Skip to main content

ສຳເລັດກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III ພ້ອມວາງທິດທາງສ້າງເປັນໂຮງຮຽນຕົວແບບຄຸນນະພາບ

17/08/2026
ໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ຜ່ານມາ, ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄັດເລືອກນັກຮຽນເຂົ້າຮຽນ ຄັ້ງທີ III ຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງນາໝໍ້ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງນາໝໍ້ ແລະ ທ່ານ ໄຊພອນ ສີຈະເລີນ ຮອງປະທານຄະນະກຳມະການປົກຄອງເມືອງນາໝໍ້; ໂດຍມີຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ (ກະຊວງ ສສກ), ຜູ້ບໍລິຫານຈາກ 6 ເມືອງ, ພະແນກ ສກຂ ແຂວງ, ຫ້ອງການ ສສກ 7 ເມືອງ ແລະ ຜູ້ບໍລິຫານສະຖາບັນການສຶກສາຂັ້ນໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສະຫຼຸບຜົນງານ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄັດເລືອກນັກຮຽນ ໃນໄລຍະ 29 ສົກຮຽນຜ່ານມາ (ສົກຮຽນ 1997-1998 ຫາ 2025-2026), ພ້ອມທັງກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ສອດຄ່ອງກັບແຜນຍຸດທະສາດການສຶກສາແຫ່ງຊາດ.
ໃນກອງປະຊຸມ, ທ່ານ ບຸນຜົງ ຈັນທະລາວົງ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ, ມາດຖານ-ເງື່ອນໄຂການຄັດເລືອກ, ຂໍ້ມູນສະຖິຕິສົກຮຽນ 2025-2026, ແຜນຍຸດທະສາດຮອດປີ 2030 ແລະ ແຜນພັດທະນາໂຮງຮຽນຮອດປີ 2035. ເຊິ່ງໃນໄລຍະຜ່ານມາ ໂຮງຮຽນຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ດ້ານການຮຽນ-ການສອນ ໃນສົກຮຽນ 2024-2025 ນັກຮຽນທັງໝົດ 559 ຄົນ ຈາກ 11 ຊົນເຜົ່າ (4 ໝວດພາສາ) ສາມາດຜ່ານການສອບເສັງທ້າຍພາກໄດ້ 100%; ດ້ານຜົນງານ ແລະ ການບໍລິຫານ ໄດ້ຮັບໃບຢັ້ງຢືນເປັນ 1 ໃນ 13 ໂຮງຮຽນຕົວແບບດ້ານພະລະ-ສິນລະປະສຶກສາ ໃນທົ່ວປະເທດ; ໜ່ວຍພັກໂຮງຮຽນໄດ້ຮັບໃບຢັ້ງຢືນ “ປອດໃສ ເຂັ້ມແຂງ ໜັກແໜ້ນ” ຕິດຕໍ່ກັນ 15 ປີ; ດ້ານການລະດົມທຶນ ສາມາດຍາດແຍ່ງການຊ່ວຍເຫຼືອຈາກພາກລັດ ແລະ ເອກະຊົນ ໄດ້ທັງໝົດ 325 ລ້ານກີບ.
ຄຽງຄູ່ກັບຜົນສຳເລັດ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງບັນຫາ ແລະ ສິ່ງທ້າທາຍທີ່ຕ້ອງເລັ່ງແກ້ໄຂ ເຊັ່ນ: ນັກຮຽນໃໝ່ຈຳນວນໜຶ່ງຍັງອ່ານພາສາລາວບໍ່ຄ່ອງ ແລະ ຂຽນບໍ່ທັນໄດ້ດີ; ນັກຮຽນຊັ້ນ ມ.1 ອາຍຸຍັງນ້ອຍ, ຂາດຄວາມຊິນເຄີຍໃນການເພິ່ງພາຕົນເອງ ເນື່ອງຈາກເຄີຍຢູ່ກັບພໍ່ແມ່ ເຊິ່ງເປັນສາເຫດໜຶ່ງຂອງການປະລະການຮຽນ; ຄວາມຫຍຸ້ງຍາກໃນການປະກອບເອກະສານ (ໃບຢັ້ງຢືນສຸຂະພາບ, ໃບກວດສານເສບຕິດ) ແລະ ຂອດການປະສານງານລະຫວ່າງໂຮງຮຽນ, ຫ້ອງການ ສສກ ເມືອງ ແລະ ຜູ້ປົກຄອງ.
ໃນໂອກາດດຽວກັນ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນສຳເລັດ, ພ້ອມທັງເນັ້ນໜັກໃສ່ຈຸດຄົງຄ້າງ ເປັນຕົ້ນແມ່ນການຄັດເລືອກທີ່ບາງຄັ້ງຍັງບໍ່ທັນສອດຄ່ອງກັບເປົ້າໝາຍ ແລະ ຜົນການຮຽນຂອງນັກຮຽນໃນລະດັບຊາດທີ່ຍັງຕ້ອງໄດ້ຍົກລະດັບຕື່ມ. ທັງນີ້, ທ່ານໄດ້ເຜີຍແຜ່ທິດທາງແກ້ໄຂ ແລະ ເນັ້ນໃສ່ 3 ວຽກງານໃຫຍ່ ຄື: ເນັ້ນຮັບເອົາລູກຫຼານປະຊາຊົນບັນດາເຜົ່າຜູ້ທຸກຍາກ, ຢູ່ເຂດພູດອຍຫ່າງໄກສອກຫຼີກ, ລູກກຳພ້າ ແລະ ຜູ້ດ້ອຍໂອກາດ ໃຫ້ໄດ້ຮຽນຈົບ ມ.ຕົ້ນ ພາກບັງຄັບ; ຕ້ອງໂປ່ງໃສ (ມີຫຼັກຖານກວດສອບໄດ້), ຍຸຕິທຳ (ບໍ່ມີຄົນເຈົ້າຄົນຂ້ອຍ) ແລະ ຖືກຕ້ອງຕາມລະບຽບການ. ໂດຍໃຫ້ມີຜູ້ຕາງໜ້າຈາກ ພະແນກ ສກຂ, ຫ້ອງການ ສກມ, ອຳນາດການປົກຄອງ ເຂົ້າຮ່ວມ ແລະ ໃຫ້ຄະນະຄັດເລືອກລົງເບິ່ງສະພາບຄວາມເປັນຈິງຢູ່ເຮືອນຂອງນັກຮຽນ ເພື່ອຮັບປະກັນຄວາມເປັນລະບຽບ ແລະ ບໍ່ໃຫ້ມີຫາງສຽງ; ເອົາໃຈໃສ່ຄູສອນເປັນບຸລິມະສິດ ເພາະຄູຄືໝາກຫົວໃຈຂອງຄຸນນະພາບ; ສົ່ງເສີມໃຫ້ຄູຄົ້ນຄວ້າຮຽນຮູ້ຢ່າງຕໍ່ເນື່ອງ, ນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນການສອນ. ຜູ້ບໍລິຫານຕ້ອງຕິດຕາມ-ນິເທດການສອນຢ່າງເປັນລະບົບ, ຈັດຊົ່ວໂມງພັດທະນາຄູຢ່າງໜ້ອຍ 2 ຊົ່ວໂມງ/ອາທິດ, ສ້າງລະບົບຄູທີ່ປຶກສາ (Mentor), ສົ່ງຄູໄປຮຽນຮູ້ຈາກໂຮງຮຽນຕົວແບບ, ພ້ອມທັງຍ້ອງຍໍຄູດີ-ນັກຮຽນເກັ່ງ ແລະ ຊຸກຍູ້ຜູ້ທີ່ຍັງອ່ອນ; ແຕ່ງຕັ້ງຄູຮັບຜິດຊອບ (ພໍ່ລ້ຽງ-ແມ່ລ້ຽງ) 1 ຄົນ ຕໍ່ນັກຮຽນ 10-20 ຄົນ ເພື່ອໃຫ້ຄວາມອົບອຸ່ນ ແລະ ຕິດຕາມໃກ້ຊິດ; ສື່ສານກັບຄອບຄົວເພື່ອໃຫ້ນັກຮຽນກັບມາຮຽນດ້ວຍຄວາມເຕັມໃຈ; ຈັດກິດຈະກຳວັນວັດທະນະທຳຊົນເຜົ່າ, ກິລາ, ສິນລະປະ ເພື່ອໃຫ້ຄວາມພາກພູມໃຈໃນອຸປະນິໄສ ແລະ ວັດທະນະທຳ; ສ້າງແຮງຈູງໃຈໃນການຮຽນຕໍ່ ຫຼື ປະກອບອາຊີບ; ພ້ອມທັງເນັ້ນຕັກເຕືອນເລື່ອງການຕິດໂທລະສັບ ເຊິ່ງສົ່ງຜົນໃຫ້ສະມາທິສັ້ນ ແລະ ກະທົບຕໍ່ການຮຽນ.
ໃນຕອນທ້າຍ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ມີເງື່ອນໄຂພ້ອມທີ່ຈະກາຍເປັນ “ໂຮງຮຽນຕົວແບບຄຸນນະພາບແຫ່ງຊາດ” ພາຍໃນ 3-5 ປີໜ້າ ຖ້າທຸກພາກສ່ວນຮ່ວມມືກັນຢ່າງສາມັກຄີ, ນຳພາດ້ວຍຄຸນນະທຳ, ວິໄນ ແລະ ວິໄສທັດທີ່ຊັດເຈນ ເພື່ອສ້າງໃຫ້ລູກຫຼານຊົນເຜົ່າໄດ້ຮັບການສຶກສາຢ່າງທົ່ວເຖິງ ແລະ ກາຍເປັນຜູ້ສືບທອດພາລະກິດພັດທະນາປະເທດຊາດໃນອະນາຄົດ.
#ຂ່າວ ແລະ ພາບໂດຍ: ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ