Skip to main content

Author: Mitlandone Thepninhom

ກວຮ ຮ່ວມກັບ ສກຂ ຫຼວງພະບາງ ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ

ໃນລະຫວ່າງວັນທີ 7-10 ພຶດສະພາ 2026 ທີ່ຫ້ອງປະຊຸມວິທະຍາໄລຄູຫຼວງພະບາງ, ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດການກຽມຄວາມພ້ອມ ໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ບຸກຄະລາກອນທາງການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ໃນ 4 ເມືອງເປົ້າໝາຍຂອງແຂວງຫຼວງພະບາງ ເຊິ່ງ​ກອງປະຊຸມຄັ້ງນີ້ໄດ້ແບ່ງອອກເປັນ 2 ຊຸດ ຄື: ຄັ້ງທີ 1 ແຕ່ວັນທີ 7-8 ພຶດສະພາ ແລະ ຄັ້ງທີ 2 ແຕ່ວັນທີ 9-10 ພຶດສະພາ 2026, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິຄໍາ ພິມບຸນຍໍ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ບົວລອຍ...

Continue reading

ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ພະນັກງານຫຼັກແຫຼ່ງ ກະຊວງ ສສກ

​ໃນຕອນບ່າຍວັນທີ 8 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໄດ້ມີພິທີມອບໃບຢັ້ງຢືນ ແລະ ປິດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຢ່າງເປັນທາງການ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ສສກ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ...

Continue reading

ກົມສາມັນສຶກສາ ຮ່ວມກັບອົງການ ELIC ສືບຕໍ່ຍົກລະດັບຂີດຄວາມສາມາດຄູສອນພາສາອັງກິດ ໄລຍະ III ໃນ 4 ແຂວງເປົ້າໝາຍ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນສອນພາສາອັງກິດ/ຈີນ (ELIC) ຈາກສະຫະລັດອາເມຣິກາ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການຝຶກອົບຮົມຄູສອນພາສາອັງກິດ ໄລຍະທີ III (2026-2031) ເຊິ່ງຈະກວມເອົາ 4 ແຂວງ ຄື: ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ບໍລິຄໍາໄຊ ດ້ວຍມູນຄ່າການຊ່ວຍເຫຼືອທັງໝົດ 261,346 ໂດລາສະຫະລັດ. ​ພິທີລົງນາມດັ່ງກ່າວໄດ້ຈັດໃນຕອນບ່າຍວັນທີ 8 ພຶດສະພາ 2026 ຂຶ້ນທີ່ໂຮງແຮມ ນິວໂລດ ນະຄອນຫຼວງວຽງຈັນ, ໂດຍການຮ່ວມລົງນາມຂອງ ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ແລະ ທ່ານ ເຊນ ໂດນຣອນ (Shane Donrone), ຜູ້ອໍານວຍການອົງການ ELIC ປະຈໍາ ສປປ ລາວ,...

Continue reading

ລາວ-ໄທ ຮ່ວມມືຍົກລະດັບການນຳໃຊ້ຄູ່ມື “ຮູ້ທັນບັນຫາສິ່ງເສບຕິດ” ເພື່ອສ້າງຂີດຄວາມສາມາດໃຫ້ຄູສອນ

ໃນລະຫວ່າງວັນທີ 20-24 ເມສາ 2026, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດກິດຈະກຳຕິດຕາມ, ປະເມີນຜົນ ແລະ ຝຶກອົບຮົມການນຳໃຊ້ຄູ່ມືເສີມຫຼັກສູດ “ຮູ້ທັນບັນຫາສິ່ງເສບຕິດ” ພາຍໃຕ້ໂຄງການສ້າງຂີດຄວາມສາມາດດ້ານວິທະຍາສາດ, ກິລາ ແລະ ສິລະປະ (Capacity Building for Sports Science and Arts) ໂດຍມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ...

Continue reading

ຮຮ ສັນທະລັກ ຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງ ແລະ ນະຄອນຫຼວງວຽງຈັນ ສົກຮຽນ 2025-2026

ໃນວັນທີ 7 ພຶດສະພາ 2026 ທີ່ຫ້ອງປະຊຸມໂຮງຮຽນອະນຸບານ-ປະຖົມສັນທະລັກ ໄດ້ມີພິທີຍ້ອງຍໍຄູ ແລະ ນັກຮຽນເກັ່ງ ຂັ້ນ ປ.5 ລະດັບເມືອງໄຊເຊດຖາ ແລະ ນະຄອນຫຼວງວຽງຈັນ ປະຈໍາສົກຮຽນ 2025-2026 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສຸລິເດດ ໝັ້ນຄົງສິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ແລະ ທ່ານ ນາງ ສີລິວັນ ເລັ່ງສະຫວັດ ປະທານບໍລິຫານໂຮງຮຽນອະນຸບານ-ປະຖົມ ສັນທະລັກ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ພະນັກງານ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ...

Continue reading

ປຶກສາຫາລື ການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອທົບທວນຫົວຂໍ້ຄົ້ນຄວ້າວິທະຍາສາດ

ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ (ກພວຕ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງວຽກງານຂອງຄະນະກຳມະການວິຊາການຄືນໃໝ່ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການປັບປຸງແຕ່ງຕັ້ງຄະນະກຳມະການວິຊາການຄືນໃໝ່ ເພື່ອກວດຜ່ານຫົວຂໍ້ຄົ້ນຄວ້າວິທະຍາສາດ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນວັນທີ 5 ພຶດສະພາ 2026 ທີ່ຫ້ອງປະຊຸມຂອງຫ້ອງການສະພາວິທະຍາສາດແຫ່ງຊາດ (ໃນຮົ້ວສຳນັກງານນາຍົກລັດຖະມົນຕີ), ໂດຍການເປັນປະທານຂອງ ທ່ານ ແກ້ວອຸທອນ ລຸນແສງຈັນ ຄະນະສະພາບໍລິຫານ ກພວຕ ທັງເປັນຫົວໜ້າກອງເລຂາກອງທຶນ, ມີຄະນະກຳມະການວິຊາການກອງທຶນທັງ 6 ກຸ່ມ ຄື: ກຸ່ມວິທະຍາສາດກາຍະພາບ, ກຸ່ມວິທະຍາສາດຊີວະພາບ, ກຸ່ມວິທະຍາສາດສຸຂະພາບ, ກຸ່ມວິທະຍາສາດສັງຄົມ,...

Continue reading

ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທູດອົດສະຕຣາລີ ປະຈຳລາວ

ໃນຕອນບ່າຍວັນທີ 7 ພຶດສະພາ 2026 ທີ່ສໍານັກກະຊວງ ສສກ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບສະພາບການປະຕິຮູບລະບົບການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໃນປັດຈຸບັນ...

Continue reading

ແຂວງຫຼວງພະບາງ ຍ້ອງຍໍນັກຮຽນເກັ່ງລະດັບຊາດ ຢ່າງສົມກຽດ

ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບ ພ້ອມທັງມອບບໍາເນັດ ແລະ ຍ້ອງຍໍນັກຮຽນເກັ່ງລະດັບຊາດ, ຄູບໍາລຸງນັກຮຽນເກັ່ງທີ່ສ້າງຜົນງານໃນການເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2025-2026 ທີ່ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 7 ພຶດສະພາ 2026 ທີ່ຫ້ອງວ່າການແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຄະນະນໍາຂອງແຂວງ, ທ່ານຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄູ-ອາຈານ, ຜູ້ປົກຄອງນັກຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ. ...

Continue reading