ສະຖາບັນຂົງຈື ມຊ ສອບເສັງຄັດເລືອກນັກສຶກສາໃໝ່ ປະລິນຍາຕີ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027
17/08/2026

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາໃໝ່ ເຂົ້າຮຽນໃນຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ປະຈຳສົກສຶກສາ 2026-2027 ໃນວັນທີ 15 ສິງຫາ 2026 ທີ່ສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຕິດຕາມ ແລະ ສັງເກດການຂອງ ທ່ານ ຮສ. ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຮສ. ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ແລະ ທ່ານ ເຟິ່ງ ກວ້າງຫົວ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ, ບັນດາຄູອາຈານ ແລະ ນັກສອບເສັງເຂົ້າຮ່ວມ.
ທ່ານ ຄຳຮຸ່ງ ຈັນທະວົງ ໄດ້ໃຫ້ຮູ້ວ່າ: ສຳລັບການສອບເສັງໃນສົກສຶກສາ 2026-2027 ແມ່ນໄດ້ມີການກະກຽມ ແລະ ເຜີຍແຜ່ຂໍ້ມູນຂ່າວສານມາຕັ້ງແຕ່ເດືອນ ພຶດສະພາ-ມິຖຸນາ ຜ່ານມາ ທັງທາງສື່ອອນລາຍ, ໃນສົກສຶກ 2026-2027 ມີນັກສຶກສາລົງທະບຽນເຂົ້າສອບເສັງທັງໝົດ 681 ຄົນ, ໂດຍໄດ້ຈັດການສອບເສັງອອກເປັນ 25 ຫ້ອງ, ການສອບເສັງແບ່ງອອກເປັນ 3 ໝວດ ຄື: ໝວດທີ 1 ວິຊາພາສາລາວ-ວັນນະຄະດີ, ພູມສາດ, ປະວັດສາດ ແລະ ວິຊາຄະນິດສາດ (ເສັງພາກເຊົ້າ); ໝວດທີ 2 ວິຊາ ພາສາຈີນ ແລະ ພາສາອັງກິດ (ເສັງພາກເຊົ້າ) ແລະ ໝວດທີ 3 ແມ່ນພາກສອບເສັງການສຳພາດໂດຍກົງກັບຄູ-ອາຈານຄົນຈີນ (ຈັດຂຶ້ນໃນພາກບ່າຍ), ເຊິ່ງຈາກຜູ້ສອບເສັງທັງໝົດ 681 ຄົນ, ທາງສະຖາບັນຈະຄັດເລືອກເອົານັກສຶກສາທີ່ມີຄະແນນດີເດັ່ນ ແລະ ມີພື້ນຖານພາສາຈີນດີແທ້ ຈຳນວນ 105 ຄົນ ເພື່ອເຂົ້າຮຽນໃນຫຼັກສູດດັ່ງກ່າວ, ເຊິ່ງຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ແມ່ນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ຕາມລະບົບການຮຽນ-ການສອນ 2+2, ປີ 1 ຫາ ປີ 2 ແມ່ນຮຽນຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ປີ 3 ຫາ ປີ 4 ນັກສຶກສາທີ່ເສັງຜ່ານລະດັບ HSK ໄດ້ 210 ຄະແນນຂຶ້ນໄປ ແລະ HSKK (ພາກເວົ້າ) ລະດັບກາງຂຶ້ນໄປ ຈະໄດ້ຮັບທຶນການສຶກສາ 100% ໄປຮຽນຕໍ່ຢູ່ ມະຫາວິທະຍາໄລຊົນເຜົ່າກວ້າງຊີ ສປ ຈີນ ແລະ ເມື່ອຈົບການສຶກສາຈະໄດ້ຮັບໃບປະກາດປະລິນຍາຕີ 2 ໃບ ຈາກທັງສອງມະຫາວິທະຍາໄລ.
ສຳລັບຜົນການສອບເສັງ ແມ່ນຄາດວ່າຈະປະກາດຜົນການໃນທ້າຍເດືອນສິງຫາ 2026, ສ່ວນກໍານົດການເປີດສົກຮຽນໃໝ່ ແມ່ນວາງແຜນໄວ້ໃນທ້າຍເດືອນ 2026. ທັງນີ້, ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ໄດ້ເລີ່ມດຳເນີນການສິດສອນມາຕັ້ງແຕ່ປີ 2021 ໂດຍໄດ້ຮັບການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງປັດຈຸບັນໄດ້ສ້າງບຸກຄະລາກອນຈົບອອກໄປແລ້ວ 2 ຮຸ່ນ, ເຊິ່ງປສະຖາບັນ ຂົງຈື ມີແຜນການຂະຫຍາຍຂໍເພີ່ມຜູ້ຊ່ຽວຊານ ເອົາໄວ້ຂະຫຍາຍເປັນ 6 ຫ້ອງ (ຮັບນັກ ສຶກສາ 210 ຄົນ) ໃນປີໜ້າ.
ພາບ-ຂ່າວ: ບົວລະພາ














