ສສກ ປະກາດພະນັກງານອອກພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ
01/12/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະກາດພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ເພື່ອເຮັດໃຫ້ວຽກງານການສຶກສາເດີນແມ່ນແລ່ນສະດວກ, ມີຄຸນນະພາບ, ເໝາະສົມ ແລະ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ, ວ່າການແທນຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ, ລັດວິສາຫາກິດອຸປະກອນການສຶກສາ, ໂຮງພິມສຶກສາ, ຜູ້ອຳນວຍການວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດັ່ງກ່າວ, ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານຂັ້ນຫົວໜ້າກົມ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນລັດຖະມົນຕີ ສສກ ຈໍານານ 2 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດອະນຸມັດໃຫ້ ທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ກະຊວງສຶກສາທິການ ແລະ ກິລາ ເຂົ້າສັງກັດລັດວັນທີ 01/09/1987 ລວມອາຍຸການ 38 ປີ ອອກພັກການຮັບອຸດໜູນບໍານານ ແລະ ອະນຸມັດໃຫ້ ທ່ານ ປອ ໄກຍະສອນ ນະວະມານ ຫົວໜ້າສະຖາບັນ ພັດທະນາການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ເຂົ້າສັງກັດລັດວັນທີ 15/8/1984 ລວມອາຍຸການ 41 ປີ ອອກພັກການຮັບອຸດໜູນບໍານານ.
ພ້ອມດຽວກັນນັ້ນ, ຍັງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ປະເພດ 2 ທັງໝົດ 6 ທ່ານ ໂດຍນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງທ່ານ ປອ ຫຼ້າວັນ ວົງຄໍາສານ ເປັນຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ແຕ່ງຕັ້ງທ່ານ ປອ ນາງ ສິລິນທອນ ສັກລໍຄຳ ເປັນຜູ້ອຳນວຍການສູນສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສຽງໃຕ້ ກະຊວງສຶກສາທິການ ແລະ ກິລາ, ແຕ່ງຕັ້ງ ທ່ານ ແສງສະເດັນ ບຸນລາວົງ ເປັນຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ແຕ່ງຕັ້ງທ່ານ ລໍາພູນ ຫຼວງໄຊ ເປັນຜູ້ອຳນວຍການສະຖາບັນພັດທະນາການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ແຕ່ງຕັ້ງທ່ານ ຈັນທະວົງ ປັນຍາສິລິ ເປັນຫົວໜ້າກົມກວດກາ ກະຊວງສຶກສາທິການ ແລະ ກິລາ ແລະ ແຕ່ງຕັ້ງທ່ານ ໄກສອນ ເພັງໂສພາ ເປັນຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ທີ່ພະນັກງານທີ່ພັກການຮັບອຸດບໍານານ ຈຳນວນ 2 ທ່ານໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາຂອງພວກເຮົາ ລ້ວນແລ້ວເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານໃນຂະແໜງການສຶກສາໃຫ້ມີຜົນສຳເລັດຫຼາຍຂຶ້ນ ແລະ ທ່ານຍັງເປັນຜູ້ທີ່ມີປະສົບການສູງທີ່ຊ່ວຍປະກອບສ່ວນສ້າງຄວາມເປັນແບບຢ່າງໃນຖັນແຖວຄູ-ອາຈານ, ສະມາຊິກພັກ ແລະ ພະນັກງານເຮົາ ມາຮອດວາລະນີ້ທ່ນທັງສອງກໍໄດ້ພ້ອມກັນເຮັດໜ້າທີ່ຂອງຕົນເອງສຳເລັດແລ້ວ.
ເຖິງຢ່າງໃດກໍຕາມ
ເຖິງພວກທ່ານຈະພັກການຮັບອຸດໜູນບໍານານໄປແລ້ວກໍຂໍໃຫ້ໄປມາຫາສູ່ ແລະ ເປັນທີ່ປຶກໃຫ້ກັບຮຸ້ນສືບທອດວຽກງານໃນຂະແໜງການສຶກສາຂອງພວກເຮົາໃນເວລາຈຳເປັນ. ສ່ວນຜູ້ທີ່ໄດ້ຮັບການແຕ່ງໃໝ່ກໍຂໍໃຫ້ພ້ອມກັນສືບຕໍ່ໜ້າວຽກຕໍ່ໄປ, ຊຶ່ງທຸກໆຂະແໜງການກໍ່ຕ້ອງມີການຊັບຊ້ອນປັບປຸງວຽກງານຄືນໃໝ່ ເພື່ອໃຫ້ແທດເໝາະກັບໜ້າທີ່ວຽກງານ ແລະ ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ກໍ່ຂໍໃຫ້ພ້ອມກັນຮີບຮ້ອນສ້າງເອກະສານມອບ-ຮັບໜ້າທີ່ວຽກງານຢ່າງລະອຽດ, ແບ່ງຄວາມຮັບຜິດຊອບວຽກງານພາຍໃນໃຫ້ສອດຄ່ອງ ເພື່ອຄວາມເປັນເອກະພາບກັນພາຍໃນກົມກອງຂອງຕົນຮັບຜິດຊອບ, ຊຶ່ງການປັບປຸງວຽກງານດັ່ງກ່າວ ກໍເພື່ອແນໃສ່ເຮັດໃຫ້ວຽກງານການສຶກສາພາຍໃນ ສສກ ມີຄຸນນພາບ, ມີການຫັນປ່ຽນໃໝ່ໃຫ້ຈະແຈ້ງ ເຮັດໃຫ້ວຽກງານຕ່າງໆເດີນແມ່ນແລ່ນສະດວກ ແລະ ໄດ້ຮັບຄຸນນະພາບສູງຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ບົວລະພາ


















