ໜ່ວຍພັກຮາກຖານກົມແຜນການ ສສກ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025

ໜ່ວຍພັກຮາກຖານກົມແຜນການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃນວັນທີ 25 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສີທອງ ສີຂາວ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ໜູໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ ມີຄະນະພັກ, ຄະນະລົງຊຸກຍູ້-ຕິດຕາມ ຈາກກົມກວດກາ, ຕາງໜ້າຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ຄະນະວິຊາການຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ສະມາຊິກພັກຂອງໜ່ວຍພັກກົມແຜນການ ທຸກສະຫາຍ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງການຜ່ານຮ່າງບົດສະຫຼຸການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາເຫັນ ຢ່າງກົງໄປກົງມາ ໃສ່ຮ່າງບົດສະຫຼຸບ ແລະ ທິດທາງ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສາມາດຈັດຕັ້ງປະຕິບັດໄດ້ ຈາກນັ້ນ; ໄດ້ປະເມີນຜົນໜ່ວຍພັກ ແລະ ສະມາຊິກພັກ; ພາຍໃນໜ່ວຍພັກຮາກຖານກົມແຜນການ ມີສະມາຊິກພັກທັງໝົດ 37 ສະຫາຍ, ຍິງ 13 ສະຫາຍ, ຊຶ່ງແຕ່ລະສະຫາຍໄດ້ຜ່ານໃບສໍາຫຼວດຕົນເອງ ພ້ອມກັນຕີລາຄາປະເມີນຜົນ ຕາມ 5 ມາດຖານ ຂອງການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານການ ປະເມີນໜ່ວຍພັກ, ສະມາຊິກພັກຄັ້ງນີ້ ໄດ້ປະເພດແຂງທຸກສະຫາຍ, ກາງ, ອ່ອນ ແມ່ນບໍມີ ພ້ອມນີ້; ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາໜ່ວຍພັກຂອງຕົນ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມສະເໜີອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ພິຈາລະນາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025.
ຕອນທ້າຍ ສະຫາຍ ສີທອງ ສີຂາວ ໄດ້ມີຄຳຄິດຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໄລຍະໜຶ່ງປີຜ່ານມາ ຂອງສະມາຊິກພັກ ກົມແຜນການ ພ້ອມທັງເນັ້ນໜັກໃຫ້ສະຫາຍສະມາຊິກພັກທຸກສະຫາຍ ຈົ່ງມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການ ນຳພາ-ຊີ້ນຳ ຂອງພັກ, ເປັນແບບຢ່າງປະຕິບັດ ກົດລະບຽບຂອງພັກຢ່າງເຂັ້ມງວດ, ເອົາໃຈເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ, ສິນທຳປະຕິບັດ ຈັດຕັ້ງປະຕິບັດແນວທາງ, ມະຕິ, ຄຳສັ່ງ ຂອງພັກ ແລະ ກົດໝາຍຂອງລັດໃຫ້ມີປະສິດທິຜົນ.
ພາບ-ຂ່າວໂດຍ ບຸນທະວີ ນະວົງສາ
















