ເມືອງສີໂຄດຕະບອງ ສະຫຼຸບຜົນການສອບເສັງຈົບຊັ້ນ ປ.5 ແລະ ມ.4 ສົກຮຽນ 2025-2026
ໃນວັນທີ 18 ສິງຫາ 2026 ທີ່ສະໂມສອນໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ແລະ ມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິ ວັນນະສຸກ ຮອງປະທານຄະນະປົກຄອງເມືອງສີໂຄດຕະບອງ ນວ, ທ່ານ ສົມດີ ດວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນວ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ ຄູອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ...








