Skip to main content

ມອບທຶນການສຶກສາໃຫ້ນ້ອງນັກຮຽນ-ນັກສຶກສາ 5 ສະຖານອາຊີວະສຶກສາ ຢູ່ ສປປ ລາວ

26/11/2025

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ບໍລິສັດ ຣາຊ-ກຣຸບ ຈຳກັດ ມະຫາຊົນ ປະເທດໄທ (RATCH Group), ພາຍໃຕ້ໂຄງການ ການສຶກສາສຳລັບເສີມສ້າງຄວາມຊຳນານເພື່ອປະກອບອາຊີບ ໄລຍະ 3 ໄດ້ຈັດພິທີມອບທຶນການສຶກສາໃຫ້ກັບນ້ອງນັກຮຽນ-ນັກສຶກສາ ຈາກ 5 ສະຖານອາຊີວະສຶກສາຂອງໂຄງການ ຂຶ້ນໃນຕອນບ່າຍຂອງວັນທີ 24 ພະຈິກ 2025 ໃຫ້ກຽດເປັນປະທານ ແລະ ມອບໂດຍທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນະວະພົນ ດິດສະຖຽນ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ບໍລິຫານອົງກອນ ບໍລິສັດ ຣາຊ-ກຸບ ຈຳກັດ ມະຫາຊົນ, ມີຮອງຫົວໜ້າກົມ, ຜູ້ອຳນວຍການ/ຮອງຄະນະອຳນວຍການ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ຜູ້ປະສານງານໂຄງການຈາກ 8 ສະຖານອາຊີວະສຶກສາພາຍໃຕ້ຂອງໂຄງການ, ຜູ້ຕາງໜ້າ/ຜູ້ປະສານງານຈາກ ບໍລິສັດ ຮາຊ-ກຸບ ຈຳກັດ ມະຫາຊົນ (ປະຈໍາ ສ ປປ ລາວ), ຫົວໜ້າພະແນກ/ຮອງຫົວໜ້າພະແນກ; ວິຊາການຈາກກົມອາຊີວະສຶກສາ ແລະ ນ້ອງນັກສຶກສາ ທີໄດ້ຮັບທຶນການສືກສາ ໃນໂຄງການ ເຂົ້າຮ່ວມຮັບທຶນ ແລະ ເປັນສັກຂີພະຍານ.

ໂອກາດດັ່ງກ່າວ, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວໃຫ້ຮູ້ວ່າ: ໂດຍອີງຕາມແຜນພັດທະນາອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ 2021-2025 ແລະ ແຜນກິດຈະກໍາຂອງ ໂຄງການການສຶກສາສໍາລັບເສີມສ້າງຄວາມຊໍານານ ເພື່ອການປະກອບອາຊີບ ໄລຍະ 3 ປີ 2025-2030 ຈຸດປະສົງເພື່ອມອບທຶນການສຶກສາໃຫ້ນ້ອງນັກຮຽນ 5 ສະຖານອາຊີວະສຶກສາຂອງໂຄງການ ໂດຍອີງໃສ່ແຜນໃຫ້ທຶນໃນແຜນງານກິດຈະກຳໃນການຈັດຕັ້ງປະຕິບັດໃນປີ 2025-2027. ໃນນາມສ່ວນຕົວ ແລະ ສ່ວນລວມຂ້າພະເຈົ້າກະຂໍຂອບໃຈມາຍັງ ບໍລິສັດ ຮາຊ-ກຸບ ຈຳກັດ ມະຫາຊົນ ໂດຍໂຄງການສຶກສາສຳລັບເສີມສ້າງຄວາມຊໍານານງານເພື່ອປະກອບອາຊີບ ທີ່ໄດ້ສະໜອງທຶນໃຫ້ແກ່ນັກຮຽນ-ນັກສຶກສາໃນສາຍອາຊີວະສຶກສາ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າໃນອະນາຄົດຕໍ່ໜ້າອາດຈະສະໜອງໃຫ້ຕໍ່ເນື່ອງໃຫ້ໄປເລື່ອຍໆ.

ສຳລັບທຶນການສຶກສາທີ່ໄດ້ມອບໃນຄັ້ງນີ້, ມີຈຳນວນທັງໝົດ 40 ທຶນ ໃນນັ້ນ, ທຶນປະລິນຍາຕີຕໍ່ເນື່ອງ ຈຳນວນ 11 ທຶນ ແລະ ຊັ້ນສູງຕໍ່ເນື່ອງ 29 ທຶນ ໄດ້ກຳນົດການສະໜອງທຶນໃຫ້ນັກຮຽນ-ສຶກສາ ຈາກ 5 ສະຖານອາຊີວະສຶກສາ ໄດ້ແກ່ ວິທະຍາໄລເຕັກນິກແຂວງວຽງຈັນ ມີຜູ້ໄດ້ຮັບທຶນການສຶກສາ ປະລິນຍາຕີຕໍ່ເນືອງ 1 ຄົນ ແລະ ຊັ້ນສູງຕໍ່ເນື່ອງ 10 ຄົນ, ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຈຳປາສັກ ມີຜູ້ໄດ້ຮັບທຶນການສຶກສາ ປະລິນຍາຕີຕໍ່ເນື່ອງ 2 ຄົນ ແລະ ຊັ້ນສູງຕໍ່ເນື່ອງ 6 ຄົນ, ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄຳມ່ວນ ມີຜູ້ໄດ້ຮັບທຶນການສຶກສາ ປະລິນຍາຕີຕໍ່ເນື່ອງ 8 ຄົນ, ໂຮງຮຽນເຕັກ-ວິຊາຊີບ ແບບປະສົມແຂວງເຊກອງ ມີຜູ້ໄດ້ຮັບທຶນການສຶກສາ ຊັ້ນສູງຕໍ່ເນື່ອງ 10 ຄົນ ແລະ ໂຮງຮຽນເຕັກ-ວິຊາຊີບ ແບບປະສົມແຂວງອັດຕະປື ມີຜູ້ໄດ້ຮັບທຶນການສຶກສາ ຊັ້ນສູງຕໍ່ເນື່ອງ 3 ຄົນ.

ພາບ-ຂ່າວໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ