ເປີດປ້າຍໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ຮຸ່ງເຮືອງ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ
16/12/2025

ພິທີເປີດປ້າຍ ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ຮຸ່ງເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ເປັນໂຮງຮຽນຕົວແບບຄຸນນະພາບ ນວ ຈັດຂຶ້ນວັນທີ 12 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ຟອງສະໝຸດ ຕຸລາຄົມ ຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ພ້ອມດ້ວຍຜູ້ປະກອບການ, ແຂກຖືກເຊີນ, ຄະນະຜູ້ອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ວັນວິໄລ ເຜີຍສີຣິ ຮອງຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນ ຮຸ່ງເຮືອງ ເປັນໂຮງຮຽນພາກເອກະຊົນ ຕັ້ງຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ ເລີ່ມຈັດຕັ້ງການຮຽນການສອນ ມາແຕ່ປີ 2004 ເປັນຕົ້ນມາ, ປັດຈຸບັນ ມີຄູອາຈານ ທັງໝົດ 101 ຄົນ, ຍິງ 70 ຄົນ, ຄູອະນຸບານ 23 ຄົນ, ມີນັກຮຽນທັງໝົດ 1.981 ຄົນ, ຍິງ 944 ຄົນ. ໃນນັ້ນ, ນັກຮຽນອະນຸບານ 328 ຄົນ, ຍິງ 152 ຄົນ, ມີຫ້ອງຮຽນທັງໝົດ 71 ຫ້ອງ, ຫ້ອງຮຽນອະນຸບານມີ 13 ຫ້ອງ, ເປັນໂຮງຮຽນໃຫຍ່ໄດ້ມາດຕະຖານ ມີລະບົບບໍລິຫານຈັດການຄຸ້ມຄອງຄົບຊຸດ.
ຜ່ານການກວດກາ ຕິດຕາມປະເມີນຜົນຂອງຄະນະກຳມະການໃນບັນດາມາດຕະຖານຂອງໂຮງຮຽນຕົວແບບຄຸນນະພາບຂອງ ນວ ເຫັນວ່າໂຮງຮຽນແຫ່ງດັ່ງກ່າວ ມີເງື່ອນໄຂຄົບຖ້ວນໃນບັນດາມາດຕະຖານທີ່ວາງໄວ້ ແລະ ອີງໃສ່ຂໍ້ຕົກລົງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນ ໂຮງຮຽນຕົວແບບ-ຄຸນນະພາບ ສຳລັບການສຶກສາກ່ອນໄວຮຽນ ສົກຮຽນ 2024-2025 ແລະ ກອງປະຊຸມຕັດສິນ ຜົນການປະເມີນໂຮງຮຽນ ຕົວແບບຄຸນນະພາບ ໃນຄັ້ງວັນທີ 6 ພຶດສະພາ 2025 ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຕົກລົງເຫັນດີ ມອບໃບຢັ້ງຢືນ ແລະ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບ.
ຈາກນັ້ນ, ບັນດາຄະນະປະທານ ແລະ ແຂກເຂົ້າຮ່ວມງານ ກໍ່ໄດ້ເລາະຢ້ຽມຊົມບູດວາງສະແດງ ແລະ ລັ່ນຄ້ອງ ພ້ອງເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂຶ້ນຢ່າງເປັນທາງການ.
ຂ່າວໂດຍ: ບົວລະພາ














