Skip to main content

ຖະແຫຼງຜົນສຳເລັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ

29/06/2026

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (AMMSTI) ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (COSTI) ຄັ້ງທີ 89 ແລະ ກອງປະຊຸມປິ່ນອ້ອມອື່ນໆ ເຊິ່ງໄດ້ດຳເນີນໄປໃນລະຫວ່າງວັນທີ 22-26 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີໝາກຜົນຫຼາຍດ້ານ.

ອີງຕາມການລາຍງານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທັງເປັນເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຝ່າຍລາວ ໄດ້ໃຫ້ຮູ້ເຖິງລາຍລະອຽດ ແລະ ຜົນສຳເລັດຂອງກອງປະຊຸມແຕ່ລະວັນ ເຊິ່ງວັນທີ 22 ມິຖຸນາ 2026 ໄດ້ມີການຈັດກອງປະຊຸມສະພາທີ່ປຶກສາເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 20 (COSTI-AG-20) ໂດຍມີຜູ້ຕາງໜ້າຈາກສະພາທີ່ປຶກສາເຈົ້າໜ້າທີ່ອາວຸໂສ ຂອງບັນດາປະເທດສະມາຊິກອາຊຽນ ແລະ ຄະນະເລຂາທິການອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຮ່ວມກັນປຶກສາຫາລືກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໂດຍການຮວບຮວມເອົາຄະນະກຳມະການຍ່ອຍຈາກ 9 ຄະນະ ມາເປັນ 5 ຄະນະກຳມະການ, ການກະກຽມເປີດບັນດາໂຄງການ ແລະ ແຜນງານຕ່າງໆ ລວມທັງການປຶກສາຫາລືກ່ຽວກັບກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (ASTIF) ແລະ ບັນຫາອື່ນໆ ທີ່ປິ່ນອ້ອມ.

ວັນທີ 23 ມິຖຸນາ 2026 ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 89 (COSTI-89) ໂດຍມີຜູ້ເຂົ້າຮ່ວມຂັ້ນເຈົ້າໜ້າທີ່ອາວຸໂສ ຈາກປະເທດສະມາຊິກອາຊຽນ ແລະ ຄະນະເລຂາທິການອາຊຽນ. ກອງປະຊຸມໄດ້ປຶກສາຫາລື ແລະ ຕົກລົງຫຼາຍບັນຫາທີ່ສຳຄັນ ເພື່ອກະກຽມລາຍງານຕໍ່ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 22 ເປັນຕົ້ນແມ່ນ ການເປີດ 4 ແຜນງານອາຊຽນ, ຮ່າງຖະແຫຼງການຮ່ວມດ້ານ STI ແລະ ບັນຫາສຳຄັນອື່ນໆ.

ວັນທີ 24 ມິຖຸນາ 2026 ໄດ້ມີການຈັດກອງປະຊຸມຮ່ວມມືອາຊຽນ ກັບຄູ່ຮ່ວມພາຍນອກ ເຊັ່ນ: ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ-ສ. ເກົາຫຼີ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 7 ໄດ້ເນັ້ນໜັກການຮ່ວມມືດ້ານປັນຍາປະດິດ (AI) ແລະ ເຕັກໂນໂລຊີການຄຳນວນສະມັດຖະພາບສູງ (HPC), ການພັດທະນາເຕັກໂນໂລຊີພະລັງງານເພື່ອຄວາມຍືນຍົງ, ການແຂ່ງຂັນທຸລະກິດເລີ່ມຕົ້ນ (Startup) ແລະ ການສ້າງເຄືອຂ່າຍວິທະຍຸດາວທຽມ (VLBI); ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ-ຍີ່ປຸ່ນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 15 ໄດ້ເນັ້ນໜັກການຮ່ວມມືຜ່ານໂຄງການຂະໜາດໃຫຍ່ ເປັນຕົ້ນແມ່ນ SATREPS, eASIA JRP, Sakura Science, ການຮ່ວມມືດ້ານສຸຂະພາບ, ການຮັບມືກັບໄພພິບັດ ແລະ ການສ້າງຂີດຄວາມສາມາດດ້ານຊັບພະຍາກອນມະນຸດ; ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ-ສປ ຈີນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 13 ໄດ້ເນັ້ນໜັກໃສ່ການແລກປ່ຽນນະໂຍບາຍ STI, ຄວາມຄືບໜ້າຂອງໂຄງການຄົ້ນຄວ້າວິໄຈຮ່ວມກັນ, ການແລກປ່ຽນບຸກຄະລາກອນ ແລະ ການຮ່ວມມືດ້ານການຖ່າຍທອດເຕັກໂນໂລຊີ.

ວັນທີ 25 ມິຖຸນາ 2026 ໄດ້ມີການຈັດງານສຳມະນາດ້ານ STI ຂອງ ສ. ເກົາຫຼີ, ສປ ຈີນ ແລະ ສປປ ລາວ ເຊິ່ງໄດ້ເນັ້ນໜັກການຊຸກຍູ້ ແລະ ສົ່ງເສີມແຜນປະຕິບັດງານອາຊຽນ STI ແຕ່ປີ 2026-2030 ແລະ ແຜນໄລຍະຍາວຮອດປີ 2035. ໃນນັ້ນ, ສປປ ລາວ ກໍໄດ້ຈັດງານວາງສະແດງຜົນງານ ແລະ ສຳມະນາແລກປ່ຽນ ໂດຍມີວິທະຍາກອນຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ວັນທີ 26 ມິຖຸນາ 2026 ໄດ້ມີພິທີເປີດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 ຢ່າງເປັນທາງການ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ມີ ທ່ານ ປອ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາຄະນະຜູ້ແທນກອງປະຊຸມ ຂັ້ນຮອງນາຍົກລັດຖະມົນຕີ, ຄະນະລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ. ໃນພິທີໄດ້ມີການເປີດບັນດາແຜນງານ, ໂຄງການ ແລະ ການຮຽກຮ້ອງຂໍທຶນພາຍໃຕ້ກອງທຶນ STI (ASTIF Call) ເພື່ອໃຫ້ບັນດາປະເທດອາຊຽນລິເລີ່ມຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງສຸດ.

ໃນຂະນະດຽວກັນ, ກອງປະຊຸມຂັ້ນລັດຖະມົນຕີ AMMSTI-22 ໄດ້ດຳເນີນໄປຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເຊິ່ງບັນດາຜູ້ແທນກອງປະຊຸມໄດ້ສະແດງທັດສະນະໃນການພ້ອມກັນລິເລີ່ມຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ສະເຫຼີມສະຫຼອງການເປີດ ແຜນປະຕິບັດງານອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (APASTI) ປີ 2026-2035. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89, ຖະແໜງການຮ່ວມດ້ານ STI ແລະ ໄດ້ຕົກລົງມອບໝາຍໃຫ້ ປະເທດມາເລເຊຍ ເປັນເຈົ້າພາບຈັດກອງປະຊຸມຄັ້ງຕໍ່ໄປໃນປີ 2027.

ໃນນາມຕາງໜ້າຄະນະຈັດຕັ້ງກອງປະຊຸມ, ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ທຸ້ມເທສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມທີ່ສຳຄັນລະດັບພາກພື້ນນີ້ ຈົນເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສຳເລັດຢ່າງສະຫງ່າງາມ.

ພາບ-ຂ່າວໂດຍ: ສູນຂ່າວ AMMSTI-22

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ