Skip to main content

Author: Mitlandone Thepninhom

ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ປະຈໍາປີ 2026 ໃນລະຫວ່າງວັນທີ 1-2 ທັນວາ 2025, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ...

Continue reading

ນາຍົກລັດຖະມົນຕີ ພົບປະກັບ ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ວັນທີ 1 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ໂຕ ເລິມ ​ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະເປັນປະທານຮ່ວມກອງປະຊຸມພົບປະສອງກົມການເມືອງ ລາວ-ຫວຽດນາມ ລະຫວ່າງວັນທີ 1-2 ທັນວາ 2025. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ໂຕ ເລີມ...

Continue reading

ສສກ ປະດັບຫຼຽນກາລະນຶກ 50 ປີ ໂອກາດວັນສະຖາປະນາ ສປປ ລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມພັດທະນາວຽກງານໃນຂະແໜງການສຶກສາຂອງລາວໃຫ້ນັບມື້ພັດທະນາຂຶ້ນເທື່ອລະກ້າວ. ພິທີປະດັບຫຼຽນກາລະນຶກດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ,...

Continue reading

ສສກ ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ເພື່ອເຮັດໃຫ້ວຽກງານການສຶກສາເດີນແມ່ນແລ່ນສະດວກ, ມີຄຸນນະພາບ, ເໝາະສົມ ແລະ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ, ວ່າການແທນຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ,...

Continue reading

ວັນສະຖາປະນາ ສປປ ລາວ ເປັນວັນແຫ່ງຄວາມສໍາຄັນຂອງປວງຊົນລາວທັງຊາດ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ VI ແຂວງຫຼວງພະບາງ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຮູ້ສຶກ ໃນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການຕໍ່ສູ້ຂອງຊາດລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສໄດ້ສໍາເລັດພາລະກິດ ແລະ ໜ້າທີ່ອັນມີກຽດຂອງຕົນ ໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ...

Continue reading

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ

ຕອນເຊົ້າວັນທີ 27 ພະຈິກ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920- 13/12/2025), ໂດຍມີຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນຢ່າງສົມກຽດ. ເຂົ້າຮ່ວມໃນພິທີ,ຝ່າຍຫວຽດນາມ ມີ ສະຫາຍ ເລືອງ ເກື່ອງ...

Continue reading

“ຕ໋ອງ ທອງຄຳ” ຄວ້າ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ສ້າງປະຫວັດສາດໃຫ້ທັບກິລາຄົນພິການລາວ ແລ່ນ-ລານ ຊີງແຊ໋ມນານາຊາດ ທີ່ປະເທດໄທ

ທ້າວ ຕ໋ອງ ທອງຄຳ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ຄວ້າ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ຈາກປະເພດຊຸກນ້ຳໜັກ, ຊັດຫຼາວ ແລະ ແກວ່ງຈານ ສ້າງຜົນງານຄັ້ງປະຫວັດສາດ ໃຫ້ທັບກິລາຄົນພິການລາວ ໃນການແຂ່ງຂັນກິລາແລ່ນ-ລານຄົນພິການ ຊີງແຊ໋ມນານາຊາດ ທີ່ນະຄອນຣາຊະສີມາ ປະເທດໄທ. ການແຂ່ງຂັນກິລາແລ່ນ-ລານຄົນພິການນາໆຊາດ ຢູ່ທີ່ ນະຄອນຣາຊະສີມາ ປະເທດໄທ ໃນລະຫວ່າງວັນທີ 21-27 ພະຈິກ 2025 ມີ 7 ປະເທດເຂົ້າຮ່ວມແຂ່ງຂັນ ສະເພາະສປປ ລາວ ແມ່ນສົ່ງເຂົ້າຮ່ວມຈຳນວນ 6 ຄົນ, ຄະນະຄູຝຶກ 2 ຄົນ ແລະ ນັກກິລາ 4 ຄົນ. ທັບນັກກິລາຄົນພິການລາວ ລົງແຂ່ງຂັນ 8 ລາຍການ ປະເພດແລ່ນ 100 ແມັດຊາຍ, ແລ່ນ 400...

Continue reading

ມສ ລະຄອນສີ ເມືອງລະຄອນເພັງ ຊະນະເລີດ ການປະກວດສິລະປະ ບົດຟ້ອນ “ວິຖີຊີວິດຊາວນາ” ສະຫຼອງ 2 ວັນປະຫັວດສາດຂອງຊາດ

ໃນຄໍ່າຄືນວັນທີ 27 ພະຈິກ 2025 ທີ່ເດີ່ນສະໜາມແດງຂອງແຂວງສາລະວັນ ໄດ້ຈັດການປະກວດສິລະປະ ໃນງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທຳ-ລຳວົງສາລະວັນ ແລະ ງານສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ແລະ ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີບັນດາຄະນະນຳຂອງແຂວງ, ພະແນກການ, ອົງການທຽບເທົ່າ ພ້ອມດ້ວຍມວນຊົນເຂົ້າຮ່ວມຊົມ...

Continue reading