Skip to main content

ເປີດປ້າຍໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

27/11/2025

ພິທີເປີດປ້າຍ ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນໂຮງຮຽນຕົວແບບຄຸນນະພາບ ນວ ໄດ້ຈັດຂຶ້ນວັນທີ 27 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີຮອງຫົວໜ້າຫ້ອງວ່າການປົກຄອງເມືອງຈັນທະບູລີ, ທ່ານຫົວໜ້າຫ້ອງການສຶກສາເມືອງ, ຄະນະຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ນິລາພອນ ແກ້ວບຸນລ້ອມ ຜູ້ອຳນວຍການໂຮງຮຽນ ນິຣະດາ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ນິຣະດາ ຕັ້ງຢູ່ຖະໜົນອາຊຽນ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເລີ່ມເປີດໂຮງຮຽນລ້ຽງເດັກ-ອະນຸບານໃນວັນທີ 1 ກັນຍາ 1996 ແລະ ໃນເວລານັ້ນມີວິຊາການເປັນຄົນເຢຍລະມັນມີຊື່ວ່າ ມາດາມ ເອມສລິສ ຄຣິສເຕີນ. ຮອດສົກຮຽນ 1999-2000 ມີຊັ້ນປະຖົມສົມບູນ ມາຮອດສົກຮຽນ 2006-2007 ເລີ່ມມີຊັ້ນມັດທະຍົມຕອນຕົ້ນ ແລະ ມາຮອດສົກຮຽນ 2009-2010 ມີຊັ້ນມັດທະຍົມຕອນປາຍ. ໂຮງຮຽນນິລະດາສ້າງຂຶ້ນໂດຍພາຍໃຕ້ທິດຊີ້ນຳຂອງກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ. ທາງໂຮງຮຽນໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ຕາມຫຼັກສູດກະຊວງສຶກສາທິການ ແລະ ກິລາວາງອອກ. ສະເພາະໂຮງຮຽນອະນຸບານ ນິຣະດາ ມີເນື້ອທີ່ທັງໝົດ 1500 ຕາແມັດ ມີ 22 ຫ້ອງຮຽນ, ຫ້ອງການ 1 ຫ້ອງ, ຫ້ອງສະໝຸດ 1 ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງນຳ້ 22 ຫ້ອງ. ໃນນັ້ນ, ມີຄູອະນຸບານທັງໝົດ 49 ຄົນ, ຄູລາວ 46 ຄົນ ຍິງ 46 ຄົນ, ຄູຕ່າງປະເທດ 3 ຄົນ ຍິງ 3 ຄົນ. ເປັນໂຮງຮຽນທີ່ໃຫຍ່ໄດ້ມາດຕະຖານ ມີລະບົບບໍລິຫານຈັດການຄຸ້ມຄອງຄົບຊຸດ ຜ່ານການກວດກາ ຕິດຕາມປະເມີນຜົນຂອງຄະນະກຳມະການ ໃນບັນດາມາດຕະຖານ ຂອງໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ແລະ ມີເງື່ອນໄຂຄົບຖ້ວນໃນບັນດາມາດຕະຖານທີ່ວາງໄວ້.

ໂອກາດດຽວກັນ, ທ່ານນາງ ໄພເລາະ ສັງທອງ ຫົວໜ້າຂະແໜງຫົວໜ້າຂະແໜງສຶກສາກ່ອນໄວຮຽນ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດມອບໃບຢັ້ງຢືນໂຮງຮຽນຕົວແບບ-ຄຸນນະພາບ ສຳລັບການສຶກສາກ່ອນໄວຮຽນ ສົກຮຽນ 2024-2025 ໂດຍອີງຕາມ ຄຳສັ່ງສະບັບເລກທີ 763/ສສສມ, ລົງວັນທີ 10/09/2007 ກ່ຽວກັບການສ້າງໂຮງຮຽນຕົວແບບສາຍສາມັນ ແລະ ອະນຸບານ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະກິລາ, ອີງຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2541/ຫກ, ລົງວັນທີ 21 ສິງຫາ 2020, ອີງຕາມຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ສະບັບເລກທີ 145/ຈນວ, ລົງວັນທີ 26 ກໍລະກົດ 2024, ອີງຕາມກອງປະຊຸມຕັດສິນຜົນການປະເມີນໂຮງຮຽນຕົວແບບຄຸນນະພາບ ໃນຄັ້ງວັນທີ 6 ພຶດສະພາ 2025. ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ ຕົກລົງມອບໃບຢັ້ງຢືນໃຫ້ ໂຮງຮຽນອະນຸບານ ນິຣະດາ ເປັນໂຮງຮຽນຕົວແບບ-ຄຸນນະພາບສຳລັບການສຶກສາກ່ອນໄວຮຽນ ຂັ້ນພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ປະຈຳສົກຮຽນ 2024-2025, ໂຮງຮຽນທີ່ມີຜົນງານດີເດັ່ນໃນການບໍລິຫານຄຸ້ມຄອງ, ປະຕິບັດໄດ້ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ.

ໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ