ສາລະວັນ ຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2025

ໃນວັນທີ 25 ພະຈິກ 2025 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ຮ່ວມກັບຄະນະຮັບຜິດຊອບການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ຂັ້ນສູນກາງ ໄດ້ຈັດພິທີການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ປະຈຳປີ 2025 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຮ່ວມຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສືຶກສາທິການ ແລະ ກິລາແຂວງ, ມີຫົວໜ້າຂະແໜງການກ່ຽວຂ້ອງ ແລະ ລັດຖະກອນ ທີ່ຖືກບັນຈຸໃໝ່ເຂົ້າຮ່ວມ.
ການຄັດເລືອກຮັບ ແລະ ບັນຈຸລັດຖະກອນໃໝ່ ປະຈຳປີ 2025 ຂອງພະແນກສຶກສາທິການ ແລະ ກິລາແຂວງສາລະວັນຄັ້ງນີ້ ແມ່ນປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2048/ສສກ, ລົງວັນທີ 07 ພະຈິກ 2025; ສໍາລັບແຂວງສາລະວັນ ແມ່ນໄດ້ຮັບແຜນແບ່ງປັນຕົວເລກ (ໂກຕ້າ) ລັດຖະກອນຄູໃໝ່ ຈາກກະຊວງ ທັງໝົດ 74 ຕົວເລກ, ຊຶ່ງທາງແຂວງ ໄດ້ເລີ່ມຈັດຕັ້ງປະຕິບັດຄັດເລືອກໃນລະຫວ່າງວັນທີ 24-28 ພະຈິກ 2025; ມີຄູອາສາສະໝັກ ເຂົ້້າຮ່ວມທັງໝົດ 75 ທ່ານ, ຍິງ 50 ທ່ານ ໃນນັ້ນສາມາດກວດຜ່ານ 74 ທ່ານ ຊຶ່ງໄດ້ຄັດເລືອກແບ່ງປັນໃຫ້ 6 ເມືອງ ເປັນຕົ້ນແມ່ນ ເມືອງສາລະວັນ ໄດ້ 37 ທ່ານ, ຍິງ 24 ທ່ານ; ເມືອງຕະໂອ້ຍ ໄດ້ 3 ທ່ານ, ຍິງ 1 ທ່ານ; ເມືອງຕຸ້ມລານ ໄດ້ 5 ທ່ານ, ຍິງ 2 ທ່ານ; ເມືອງລະຄອນເພັງ 13 ທ່ານ, ຍິງ 12 ທ່ານ; ເມືອງຄົງເຊໂດນ 1 ທ່ານ; ເມືອງເລົ່າງາມ 15 ທ່ານ, ຍິງ 11 ທ່ານ; ສ່ວນ 2 ເມືອງວາປີ ແລະ ເມືອງສະໝ້ວຍ ລັດຖະກອນຄູ ແມ່ນບັນຈຸເຂົ້າໃນກ້ອນກໍາລັງປ້ອງກັນຊາດ.
ການຄັດເລືອກຄັ້ງນີ້ ໄດ້ກວດກາເອກະສານຕ່າງໆ ໂດຍສົມທຽບຜົນການປະເມີນການປະຕິບັດໜ້າທີ່ຂອງຄູອາສາສະໝັກ ໂດຍຜ່ານເງື່ອນໄຂການປະເມີນການຈັດຕັັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃນໄລຍະຜ່ານມາ, ກວດກາເອກະສານອ້າງອີງ ໃນການປະກອບຊີວະປະຫວັດລັດຖະກອນ ແລະ ສໍາພາດ ນອກນີ້ຍັງໄດ້ກວດກາເອກະສານຢັ້ງຢືນທາງການສຶກສາ, ສານເສບຕິດຕື່ມອີກ.















