ສສກ ປະດັບຫຼຽນກາລະນຶກ 50 ປີ ໂອກາດວັນສະຖາປະນາ ສປປ ລາວ
01/12/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ທ່ານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມພັດທະນາວຽກງານໃນຂະແໜງການສຶກສາຂອງລາວໃຫ້ນັບມື້ພັດທະນາຂຶ້ນເທື່ອລະກ້າວ.
ພິທີປະດັບຫຼຽນກາລະນຶກດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 28 ພະຈິກ 2025 ທີ່ສະໂມສອນ ຊັ້ນ2 ມະຫາວິທະຍາໄລແຫ່ງຊາດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ອະດີດການນໍາຂັ້ນສູງ, ຄະນະນຳ ມຊ, ວ່າການແທນຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ, ລັດວິສາຫາກິດອຸປະກອນການສຶກສາ, ໂຮງພິມສຶກສາ, ຜູ້ອຳນວຍການວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະຖາ ສປປ ລາວ ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກດຳລັດ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ແກ່ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ຂອງກະຊວງສຶກສາທິການ ແລະ ກິລາ ຂັ້ນການນໍາ ແລະ ຮອງລັດຖະມົນຕີ, ມະຫາວິທະຍາໄລແຫ່ງຊາດ ຈຳນວນ 18 ທ່ານ; ຂັ້ນຫົວໜ້າກົມ, ສຳນັກພິມ ແລະ ສະຖາບັນ ຈຳນວນ 24 ທ່ານ; ຂັ້ນອະດີດຫົວໜ້າຫ້ອງການ, ກົມ, ສຳນັກພິມ ແລະ ສະຖາບັນ ຈຳນວນ 32 ທ່ານ; ຂັ້ນຜູ້ອຳນວຍການສູນ, ສະໜາມກິລາ, ຜູ້ອຳນວຍການວິສາຫະກິດ, ໂຮງຮຽນ ແລະ ວິທະຍາໄລອ້ອມຂ້າງ ຈຳນວນ 19 ທ່ານ.
ໂອກາດດຽວກັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາ ສສກ ທີ່ໄດ້ພ້ອມກັນປະກອບສ່ວນປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມແມ່ນການພັດທະນາວຽກງານໃນຂະແໜງການສຶກສາຂອງລາວໃຫ້ນັບມື້ພັດທະນາຂຶ້ນເທື່ອລະກ້າວ, ຊຶ່ງວຽກງານການສຶກສາມີບົດບາດສຳຄັນຫຼາຍທີ່ໄດ້ປະກອບສ່ວນຢູ່ໃນພາລະກິດຂອງປະເທດຊາດແຕ່ໃດມາ ຕະຫຼອດໄລຍະ 50 ປີ ຜ່ານມາ ແລະ ຊ່ວຍພັດທະນາຊັບພະຍາກອນມະນຸດຂອງປະເທດຊາດໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ.
ຂ່າວໂດຍ: ບົວລະພາ
















