Skip to main content

ເມືອງສີໂຄດຕະບອງ ສະຫຼຸບຜົນການສອບເສັງຈົບຊັ້ນ ປ.5 ແລະ ມ.4 ສົກຮຽນ 2025-2026

19/08/2026
ໃນວັນທີ 18 ສິງຫາ 2026 ທີ່ສະໂມສອນໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບຜົນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ແລະ ມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິ ວັນນະສຸກ ຮອງປະທານຄະນະປົກຄອງເມືອງສີໂຄດຕະບອງ ນວ, ທ່ານ ສົມດີ ດວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ນວ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ ຄູອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຄໍາສິງ ດວງດາລາ ໄດ້ຜ່ານບົດສະຫຼຸບການສອບເສັງຈົບຊັ້ນ ປະຖົມສຶກສາ ປ.5 ແລະ ມັດທະຍົມສຶກສາຕອນຕົ້ນ ມ.4 ປະຈຳສົກຮຽນ 2025-2026 ວ່າ: ທົ່ວເມືອງມີໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ ທັງພາກລັດ ແລະ ເອກະຊົນທັງໝົດ 109 ແຫ່ງ, ໃນສົກຮຽນນີ້ເມືອງສີໂຄດຕະບອງ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນດ້ານການສຶກສາ ເປັນຕົ້ນຜົນການສອບເສັງຈົບຊັ້ນ ປ.5 ຈໍານວນນັກຮຽນເຂົ້າສອບເສັງຕົວຈິງ ທັງໝົດ 2,067 ຄົນ, ຍິງ 964 ຄົນ, ສອບເສັງໄດ້ທັງໝົດ 100%, ຈໍານວນນັກຮຽນສອບເສັງໄດ້ 5 ຂຶ້ນໄປທຸກວິຊາມີ 1,585 ຄົນ, ຍິງ 806 ຄົນ, ຈໍານວນນັກຮຽນສອບເສັງໄດ້ຄະແນນສະເລ່ຍດີເດັ່ນຮອບດ້ານ 7 ຂຶ້ນໄປທຸກວິຊາມີ 354 ຄົນ, ຍິງ 222 ຄົນ, ຈໍານວນນັກຮຽນສອບເສັງໄດ້ຄະແນນສະເລ່ຍດີເລີດ 9 ຂຶ້ນໄປທຸກວິຊາມີ 31 ຄົນ, ຍິງ 19 ຄົນ, ໂຮງຮຽນທີ່ມີຜົນງານດີເດັ່ນໃນບັ້ນການສອບເສັງຈົບຊັ້ນໄດ້ສົມບູນ ສະເລ່ຍ 60% ຂື້ນໄປ ມີທັງໝົດ 50 ແຫ່ງ, ໂຮງຮຽນເສັງໄດ້ຄະແນນສະເລ່ຍສົມບູນ 100% ມີ 11 ແຫ່ງ, ຄູ-ອາຈານທີ່ມີຜົນງານດີເດັ່ນ ສ້າງນັກຮຽນໄດ້ຄະແນນ 9 ຂຶ້ນໄປ ມີ 13 ທ່ານ, ຄູດີເດັ່ນຄະແນນສົມບູນ ສະເລ່ຍໄດ້ 60% ຂຶ້ນໄປທຸກວິຊາ ຈຳນວນ 62 ຄົນ, ຄູດີເດັ່ນໃນຄະແນນ 7 ຂຶ້ນໄປທຸກວິຊາ ຈຳນວນ 56 ຄົນ.
ສຳລັບຜົນການສອບເສັງຈົບຊັ້ນ ມ.4 ມີນັກຮຽນເຂົ້າສອບເສັງຕົວຈິງທັງໝົດ 1,853 ຄົນ, ຍິງ 937 ຄົນ, ເສັງໄດ້ທັງໝົດ 100% ຈໍານວນນັກຮຽນສອບເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາມີ 911 ຄົນ, ຍິງ 504 ຄົນ, ນັກຮຽນສອບເສັງໄດ້ຄະແນນສະເລ່ຍ 5 ຂຶ້ນໄປທຸກວິຊາມີ 1,853 ຄົນ, ຍິງ 937 ຄົນ, ນັກຮຽນສອບເສັງໄດ້ຄະແນນດີເດັ່ນຮອບດ້ານ 7 ຂຶ້ນໄປທຸກວິຊາມີ 235 ຄົນ, ຍິງ 146 ຄົນ, ນັກຮຽນສອບເສັງໄດ້ຄະແນນສະເລ່ຍ 7 ຂຶ້ນໄປທຸກວິຊາມີ 348 ຄົນ, ຍິງ 223 ຄົນ, ນັກຮຽນສອບເສັງໄດ້ໃບປະກາສະນິຍະບັດແດງ ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາມີ 6 ຄົນ, ໂຮງຮຽນທີ່ມີຜົນງານດີເດັ່ນໃນບັ້ນການສອບເສັງຈົບຊັ້ນ ໄດ້ຄະແນນສະເລ່ຍສົມບູນ 65% ຂື້ນໄປ ມີທັງໝົດ 13 ແຫ່ງ, ຄູອາຈານທີ່ມີຜົນງານດີເດັ່ນສິດສອນ ຜົນການສອບເສັງຈົບຊັ້ນ ມ.4 ນັກຮຽນໄດ້ຮັບໃບປະກາສະນິຍະບັດແດງມີທັງໝົດ 23 ຄົນ.
ຈາກນັ້ນ, ພາຍໃນພິທີກໍໄດ້ມີການມອບໃບຍ້ອງຍໍຂັ້ນປະທານຄະນະກຳມະການປົກຄອງເມືອງ ແລະ ຂັ້ນຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ແກ່ບັນດາໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ ທີ່ມີຜົນງານດີເດັ່ນໃນການຮຽນການສອນ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ