Skip to main content

ຄູອາສາສະໝັກ ແຂວງອຸດົມໄຊ 72 ທ່ານ ໄດ້ເຂົ້າເປັນລັດຖະກອນຄູໃໝ່ ປີ 2025

27/11/2025

ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຳພາດຄັດເລືອກຄູອາສາສະໝັກ ແລະ ບັນຈຸເປັນລັດຖະກອນຄູໃໝ່ ປະຈຳປີ 2025 ໃນຕອນເຊົ້າວັນທີ 26 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕັດສິນຜົນການ ສຳພາດຄັດເລືອກລັດຖະກອນຄູໃໝ່ເພື່ອບັນຈຸເປັນລັດຖະກອນປີ 2025 ໂດຍການເປັນປະທານຂອງທ່ານ ປອ ວົງສະຫວັນ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຈັດຕັ້ງແຂວງ, ກວດກາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຮັບຜິດຊອບ ແລະ ຂະແໜງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການຄັດເລືອກບັນຈຸສັບຊ້ອນລັດຖະກອນໃນຄັ້ງນີ້ ຄະນະຮັບຜິດຊອບແມ່ນອີງຕາມແຈ້ງການແນະນຳ ແລະ ໄດ້ສົມທົບກັບຕຳຫຼວດ, ໝໍ ກວດນ້ຳປັດສະວະ, ກວດເອກະສານຄວາມຖືກຕ້ອງ ແລະ ສຳພາດຄູອາສາ ຊຶ່ງທົ່ວແຂວງອຸດົມໄຊ ມີຄູອາສາທັງໝົດ 72 ທ່ານ, ຍິງ 37 ທ່ານ, ປີນີ້ແຂວງອຸດົມໄຊ ໄດ້ຮັບໂກຕາລັດຖະກອນຄູທັງໝົດ 73 ໂກຕາ, ຊຶ່ງຜ່ານການສຳພາດ, ກວດກາເອກະສານ ແລະ ກວດນ້ຳປັດສະວະ ຜົນການປະເມີນແມ່ນຜ່ານໝົດທຸກທ່ານ ແລະ ໄດ້ຕັດສິນຮັບຮອງເອົາຜົນການສຳພາດຄັດເລືອກຄູອາສາເຂົ້າບັນຈຸເປັນລັດຖະກອນຄູໃໝ່ ປີ 2025 ຈຳນວນທັງໝົດ 72 ທ່ານ, ຍິງ 37 ທ່ານ ຢ່າງເປັນທາງການ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ