ຄູອາສາສະໝັກ ແຂວງອຸດົມໄຊ 72 ທ່ານ ໄດ້ເຂົ້າເປັນລັດຖະກອນຄູໃໝ່ ປີ 2025
ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຳພາດຄັດເລືອກຄູອາສາສະໝັກ ແລະ ບັນຈຸເປັນລັດຖະກອນຄູໃໝ່ ປະຈຳປີ 2025 ໃນຕອນເຊົ້າວັນທີ 26 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕັດສິນຜົນການ ສຳພາດຄັດເລືອກລັດຖະກອນຄູໃໝ່ເພື່ອບັນຈຸເປັນລັດຖະກອນປີ 2025 ໂດຍການເປັນປະທານຂອງທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຈັດຕັ້ງແຂວງ, ກວດກາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບ ແລະ ຂະແໜງທີ່ກ່ຽວຂ້ອງ...








