ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ
ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປີດກອງປະຊຸມປະຖົມນິເທດ ເຜີຍແຜ່ຂໍ້ມູນການເດີນທາງ ໃຫ້ແກ່ ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມ ໄປສູ້ເສິກໃນງານມະຫາກຳກິລາ ທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19 ກັນຍາ ຫາ 4 ຕຸລາ 2026 ນີ້.
ພິທີດັ່ງກ່າວ ໄດ້ມີຂຶ້ນໃນຕອນບ່າຍຂອງວັນທີ 9 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ (ຫ້ອງ 312) ຕຶກເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ທ່ານ ສີຈັນ ຈິດຕະປັນຍາ...







