ກົມຄຸ້ມຄອງວິທະຍາສາດ ສສກ ໄດ້ຮັບເຄື່ອງອຸປະກອນກວດຈັບກຳມັນຕະພາບລັງສີ ຈາກ ສ.ອາເມຣິກາ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບເຄື່ອງອຸປະກອນກວດຈັບກຳມັນຕະພາບລັງສີ ທີ່ໄດ້ຮັບການຊ່ວຍເຫືຼອຈາກ ສ.ອາເມຣິກາ ເພື່ອຮັບປະກັນການນໍາໃຊ້ແຫຼ່ງກຳເນີດລັງສີ ໄປໃນທາງສັນຕິ, ສະຫງົບ, ປອດໄພ ໃນການຄຸ້ມຄອງບັນດາຜູ້ ດໍາເນີນກິດຈະການ ທີ່ນໍາໃຊ້ແຫຼ່ງກຳເນີດລັງສີໃນຂອບເຂດທົ່ວປະເທດ ແລະ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດທາງດ້ານວິຊາການໃຫ້ແກ່ ຂະແໜງການທີ່ກ່ຽວຂ້ອງ.
ພິທີ ມອບ-ຮັບອຸປະກອນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 24 ພະຈິກ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍໃຫ້ກຽດມອບຂອງທ່ານ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ສສກ, ແຂກຖືກເຊີນ, ຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງການເງິນ-ກົມພາສີ ແລະ ກົມກ່ຽວຂ້ອງ, ຫ້ອງການ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວວ່າ : ຄະນະນໍາກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຂອບໃຈມາຍັງ ລັດຖະບານ ສະຫະລັດອາເມຣິກາ ທີ່ໄດ້ເຫັນຄວາມສໍາຄັນໃນວຽກງານການປ້ອງກັນຄວາມປອດໄພຈາກລັງສີ ຂອງ ສປປ ລາວ ໂດຍມອບອຸປະກອນກວດວັດກຳມັນຕະພາບລັງສີ ໃຫ້ ແກ່ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ເພື່ອຮັບປະກັນການນໍາໃຊ້ແຫຼ່ງກຳເນີດລັງສີ ໄປໃນທາງສັນຕິ, ສະຫງົບ, ປອດໄພ ໃນການຄຸ້ມຄອງບັນດາຜູ້ ດໍາເນີນກິດຈະການ ທີ່ນໍາໃຊ້ແຫຼ່ງກຳເນີດລັງສີໃນຂອບເຂດທົ່ວປະເທດ ແລະ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດທາງດ້ານວິຊາການໃຫ້ແກ່ ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ວິຊາສະເພາະຈາກກົມພາສີ, ເຈົ້າໜ້າທີ່ທະຫານ ແລະ ຕຳຫຼວດ ໃນການນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນຂະບວນການຊອກຄົ້ນ, ກຳນົດ, ສະກັດກັ້ນ, ກວດຈັບ, ເຝົ້າລະວັງລັກລອບນໍາເຂົ້າ ແລະ ສົ່ງອອກ ແຫຼ່ງກຳເນີດລັງສື ທີ່ບໍ່ໄດ້ຮັບການອະນຸຍາດ ແລະ ໂດຍສະເພາະ ສ້າງຄວາມເຂັ້ມແຂງກົມຄຸ້ມຄອງວິທະຍາສາດ, ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ ເຮັດໜ້າທີ່ເປັນອົງການຄຸ້ມຄອງຄວາມປອດໄພຈາກລັງສີ ໃນການສະໜອງທາງດ້ານວິຊາການ ໃຫ້ແກ່ ລັດຖະບານ ກໍຄື ກະຊວງການຕ່າງປະເທດ ໃນຂົງເຂດການຮ່ວມມືລະຫວ່າງປະເທດ ຕໍ່ວຽກງານຄວາມປອດໄພ, ຄວາມໝັ້ນ ຄົງ ແລະ ການຄໍ້າປະກັນດ້ານລັງສີ ແລະ ນິວເຄຣຍ.
ການມອບຮັບເຄື່ອງມືອຸປະກອນໃນຄັ້ງນີ້, ບໍ່ເປັນພຽງແຕ່ ສັນຍາລັກໃນການຮ່ວມມື ລະຫວ່າງ ລັດຖະບານ ຂອງ ສອງປະເທດ ແຕ່ມັນຍັງສະແດງໃຫ້ເຫັນເຖິງ ການເອົາໃສໃຈໃນການສະໜັບສະໜູນ , ຊຸກຍູ້, ສົ່ງເສີມ ແລະ ລົງທຶນໃສ່ການພັດທະນາທາງດ້ານວຽກງານວິຊາສະເພາະໃນຂົງເຂດທີ່ສໍາຄັນ ໃນການສ້າງ ແລະ ຍົກລະດັບ ວຽກງານດ້ານວິທະຍາສາດ ໂດຍສະເພາະແມ່ນ ລະບົບການຄຸ້ມຄອງການປ້ອງກັນຄວາມປອດ ໄພ, ຄວາມໝັ້ນຄົງ ໃຫ້ແກ່ ສປປ ລາວ, ເຫັນໄດ້ວ່າເປັນນິມິດໝາຍອັນສໍາຄັນໃນການສືບຕໍ່ຂະຫຍາຍການຮ່ວມມື, ຊ່ວຍເຫຼືອ ແລະ ບົນພື້ນຖານ ການສະໜັບສະໜູນດັ່ງກ່າວ ກໍຫວັງເປັນຢ່າງຍິ່ງວ່າ ຈະໄດ້ມີການສະໜັບສະໜູນ ເພີ່ມເຕີມໄລຍະຕໍ່ໄປ ເປັນຕົ້ນ ການສະໜອງລົດເຄື່ອນທີ່ກວດຈັບລັງສີ (Mobile radiation detection system) ແລະ ສະຖານີກວດຈັບລັງສີແບບພົກພາ (Radiation Portal Monitor, RPM) ທີ່ສາມາດຕິດຕັ້ງຢູ່ບັນດາດ່ານສາກົນເພື່ອກວດຈັບລັງສີ ແລະ ເຄື່ອງມືວິໄຈທາດລັງສີທີ່ທັນສະໄໝ ໃນການນໍາໃຊ້ເຂົ້າໃນການວິເຄາະ ຕົວຢ່າງ ແລະ ການປົນເປື້ອນລັງສີ (High Purity Germanium Detector), ຫວັງເປັນຢ່າງຍິ່ງວ່າ ບັນດາເຄື່ອງມືອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອ ບັນດາໜ່ວຍງານທີ່ກ່ຽວຂ້ອງ ຈະນໍາໃຊ້ ໃຫ້ມີປະສິດທິຜົນສູງ ແລະ ເດີດຜົນປະໂຫຍດສູງສຸດຕໍ່ຜົນປະໂຫລດລວມຂອງປະເທດ ກໍ່ຄື ການປ້ອງກັນຄວາມປອດໄພໃນວຽກງານລັງສີ ແລະ ນິວເຄຮຍ ທາງກະຊວງສຶກສາທິການ ແລະ ກິລາ ໃນນາມທີ່ເປັນອົງການຄຸ້ມຄອງ ຈະໄດ້ຄົ້ນຄ້ວາ ພິຈາລະນາ ແລະ ປຶກສາຫາລື ເພື່ອແຈກຍາຍອຸປະກອນ ຈໍານວນໜຶ່ງໃຫ້ບັນດາຂະແໜງການທີ່ ກ່ຽວຂ້ອງ ໄດ້ນໍາໃຊ້ໄປໃຫ້ເກີດຜົນປະໂຫຍດສູງສຸດຕາມລະດັບຄວາມສໍາຄັນຂອງໜ້າວຽກ.
ຂ່າວໂດຍ: ບົວລະພາ
















