Skip to main content

Author: Mitlandone Thepninhom

ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ສະໜັບສະໜູນເຄື່ອງນັກກິລາທີມຊາດລາວ ມູນຄ່າ 2 ແສນກວ່າໂດລາ

ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ (Donex Group) ໃຫ້ການສະໜັບສະໜູນເຄື່ອງນຸ່ງຊຸດກິລາ ໃຫ້ແກ່ຄະນະນັກກິລາທີມຊາດລາວ ຢ່າງເປັນທາງການ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາລະດັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ລວມມູນຄ່າ 250,000 ໂດລາສະຫະລັດ. ພິທີເຊັນສັນຍາຮ່ວມມືຄັ້ງນີ້ ຈັດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ຊຶ່ງມີສອງວາລະ ໂດຍວາລະທຳອິດແມ່ນການລົງນາມລະຫວ່າງ ທ່ານ ແສງພອນ ພົນອາມາດ...

Continue reading

ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຂະນະທີ່ ເຈົ້າພາບ ບັນລຸຜົນສຳເລັດຕາມເປົ້າໝາຍ

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ. ການແຂ່ງຂັນຄັ້ງນີ້, ຈັດຂຶ້ນໃນຮູບແບບໃໝ່ ແລະ ກະຕິກາໃໝ່ ຊຶ່ງມີ 8 ແຂວງ ແລະ 2 ກະຊວງ ຄື ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງສະລະວັນ, ຈໍາປາສັກ, ສະຫວັນນະເຂດ,...

Continue reading

ຢູໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ມີຊີງໄຊ 25 ຫຼຽນຄໍາ

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດສາກຂຶ້ນແລ້ວ ໃນຕອນບ່າຍຂອງວັນທີ 16 ພະຈິກ 2025 ທີ່ສູນບູໂດລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບໍ່ ສີປະເສີດ, ຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການຕັດສິນ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ ການແຂ່ງຂັນກິລາຢູໂດ ເປັນ 1 ໃນ 33 ປະເພດກິລາ ທີ່ຈັດແຂ່ງຂັນກັນໃນງານມະຫະກໍາກິລາແຫ່ງຊາດ...

Continue reading

ທັບນັກກິລາແຂວງອັດຕະປື ມີຄວາມພ້ອມ 100% ເຂົ້າຮ່ວມຊີງໄຊໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 7 ພະຈິກ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື, ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ໂອ້ລົມຄະນະນໍາ, ຄູຝຶກ ແລະ ນັກກິລາ ກ່ອນທີ່ຈະເດີນທາງ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025. ໃນພິທີ, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ໄດ້ລາຍງານໃຫ້ຮູ້ວ່າ: ແຂວງອັດຕະປື ຈະສົ່ງ 15 ປະເພດກິລາ ເພື່ອເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ...

Continue reading

ຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ທ່ານ ບົວເງິນ ຊາພູວົງ ສິນລະປິນແຫ່ງຊາດ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ຊ່ວຍປະທານຈັດງານມະຫະກຳກິລາແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການສະແດງສິລະປະ-ວັດທະນະທຳ ໃນພິທີເປີດ-ປິດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາການຝຶກຊ້ອມໃຫຍ່ຂອງກ້ອນສະແດງສິລະປະ-ວັດທະນະທຳ ໃນວັນທີ 6 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ມີຄະນະຮັບຜິດຊອບ, ຄູຝຶກ-ອະນຸກໍາມະການແຕ່ລະພາກສ່ວນເຂົ້າຮ່ວມ. ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນີ້ ເປັນຄັ້ງທໍາອິດ...

Continue reading

ວລ ເຕັກນິກກະສິກຳດົງຄໍາຊ້າງ ແຂ່ງຂັນທັກສະສີມື ປະຈຳປີ 2025

ວິທະຍາໄລ (ວລ) ເຕັກນິກກະສິກຳດົງຄໍາຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື ປະຈຳປີ 2025 ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານວິຊາການ, ສ້າງຂະບວນການແຂ່ງຂັນທັກສະສີມືພາຍໃນວິທະຍາໄລ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ. ການແຂ່ງຂັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 6 ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຈິດຕະກອນ ສີຊານົນ...

Continue reading

ປກສ ກວດກາຄືນຄວາມພ້ອມ ອະນຸກຳມະການຝ່າຍຕ່າງໆ ກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ໃນວັນທີ 4 ພະຈິກ 2025 ຢູ່ທີ່ກອງກິລາ-ກາຍະກຳ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສ່ອງແສງປະຈໍາອາທິດ ຂອງຄະນະຮັບຜິດຊອບນັກກິລາ ກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ (ນະຄອນຫຼວງວຽງຈັນ ເກມ 2025), ເຂົ້າຮ່ວມເປັນປະທານໂດຍ ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ປກສ, ຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ປີ 2025 ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳລວມ, ຄູຝຶກ ແລະ ອະນຸກຳມະການຝ່າຍຕ່າງໆ ຂອງກະຊວງປ້ອງກັນຄວາມສະຫງົບ...

Continue reading

ອົງຄະນະພັກ ສສກ ສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມປຶກສາຫາລືວຽກຈຸດສຸມເດືອນພະຈິກ 2025

ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດດອງປະຊຸມສ່ອງແສງລາຍງານວຽກງານພັກປະຈຳເດືອນຕຸລາ ພ້ອມທັງປຶກສາຫາລືວຽກງານຈຸດສຸມປະຈຳເດືອນພະຈິກ 2025 ໃນວັນທີ 28 ຕຸລາ 2025 ທີ່ຫ້ອງປະຊຸມຕຶກໄອທີທີ ກະຊວງສຶກສາທິການ ແລະ ກິລາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງເລຂາ, ຄະນະປະຈຳພັກ, ຄະນະພັກ ແລະ ຄະນະພັກຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ແລະ ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້,...

Continue reading