ວັນສະຖາປະນາ ສປປ ລາວ ເປັນວັນແຫ່ງຄວາມສໍາຄັນຂອງປວງຊົນລາວທັງຊາດ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ VI ແຂວງຫຼວງພະບາງ, ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຮູ້ສຶກ ໃນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການຕໍ່ສູ້ຂອງຊາດລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສໄດ້ສໍາເລັດພາລະກິດ ແລະ ໜ້າທີ່ອັນມີກຽດຂອງຕົນ ໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ທັດສະນະວ່າ: ໃນໂອກາດອັນສຳຄັນຍິ່ງ ທີ່ປະເທດຂອງພວກເຮົາ ໄດ້ກ້າວເຂົ້າສູ່ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ໃນນາມປະຊາຊົນລາວຄົນໜຶ່ງ ຮູ້ສຶກປະທັບໃຈເປັນຢ່າງຍິງຕໍ່ພາລະກຳອັນຍິ່ງໃຫຍ່ຂອງບັນພະບູລຸດ ທີ່ໄດ້ອຸທິດໃຫ້ການຕໍ່ສູ້ກູ້ຊາດ, ການສ້າງສາພັດທະນາປະເທດຊາດ ທີ່ໄດ້ກໍ່ສ້າງສັນຕິພາບ, ເອກະລາດ ແລະ ອະທິປະໄຕ ໃຫ້ກັບຜືນແຜ່ນດິນຂອງປະເທດຊາດ ຢ່າງໝັ້ນຄົງ. ໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ ບົດຮຽນ ແລະ ຜົນສຳເລັດຕ່າງໆ ເຮັດໃຫ້ພວກເຮົາເຫັນໄດ້ຢ່າງຊັດເຈນວ່າ ການນຳພາ-ຊີ້ນຳຂອງພັກ ໄດ້ມາຈາກການຮ່ວມແຮງຮ່ວມໃຈ ແລະ ການສະຫຼະທຸກຢ່າງຂອງປະຊາຊົນທຸກຊັ້ນຊົນຄົນ, ໃນຕະຫຼອດໄລຍະຜ່ານມາ ແມ່ນໄລຍະແຫ່ງການສ້າງສາ ແລະ ການພັດທະນາປະເທດຊາດ, ແມ່ນໄລຍະແຫ່ງການຜັນແປທັງດ້ານເສດຖະກິດ-ສັງຄົມ, ໂຄງສ້າງພື້ນຖານ ແລະ ການພັດທະນາຊັບພະຍາກອນມະນຸດ.
ສ່ວນແຜນຍຸດທະສາດ ແລະ ນະໂຍບາຍຂອງພັກ-ລັດ ທຸກຍຸກທຸກສະໄໝ ໄດ້ນຳພາພວກເຮົາໄປສູ່ການປ່ຽນແປງທີ່ມີຄຸນນະພາບເປັນຕົ້ນ: ລະບົບການສຶກສາຖືກຂະຫຍາຍອອກຢ່າງກວ້າງຂວາງຄວບຄຸມໃນຂອບເຂດທົ່ວປະເທດ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງວຽກງານການສຶກສາ, ໃນໄລຍະຜ່ານມາກະຊວງສຶກສາ ໄດ້ຜະລິດ ແລະ ພັດທະນາວິທະຍາສາດ-ນະວັດຕະກຳ ຢ່າງຕໍ່ເນື່ອງ, ຕັ້ງແຕ່ການສ້າງລະບົບຄົ້ນຄວ້າພື້ນຖານ, ພັດທະນາຫຼັກສູດວິທະຍາສາດທັນສະໄໝ, ການນໍາເອົາດີຈີຕອລເຂົ້າສູ່ການຮຽນການສອນ, ການພັດທະນາຫຼັກສູດແຫ່ງຊາດທຸກລະດັບ, ການຜະລິດຊຸດສື່-ນະວັດຕະກຳໃໝ່ໆ ແລະ ການຂັບເຄື່ອນການສຶກສາດີຈີຕອນໃນລະດັບຊາດ.
ສຳລັບວຽກງານກິລາ-ກາຍຍະກຳ ກະຊວງ ສສກ ໄດ້ພັດທະນາຍົກລະດັບການຮຽນການສອນ, ໂດຍດ້ເນັ້ນກິລາ-ກາຍຍະກຳຢູ່ໃນໂຮງຮຽນທົ່ວປະເທດ ເພື່ອພັດທະນານັກກິລາເຍົາວະຊົນ ແລະ ສົ່ງເສີມກິລາໃນໂຮງຮຽນ ຈົນສາມາດເຂົ້າຮ່ວມແຂ່ງຂັນລະດັບຊາດ ແລະ ພາກພື້ນ, ໄດ້ວາງປະຕິທິນການຈັດງານກິລາແຫ່ງຊາດ ສຳລັບນັກຮຽນນັກສຶກສາຢ່າງສະໝໍ່າສະເໝີ ນອກນັ້ນ, ຍັງໄດ້ພັດທະນາຄູກິລາ ແລະ ຫຼັກສູດກິລາ-ກາຍຍະກຳ ໃຫ້ທັນສະໄໝ ເພື່ອຂະຫຍາຍໂອກາດໃຫ້ຜູ້ຮຽນໄດ້ເຂົ້າເຖິງການພັດທະນາຕົນເອງໃຫ້ແຂງແຮງ ແລະ ມີວິໄນ ນອກຈາກນັ້ນ, ຍັງໄດ້ສົ່ງເສີມກິລາ ແລະ ກາຍຍະກຳມວນຊົນ ໃຫ້ເຂົ້າເຖິງການອອກກຳລັງກາຍ ເພື່ອສຸຂະພາບພະລານາໄມທີ່ສົມບູນ. ພ້ອມນີ້ ກະຊວງສຶກສາໄດ້ສ້າງສາຍພົວພັນທັງພາກພຶ້ນ ແລະ ສາກົນ ຍົກສູງບົດບາດວຽກງານການສຶກສາໃນເວທີໂລກ ໂດຍສະເພາະ ໄດ້ຊ່ວຍຍົກລະດັບຄຸນນະພາບການສຶກສາຂອງປະເທດ ໂດຍຜ່ານການພັດທະນາຄູ, ຫຼັກສູດ, ICT ແລະ ໄດ້ມີມາດຕະຖານໂຮງຮຽນຕາມຮູບແບບສາກົນ.
ຕະຫຼອດໄລຍະ 50 ປີ ທີ່ຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ມີສ່ວນຮ່ວມໃນການສ້າງສາພັດທະນາປະເທດຊາດ ຂ້າພະເຈົ້າພາກພູມໃຈເປັນຢ່າງຍິງ ທີ່ໄດ້ຮ່ວມເປັນສ່ວນໜຶ່ງໃນການສ້າງສາອະນາຄົດຂອງຊາດ ໃນຕະຫຼອດຫຼາຍປີຜ່ານມາ ໃນນີ້, ປັບປຸງຫຼັກສູດແຫ່ງຊາດ ຈາກ ລະບົບ 5+3+3 ມາເປັນ ລະບົບ 5+4+3 ແລະ ຈະສືບຕໍ່ ປັບປຸງໂຄງສ້າງໃໝ່ເປັນ 6+3+3 ເພື່ອຍົກລະດັບທັກສະ ແລະ ພັດທະນາຄຸນນະພາບໃຫ້ດີຂຶ້ນເທື່ອລະກ້າວ, ໄດ້ສ້າງ “ໂຮງຮຽນຕົວແບບຫຼາຍແຫ່ງໃນຂອບເຂດທົ່ວປະເທດ ສ້າງຫ້ອງຮຽນຕົວແບບທັນສະໄໝ ເປັນຫ້ອງຮຽນອັດສະລິຍະ ເພື່ອສອນໃນຮູບແບບໃໝ່” ເພື່ອກ້າວເຂົ້າສູ່ຍຸກດິຈິຕອນ, ໄດ້ພັດທະນາຄູ ແລະ ບຸກຄະລາກອນການສຶກສາ ໃຫ້ກ້າວທັນກັບມາດຕະຖານສາກົນ, ສົ່ງເສີມກິລາມວນຊົນ ແລະ ກິລາອາຊີບ ເພື່ອໃຫ້ລາວມີບົດບາດໃນເວທີພາກພື້ນ ແລະ ສາກົນ.
ໃນນາມສ່ວນຕົວ ການສ້າງສາພັດທະນາປະເທດຊາດຕໍ່ອະນາຄົດ ໃນ 50 ປີຂ້າງໜ້າ ໃນຂະນະທີ່ພວກເຮົາພາກພູມໃຈກັບຄວາມສຳເລັດຜ່ານມາ ຂ້າພະເຈົ້າເຊື່ອໝັ້ນວ່າ 50 ປີຂ້າງໜ້າ ຈະເປັນເວລາແຫ່ງການກ້າວກະໂດດ ການພັດທະນາດິຈິຕອນ, ນະວັດຕະກຳການສຶກສາ, ການຍົກລະດັບຄຸນນະພາບຄູ ແລະ ກຳລັງຄົນ ຈະເປັນພື້ນຖານທີ່ສຳຄັນທີ່ສົ່ງເສີມໃຫ້ຊາດຂອງເຮົາເຕີບໂຕຢ່າງໝັ້ນຄົງ. ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຢືນຢູ່ແຖວໜ້າ ໃນການຜະລິດກຳລັງສັບພະຍາກອນມະນຸດໃຫ້ມີຄຸນນະພາບ ປະສິດທິພາບ ເພື່ອຕອບສະໜອງການພັດທະນາຂອງຊາດໃນທຸກດ້ານ.
ໃນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ຂ້າພະເຈົ້າຈະສືບຕໍ່ດ້ວຍຄວາມເຊື່ອໝັ້ນ ແລະ ຕາຍໃຈຂໍເດີນຕາມແນວທາງຂອງພັກ-ລັດ ດ້ວຍຈິດໃຈຮັກຊາດ ແລະ ຄວາມຮັບຜິດຊອບສູງສຸດ, ຈະຮ່ວມມືກັບຄະນະປະຈຳພັກ-ລັດ, ແຂວງ, ເມືອງ ແລະ ພີ່ນ້ອງປະຊາຊົນ ເພື່ອສ້າງອະນາຄົດທີ່ຮຸ່ງເຮືອງ ຂອງປະເທດຊາດ. ຂໍອວຍພອນໃຫ້ຊາດລາວຂອງພວກເຮົາມີຄວາມສະຫງົບ, ຄວາມຈະເລີນ ແລະ ຄວາມຮ່ວງເຮືອງ ຕະຫຼອດໄປ.
ໂດຍ: ແສງເດືອນ (ກອງທັບ)
ຂ່າວທີ່ກ່ຽວຂ້ອງ












