ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ
01/12/2025

ຕອນເຊົ້າວັນທີ 27 ພະຈິກ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920- 13/12/2025), ໂດຍມີຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສສ ຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ນະຄອນຫຼວງຮ່າໂນ້ຍ ຈັດຂຶ້ນຢ່າງສົມກຽດ.
ເຂົ້າຮ່ວມໃນພິທີ,ຝ່າຍຫວຽດນາມ ມີ ສະຫາຍ ເລືອງ ເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ນົງ ດຶກ ແມັງ ອະດີດເລຂາທິການໃຫຍ່, ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ຫງວຽນ ຢຸຍ ຫງອກ ເລຂາພັກຄະຄອນຫຼວງ ຮ່າໂນ້ຍ, ສະຫາຍ ຈິ້ງ ວັນ ກວຽດ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍສູນກາງ, ສະຫາຍ ເລ ຮວ່າຍ ຈຸງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ຫງວຽນ ຈິງ ຢຸງ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳອົງການ, ກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູງກາງ, ຕາງໜ້າກຳລັງປະກອບອາວຸດ, ນັກຮົບເກົ່າ, ນັກຮຽນຮູ້, ປັນຍາຊົນ, ແມ່ຍິງ, ຊາວໜຸ່ມ-ເຍົາວະຊົນ, ກຳມະກອນ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.
ຝ່າຍລາວມີ ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຜູ້ຕາງໜ້າຄອບຄົວປະທານ ໄກສອນ ພົມວິຫານ, ພະນັກງານສະຖານທູດ ແລະ ນັກສຶກສາລາວທີ່ກຳລັງອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ຫວຽດນາມ ເຂົ້າຮ່ວມ.
ໃນການກ່າວປາໄສຕໍ່ພິທີ, ປະທານປະເທດຫວຽດນາມ ໄດ້ຍົກໃຫ້ເຫັນຂີດໝາຍປະຫວັດສາດສຳຄັນຂອງການປະຕິວັດລາວ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ພິລະອາດຫານ ແລະ ຍາດໄດ້ໄຊຊະນະຢ່າງສະຫງ່າຜ່າເຜີຍ. ວັນທີ 12 ຕຸລາ 1945,ລັດຖະບານລາວອິດສະຫຼະ ໄດ້ສ້າງຕັ້ງຂຶ້ນ ແລະ ວັນທີ 2 ທັນວາ 1975, ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນ. ນັບວ່າເປັນເຫດການທີ່ຍິ່ງໃຫຍ່, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະຫຼະພາບຂອງປະຊາຊົນລາວ. ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ, ກຳນົດແນວທາງອັນຖືກຕ້ອງ, ຈະແຈ້ງ ແລະ ວາງເປົ້າໝາຍ, ໜ້າທີ່, ທິດທາງການພັດທະນາປະເທດຊາດໃນໄລຍະໃໝ່. 50 ປີຜ່ານມາແມ່ນບາດລ້ຽວປະຫວັດສາດທີ່ສະຫງ່າອົງອາດ ແລະ ຮຸ່ງເຮືອງຂອງປະຊາຊົນລາວ, ເປັນການເດີນທາງທີ່ກ້າຫານ, ເຕັມໄປດ້ວຍຄວາມເຊື່ອໝັ້ນ ແລະ ຄວາມອົດ ທົນໃນເສັ້ນທາງທີ່ເລືອກໄວ້, ເຊື່ອໝັ້ນໃນອະນາຄົດອັນສົດໃສຂອງປະເທດຊາດ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຫັນປ່ຽນໄປຢ່າງແຂງແຮງ, ສາມັກຄີ, ຄວາມເດັດດ່ຽວຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ສາມາດບັນລຸຜົນສຳເລັດອັນໃຫຍ່ຫຼວງ ແລະ ໂດດເດັ່ນໃນທຸກຂົງເຂດ; ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມສະຫງົບປອດໄພ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເພີ່ມຂຶ້ນເກືອບ 20 ເທົ່າ ໃນ 40 ປີ ຜ່ານມາ. ການພົວພັນຕ່າງປະເທດ ໄດ້ຮັບການຂະຫຍາຍຕົວນັບມື້ກວ້າງຂວາງ, ຄວາມເຊື່ອໝັ້ນ ແລະ ຖານະບົດບາດຂອງ ສປປ ລາວໄດ້ຖືກຍົກຂຶ້ນໃນເວທີສາກົນ.
ພ້ອມນີ້, ສະຫາຍປະທານປະເທດ ສສ ຫວຽດນາມ ຍັງໄດ້ສະແດງຄວາມເຄົາລົບນັບຖື ແລະ ຄວາມກະຕັນຍູຢ່າງສູງຕໍ່ປະທານ ໄກສອນ ພົມວິຫານ – ຜູ້ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ເພື່ອນມິດທີ່ໃກ້ຊິດ ແລະ ຈົງຮັກ ພັກດີ ຂອງພັກ,ລັດ ແລະ ປະຊາຊົນຫວຽດນາມ, ສະຫາຍໄດ້ເນັ້ນໜັກວ່າ: ຊີວິດຂອງປະທານ ໄກສອນ ພົມວິຫານ ແມ່ນເປັນສັນຍະລັກອັນສະຫງ່າລາສີຂອງຄວາມຮັກຊາດ, ສະຕິປັນຍາຫຼັກແຫຼມ ແລະ ຄວາມເສຍສະຫຼະເພື່ອປະຊາຊົນ. ເຖິງທ່ານຈະຈາກໄປ, ແຕ່ແນວຄິດ, ວິໄສທັດ ແລະ ແນວທາງທີ່ຖືກຕ້ອງຂອງປະທານ ໄກສອນ ພົມວິຫານ ຍັງຄົງເປັນມໍລະດົກອັນລ້ຳຄ່າ, ເປັນເຂັມຊີ້ທິດໃຫ້ແກ່ພາລະ ກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວໃນຍຸກໃໝ່.ສຳລັບສາຍພົວພັນລະຫວ່າງ ຫວຽດນາມ-ລາວ, ລາວ- ຫວຽດນາມ, ສະຫາຍໄດ້ກ່າວວ່າ ສາຍພົວພັນລະຫວ່າງສອງປະເທດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນຈາກຜູ້ນຳທີ່ຍິ່ງໃຫຍ່ຄື ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ; ບັນດາການນຳຮຸ້ນຕ່າງໆ ແລະ ປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ, ຖະນຸຖະໜອມດ້ວຍເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອ, ມັນໄດ້ກາຍເປັນຊັບສິນທີ່ລ້ຳຄ່າ, ເປັນ “ສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນປະຫວັດສາດໂລກ”, ເປັນພື້ນຖານທີ່ແຂງແກ່ນໃຫ້ແກ່ຄົນຮຸ້ນປັດຈຸບັນ ແລະອະນາຄົດ ເພື່ອສານຕໍ່ເລື່ອງລາວ ທີ່ດີງາມກ່ຽວກັບມິດຕະພາບທີ່ຍິ່ງໃຫຍ່,ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ໃນໂອກາດດຽວກັນນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ນ້ຳໃຈຢ່າງເລິກເຊິ່ງ ຊຶ່ງຜູ້ນຳພັກ,ລັດ ແລະປະຊາຊົນຫວຽດ ນາມມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ກໍຄື ປະທານ ໄກ ສອນ ພົມວິຫານ ແລະສາຍພົວພັນພິເສດ ລາວ-ຫວຽດ ນາມ, ສະແດງໃຫ້ເຫັນເຖິງຄວາມຊື່ສັດບໍລິສຸດ, ຄຽງບ່າຄຽງໄຫຼ່ ລະຫວ່າງສອງຊາດ ຕະຫຼອດໄລຍະການຕໍ່ສູ້ຍາດເອົາເອກະລາດ ກໍຄື ການສ້າງສາພັດທະນາປະເທດລາວຕະຫຼອດ 50 ປີຜ່ານມາ.
ຂ່າວທີ່ກ່ຽວຂ້ອງ

















