Skip to main content

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ປະຈຳສົກຮຽນ 2024-2025

27/11/2025

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງບໍ່ແຕນ ແຂວງໄຊຍະບູລີ ປະຈຳສົກຮຽນ 2024-2025 ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ຂຸນທະວີ ບຸນທະວົງ ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ, ຜູ້ບໍລິຫານການສຶກສາ ແລະ ກິລາ,ພະນັກງານ, ຄູ-ອາຈານວິຊາການທີກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການຜ່ານມະຕິກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ2024-2025, ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງໄຊຍະບູລີ ປະຈຳສົກຮຽນ 2024-2025,ຮັບຟັງການການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ໃນທົ່ວເມືອງສົກຮຽນ 2024-2025 ແລະ ແຜນພັດທະນາການສຶກສາໃນສົກປີ 2025-2026, ລາຍງານການຈັດຕັ້ງປະຕິບັດວຽກງານກວດກາຮອບດ້ານສົກຮຽນ 2024-2025 ຍົກໃຫ້ເຫັນບັນດາຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາໃນທົ່ວເມືອງ, ດ້ານດີ, ດ້ານຄົງຄ້າງ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ, ພ້ອມທັງວາງທິດທາງວຽກງານຈຸດສຸມໃນຕໍ່ໜ້າເປັນຕົ້ນແມ່ນຜົນການຈັດຕັ້ງປະຕິບັດບັນດາ 16 ຄາດໝາຍ ແລະ 20 ໂຕຊີ້ບອກຂອງຂະແໜງການສຶກສາທິການ ແລະ ກິລາ ໄດ້ກຳນົດໄວ້.

ເພື່ອແກ້ໄຂບັນຫາທ້າທາຍໃນການພັດທະນາການສຶກສາແລະກິລາ, ການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2025-2026 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຮັບປະກັນໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທຸກຄົນໄດ້ຮັບໂອກາດ ເທົ່າທຽມ, ຄຸນນະພາບການສຶກສາໄດ້ຮັບການປັບປຸງ, ການສຶກສາ ແລະ ກິລາ ມີຄຸນນະພາບ ແລະ ວຽກງານກິລາ-ກາຍຍະກຳ ໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ເປັນຂະບວນການຟົດພື້ນ. ກອງປະຊຸມຄະນະປະທານກອງປະຊຸມ ແລະ ບັນດາຜູ້ບໍລິຫານການສຶກສາ ໄດ້ປະກອບຄຳຄິດເຫັນຕໍ່ກັບບັນດາຜົນງານດ້ານຕ່າງໆລວມເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກພ້ອມກັນຫາວິທີທາງແກ້ໄຂບັນຫາທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ທັນບັນລຸຄາດໝາຍໂຕຊີ້ນອກ ໂດຍສະເພາະແມ່ນຄະນະພັກອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ນໍາພາຊີ້ນໍາຢ່າງໃກ້ຊິດ ແລະ ປຸກລະດົມທຸກພາກສ່ວນສັງຄົມ, ອົງການ ຈັດຕັ້ງສາກົນປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາ ສ້າງການຫັນປ່ຽນວຽກງານການສຶກສາໃຫ້ໄປສູ່ຄຸນນະພາບໃໝ່, ກໍາແໜ້ນມາດຕະການປະຕິບັດ 16 ຄາດໝາຍ 20 ຕົວຊີ້ບອກທີ່ສະພາປະຊາຊົນນແຂວງຮັບຮອງໃຫ້ບັນລຸເທື່ອລະກ້າວປັບປຸງພື້ນຖານໂຄງລ່າງການສຶກສາ ແລະ ກິລາ, ສະໜອງອຸປະກອນການຮຽນ ການສອນໃຫ້ພຽງພໍ, ແກ້ໄຂບັນຫາປະກົດການຍໍ້ທໍ້ຕ່າງພາຍໃນໂຮງຮຽນໃຫ້ຫຼຸດລົງເທື່ອລະກ້າວ ແລະ ພ້ອມກັນນໍາເອົາ ເນື້ອໃນຄາດໝາຍກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃນວຽກງານຕົວຈິ່ງໃຫ້ໄດ້ຮັບຜົນດີ
…………………………
ຂ່າວ-ພາບ : ສາຍຄຳ ບຸນຍາວົງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ