Skip to main content

ວິທະຍາໄລເຕັກນິກປາກປ່າສັກ ລົງນາມຮ່ວມມືດ້ານວິຊາການ ກັບ 3 ບໍລິສັດ ສ້າງມາດຕະຖານວິຊາຊີບ

26/11/2025
ພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 25 ພະຈິກ 2025 ທີ່ວິທະຍາໄລເຕັກນິກປາກປ່າສັກ ລະຫວ່າງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາເຕັກນິກປາກປ່າສັກ ແລະ ທ່ານ ເຂັມພອນ ຈັນທະວອນ ຜູ້ອໍານວຍການ ບໍລິສັດ ເຂັມພອນ ເຄື່ອງເຢັນສ່ວນບຸກຄົນ, ທ່ານ ບົວລຽນ ແກ່ນປະເສີດ ຜູ້ອຳນວຍການ ບົວລຽນວິສະວະກຳໄຟຟ້າ ຈຳກັດ, ທ່ານ Wang QIFENG ຮອງປະທານບໍລິສັດ ລາວຊິນ ວິສະວະກໍາໄຟຟ້າ ຈໍາກັດຜູ້ດຽວ, ມີທ່ານ ນາງ Anja Reder ຫົວໜ້າໂຄງການ ການສຶກສາວິຊາຊີບ ສປປ ລາວ (VELA) ແລະ ທ່ານ ສຸກສະໜອນ ບຸນຈະເລີນ ຮອງຫົວໜ້າສູນຝຶກອົບຮົມໄຟຟ້າລາວ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ໂພໄຊ ບູລົມ ກ່າວມີຄຳເຫັນວ່າ: ດັ່ງທີ່ຮັບຮູ້ນຳກັນແລ້ວ ວິທະຍາໄລເຕັກນິກປາກປາສັກ ເປັນວິທະຍາໄລໜຶ່ງ ໃນຈຳນວນ 26 ແຫ່ງ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ດຳເນີນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ກໍຄືນັກວິຊາການ ໃນລະດັບຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງ ເພື່ອສະໜອງໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ກໍຄືສະຖານປະກອບການ ຕາມແຜນພັດທະນາອາຊີວະສຶກສາແຫ່ງຊາດ ແຕ່ລະໄລຍະ ແຕ່ການຈັດຕັ້ງໄລຍະຜ່ານມາ ເຫັນວ່າ ດ້ານຄຸນນະພາບຂອງຜູ້ທີ່ສຳເລັດອອກສູ່ສັງຄົມ ກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ຊຶ່ງເນື່ອງມາຈາກສະພາບອຸປະກອນຮັບໃຊ້ການຮຽນການສອນທີ່ເກົ່າແກ່, ຄວາມຮູ້ຄວາມສາມາດຂອງຄູສອນ, ເຕັກໂນໂລຊີພັດທະນາໄວ ແລະ ການເຮັດວຽກຕົວຈິງໃນສະຖານປະກອບການ. ສະນັ້ນ, ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນມະນຸດ ມີຄຸນະພາບ ແລະ ສອດຄ່ອງກັບ ຄວາມຕ້ອງການຕົວຈິງ ຂອງສະຖານປະກອບການໃຫ້ຫຼາຍຂຶ້ນ ກົມອາຊີວະສຶກສາ ຈຶ່ງໄດ້ສົ່ງເສີມໃຫ້ສະຖານອາຊີວະສຶກສາ ຮ່ວມກັບສະຖານປະກອບການ ສ້າງມາດຕະຖານອາຊີບ, ພັດທະນາຫຼັກສູດ ແລະ ຈັດການຮຽນການສອນອາຊີວະສຶກສາແບບຄວບຄູ່ (DCT) ໃຫ້ຫຼາຍຂຶ້ນ ໂດຍການສະໜັບສະໜູນຈາກໂຄງການຕ່າງໆ ແລະ ຄູ່ຮ່ວມພັດທະນາ ຊຶ່ງວິທະຍາໄລເຕັກນິກປາກປ່າສັກ ກໍໄດ້ຮັບການສະໜັບສະໜູນກິດຈະກຳດັ່ງກ່າວໃນສົກຮຽນ 2025-2026 ຕາມແຜນຂອງໂຄງການ VELA ໄລຍະ III  ໃນ 2 ສາຂາວິຊາ ຄື: ຊ່າງເຕັກນິກຕິດຕັ້ງໄຟຟ້າລະດັບ 12+3 ແລະ  ຊ່າງເຕັກນິກເຄື່ອງປັບອາກາດລະດັບ 12+3.
ສຳລັບການຈັດການຮຽນການສອນອາຊີວະສຶກສາແບບຄວບຄູ່ (DCT) ກໍໄດ້ຖືກກຳນົດໃຫ້ເປັນຮູບແບບໜຶ່ງ ໂດຍກຳນົດໄວ້ໃນກົດໝາຍອາຊີວະສຶກສາ ສະບັບປັບປຸງ ປີ 2019 ເປັນການຈັດການຮຽນການສອນຮ່ວມກັນລະຫວ່າງ ສະຖານສຶກສາ ແລະ ສະຖານປະກອບການ ເພື່ອເນັ້ນໃສ່ຄຸນນະພາບ ຂອງຜູ້ຮຽນເປັນຫຼັກ. ວິທະຍາໄລ ພວກເຮົາກໍດຳເນີນກິດຈະກຳສົ່ງເສີມ ແລະ ແນະນຳ DCT ໃນຫ້າເມືອງ ຫຼື ຫ້າໂຮງຮຽນມັດທະຍົມ,  ຈັດກອງປະຊຸມສ້າງຈິດສຳນຶກ, ການເຜີຍແຜ່ເພີ່ມເຕີມລວມມີການໂຄສະນາພາຍໃນວິທະຍາເຂດ, ການປະກາດທາງວິທະຍຸ, ການຊີ້ນຳດ້ານອາຊີບຮ່ວມກັບວິທະຍາໄລອື່ນໆ ແລະ ກອງປະຊຸມພາຍໃນວິທະຍາໄລເພື່ອຊີ້ແຈງການຈັດຕັ້ງປະຕິບັດຫຼັກສູດ DCT ແຕ່ກິດຈະກໍາດັ່ງກ່າວນີ້ ກໍຈະບໍ່ສາມາດເກີດຂຶ້ນໄດ້ ຫາກບໍ່ໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມງານ ແລະ ໂຄງການຕ່າງໆ ໂດຍສະເພາະສາຂາໄຟຟ້າ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ VELA ໄລຍະ III  ໃນການສະໜອງອຸປະກອນ, ແນະນຳໃຫ້ໂຄງການ, ການຝຶກອົບຮົມຄູ ແລະ ສະໜັບສະໜູນການສະໜອງອຸປະກອນສຳລັບຫ້ອງທົດລອງ ສຳລັບພາກປະຕິບັດຕົວຈິງ.
ທ່ານຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ກ່າວອີກວ່າ: ພິທີເຊັນສັນຍາໃນມື້ນີ້ ເປັນພິທີອັນມີຄວາມໝາຍ ສຳຄັນອັນໜຶ່ງ ສຳລັບວິທະຍາໄລຂອງພວກເຮົາ ໃນການພັດທະນາກຳລັງແຮງງານ ຂ້າພະເຈົ້າຂໍຖືໂອກາດນີ້ຕ່າງໜ້າໃຫ້ແກ່ ຄະນະບໍລິຫານວິທະຍາໄລ ຕະຫຼອດຮອດຄູອາຈານ ນັກຮຽນ ຂໍສະແດງຄວາມຂອບໃຈມາຍັງຜູ້ບໍລິຫານຂອງບັນດາບໍລິສັດ ແລະ ໂຄງການ VELA ໄລຍະ III  ທີ່ໄດ້ເຫັນເຖິງຄວາມສຳຄັນ ຂອງວຽກງານອາຊີວະສຶກສາ ແລະ ໃຫ້ການສະໜັບສະໜູນແກ່ ວິທະຍາໄລ ເຕັກນິກປາກປ່າສັກ ໃນການຈັດຕັ້ງການຮຽນການສອນ ດັ່ງກ່າວ.
ໂອກາດດຽວກັນ, ທ່ານ ນາງ Anja Reder ໄດ້ກ່າວມີຄຳເຫັນວ່າ: ຂ້າພະເຈົ້າຕາງໜ້າໂຄງການ ພາຍໃຕ້ ອົງການຮ່ວມືລາວ-ເຢຍລະມັນ (GIZ) ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບເຊີນຮ່ວມ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ວິທະຍາໄລ ແລະ ສະຖານປະກອບການຊັ້ນນຳ ເພື່ອລິເລີ່ມການຮ່ວມມື. ຊຶ່ງການລົງນາມມື້ນີ້ ແມ່ນນິມິດໝາຍທີ່ດີ ແລະ ການເລີ່ມຕົ້ນການຮ່ວມມືຢ່າງເປັນທາງການຂອງການຈັດຕັ້ງປະຕິບັດວຽກງານ ອສຄ (DCT) ເປັນ 1 ໃນຮູບການຈັດການຮຽນການສອນ ອສຄ ໂດຍກໍລະນີນີ້ໃນຂະແໜງໄຟຟ້າ MoU ບໍ່ແມ່ນພຽງເອກະສານທາງການ ແຕ່ຄຳໝາຍໝັ້ນເພື່ອຮ່ວມກັນ ສ້າງແຮງງານກໍຄືໃຫ້ເຍົາວຊົນລາວໄດ້ມີທັກສະທີ່ເປັນທີ່ຕ້ອງການຕົວຈິງໃນບ່ອນເຮັດວຽກ, ມີຄວາມໝັ້ນໃຈ ແລະ ໂອກາດສຳຜັດກັບໂລກຂອງການເຮັດວຽກທີ່ແທ້ຈິງ. ຊຶ່ງພື້ນຖານຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອແນະນຳ ການລົງນາມສັນຍາສາມຝ່າຍ (ວິທະຍາໄລ, ນັກຮຽນ ແລະ ບໍລິສັດ), ປະຕິທິນການຝຶກອົບຮົມທີ່ຮ່ວມກັນຕົກລົງ, ການຄັດເລືອກນັກຮຽນຮ່ວມກັນ ແລະ ການຝຶກອົບຮົມ ແລະ ການປະເມີນຜົນຢູ່ສະໜາມຈິງ. ສະນັ້ນ, ຈຶ່ງຂອບໃຈບັນດາສະຖານປະກອບການທີ່ເປີດປະຕູຕ້ອນຮັບນັກສຶກສາຂອງພວກເຮົາ, ເປັນອີກສ່ວນໜຶ່ງສຳຄັນເພື່ອຮອງຮັບສະຖານທີ່ຝຶກຕົວຈິງ, ໂດຍຜ່ານການຮຽນວຽກ ແລະ ເຮັດວຽກກັບຊ່ຽວຊານ ໃນໄລຍະຮຽນຮູ້ຢູ່ສະຖານປະກອບການ ລວມເຖິງວິທະຍາໄລທີ່ມີຄວາມຕັ້ງໃຈພັດທະນາ ແລະ ຫ້າວຫັນໃນການຂະຫຍາຍການຮ່ວມມື.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ