ່ງດັ່ງກ່າວເປັນການສະແດງເຖິງສາຍພົວພັນພິເສດ ລະຫວ່າງສອງປະເທດ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຢ່າງແທ້ຈິງ.
ໃນໄລຍະເຄື່ອນໄຫວຢ້ຽມຢາມຫວຽດນາມ ຄັ້ງນີ້, ຄະນະຜູ້ແທນ ສສກ ຈະໄດ້ເຂົ້າພົບປະກັບ ທ່ານ ເລ ຮວຍ ຈຸງ ເລຂາສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ຮ່ວມປຶກສາຫາລືກັບບັນດາວຽກງານທີ່ກ່ຽວຮ່ວມກັບ 3 ກະຊວງຂອງ ສສ ຫວຽດນາມ ຄື: ກະຊວງສຶກສາທິການ ແລະ ກໍ່ສ້າງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ອີກດ້ວຍ.
ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ