Skip to main content

ໂຮງຮຽນ ວິຣະຖາວອນ ຮັບນາມມະຍົດ ເປັນໂຮງຮຽນຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ

27/11/2025

ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບການຢັ້ງຢືນ ເປັນໂຮງຮຽນຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 26 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ພັນປະສົງ ໄຊຍະວົງສາ ຮອງປະທານຄະນະກຳມະການປົກຄອງເມືອງສີສັດຕະນາກ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ແລະ ທ່ານ ນາງ ນີລາວັນ ວິຣະຖາວອນ ຜູ້ອຳນວຍການໂຮງຮຽນວິຣະຖາວອນ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ, ແຂກຖືກເຊີນ, ຄະນະອຳນວຍການໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ນີລາວັນ ວິຣະຖາວອນ ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ວິຣະຖາວອນ ຕັ້ງຢູ່ບ້ານຫາຍໂສກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເລີ່ມຈັດຕັ້ງການຮຽນ ການສອນ ມາແຕ່ສົກຮຽນ 2005-2006 ຊື່ເດີມແມ່ນໂຮງຮຽນ ນີຣະດາຈອມເພັດ ມາ ເຖິງປີ 2020 ໄດ້ປ່ຽນຊື່ມາເປັນໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ວິຣະຖາວອນ. ປັດຈຸບັນ ມີພະນັກງານ, ຄູ-ອາຈານ ທັງໝົດ 36 ຄົນ ເປັນຍິງທັງໝົດ ມີນັກຮຽນ 312 ຄົນ, ຍິງ 147 ຄົນ ໃນນັ້ນມີລ້ຽງເດັກ 57 ຄົນ, ຍິງ 34 ຄົນ ເປັນໂຮງຮຽນໃຫຍ່ໄດ້ມາດຕະຖານ ມີລະບົບບໍລິຫານຈັດການຄຸ້ມຄອງຄົບຊຸດ ຜ່ານການກວດກາ ຕິດຕາມປະເມີນຜົນຂອງຄະນະກຳມະການ ໃນບັນດາມາດຕະຖານຂອງໂຮງຮຽນຕົວແບບຄຸນນະພາບ ຂອງ ນວ ເຫັນວ່າໂຮງຮຽນແຫ່ງດັ່ງກ່າວ ມີເງື່ອນໄຂຄົບຖ້ວນໃນບັນດາມາດຕະຖານທີ່ວາງໄວ້ ຈຶ່ງໄດ້ຕົກລົງເຫັນດີ ມອບໃບຢັ້ງຢືນ ແລະ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂັ້ນນະຄອນຫຼວງວຽງຈັນ ຂຶ້ນໃນວັນນີ້ ເພື່ອສືບຕໍ່ມູນເຊື້ອໃນການປະກອບສ່ວນພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາ ກອນມະນຸດທີ່ມີຄຸນນະພາບ ໃນອະນາຄົດ.

ຂາວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ