Skip to main content

ເຊໂປນ ຈັດກິດຈະກຳຖາມ-ຕອບວິທະຍາສາດ ຕ້ອນຮັບ 2 ວັນປະຫວັດສາດ ດ້ວຍບັນຍາກາດຟົດຟື້ນ

30/11/2025
ໃນວັນທີ 26 ພະຈິກ 2025 ຢູ່ສະໂມສອນເມືອງເຊໂປນ ໄດ້ຈັດກິດຈະກໍາຖາມ-ຕອບວິທະຍາສາດ ຕ້ອນຮັບ 2 ວັນປະສາດ ຄື: ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025) ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວທັງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພົງຄໍາຮັກ ບຸດທະວົງ ເລຂາຄະນະບໍລິຫານງານພັກເມືອງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍບັນຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົງຄຳຮັກ ບຸດທະວົງ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ເພື່ອເຮັດໃຫ້ການປະຕິບັດແຜນການທິດທາງ ຂອງຫ້ອງການວາງອອກ ໃຫ້ມີຜົນສຳເລັດ ຮັບປະກັນທາງດ້ານຄຸນນະພາບການຮຽນການສອນ ໃຫ້ດີຂຶ້ນເທື່ອລະກ້າວ ທັງເປັນການສົ່ງເສີມດ້ານຄວາມຮູ້-ຄວາມສາມາດຂອງນ້ອງນັກຮຽນແຕ່ລະຂັ້ນ ໃຫ້ມີຄວາມກະຕືລືລົ້ນໃນການຮ່ຳຮຽນ, ມີຄວາມປູກຈິດສຳນຶກ, ຄວາມຈູງໃຈຄວາມອາດສາມາດ, ຄວາມຮູ້ບົ່ມຊ້ອນຂອງນ້ອງນັກຮຽນ, ມີຄວາມສາມັກຄີ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ມີຄວາມຮູ້ພື້ນຖານດ້ານການເມືອງ, ມີປະສົບການຫລາຍຂຶ້ນ, ມີພອນສະແຫວງໃນການຮຽນຮູ້ ຄວາມສາມາດເຂົ້າໃນການແຂ່ງຂັນຖາມ-ຕອບທາງການເມືອງ ຂອງຫ້ອງການຈັດຂຶ້ນໃນຄັ້ງນີ້ ຊຶ່ງໄດ້ແບ່ງອອກເປັນ 5 ກຸ່ມ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ກຸ່ມໂຮງຮຽນ ມສ ເຊໂປນ ໄດ້ຮັບລາງວັນເງິນສົດ 7 ແສນກີບ, ຮອງຊະນະເລີດ ກຸ່ມໂຮງຮຽນ ມສ ຫ້ວຍສານ ໄດ້ຮັບລາງວັນເງິນສົດ 5 ແສນກີບ, ອັນດັບທີ 3 ກຸ່ມໂຮງຮຽນ ມສ ດົງສະຫວັນ ໄດ້ຮັບລາງວັນເງິນສົດ 3 ແສນກີບ ແລະ ລາງວັນຊົມເຊີຍ ໄດ້ຮັບລາງວັນເງິນສົດ 2 ແສນກີບ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ