ຫຼວງພະບາງ ຍ້ອງຍໍຜົນງານຄະນະນັກກິລາ ຊຸດຄວ້າ 13 ຫຼຽນຄໍາ, 15 ຫຼຽນເງິນ ແລະ 41 ຫຼຽນທອງ “ນະຄອນຫຼວງວຽງຈັນ ເກມ 2025″
ແຂວງຫຼວງພະບາງ ຈັດພິທີສະຫຼຸບ ແລະ ຍ້ອງຍໍຜົນງານທັບນັກກິລາ ຊຸດຄວ້າ13 ຫຼຽນຄໍາ, 15 ຫຼຽນເງິນ ແລະ 41 ຫຼຽນທອງ ລວມ 69 ຫຼຽນ ຈົບອັນດັບທີ 9 ຂອງປະເທດ ຈາກ 21 ພາກສ່ວນເຂົ້າຮ່ວມ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ເປັນເຈົ້າພາບຢ່າງສົມກຽດ ໃນລະຫວ່າງວັນທີ 15-25 ພະຈິກ 2025.
ພິທີສະຫຼຸບຜົນງານການເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນວັນທີ 28 ພະຈິກ 2025 ທີ່ພັດຕະຄານລ້ານຊ້າງ ນະຄອນ-ຫລວງພະບາງ...








