Skip to main content

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອລ້າ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ ສຸມໃສ່ສ້າງຊັບພະຍາກອນມະນຸດໃຫ້ຄຸນນະພາບສູງ

17/08/2026
ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ໃນພິທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ຄຳພອນ ຫົວໜ້າຫ້ອງການ ຄະນະກຳມະການຮ່ວມມື ລາວ-ຈີນ ແລະ ທ່ານ ນາງ ຫຼີຊີເຈີ່ນ ທີ່ປຶກສາດ້ານເສດຖະກິດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້ ກໍຍັງມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ຕະຫຼອດຮອດການນຳຂັ້ນຕ່າງໆ, ຕົວແທນຈາກ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ທອງໃສ ໄຊຍະວົງຄຳດີ ໄດ້ກ່າວປາໄສວ່າ: ໂຮງຮຽນ ມສ ສະຫວັນ ສ້າງຕັ້ງຂຶ້ນແຕ່ປີ 1960 ເຊິ່ງມີປະຫວັດຍາວນານ ແຕ່ປັດຈຸບັນສະພາບອາຄານແມ່ນໄດ້ຊຸດໂຊມລົງຫຼາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຄຸນນະພາບການສຶກສາ ລັດຖະບານ ສປ ຈີນ ຈຶ່ງໄດ້ມອບທຶນຊ່ວຍເຫຼືອລ້າເພື່ອນຳມາຈັດຕັ້ງປະຕິບັດໜ້າວຽກຫຼັກຄື: ການທຸບມ້າງອາຄານເກົ່າ, ການກໍ່ສ້າງອາຄານໃໝ່, ການສະໜອງອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມການນຳໃຊ້ອຸປະກອນໃຫ້ແກ່ຄູ-ອາຈານ.
ສຳລັບພາບລວມຂອງໂຄງການກໍ່ສ້າງໃໝ່ນີ້ ແມ່ນກວມເອົາເນື້ອທີ່ປະມານ 10.000 ຕາແມັດ, ມີເນື້ອທີ່ອາຄານທັງໝົດ 6.095 ຕາແມັດ ເຊິ່ງປະກອບມີ ອາຄານສິດສອນ ແລະ ຫໍກິລາໃນຮົ່ມ, ອາຄານສຳນັກງານ, ປ້ອມຍາມ ແລະ ພື້ນຖານໂຄງລ່າງດ້ານນອກ ເຊິ່ງລາຍລະອຽດແຕ່ລະພາກສ່ວນມີດັ່ງນີ້ ອາຄານສິດສອນ: ປະກອບມີ ຫ້ອງຮຽນທົ່ວໄປ, ຫ້ອງທົດລອງຟີຊິກສາດ, ເຄມີສາດ ແລະ ຊີວະສາດ, ຫ້ອງຮຽນວິທະຍາສາດ-ສັງຄົມ, ຫ້ອງຮຽນຮູບແບບທັນສະໄໝ, ຫ້ອງອ່ານໜັງສື, ຫ້ອງປະຖົມພະຍາບານ, ຫ້ອງຄອມພິວເຕີ, ຫ້ອງຄວບຄຸມໄຟ ແລະ ຫ້ອງສູບນໍ້າພາຍໃນ; ຫໍກິລາໃນຮົ່ມ: ເປັນສະໜາມຝຶກຊ້ອມບານບ້ວງ ແລະ ບານສົ່ງ ເຊິ່ງປະກອບມີ ເວທີ, ຫ້ອງຄວບຄຸມ, ຫ້ອງເກັບມ້ຽນອຸປະກອນ ແລະ ຖັງດັບເພີງ; ອາຄານສຳນັກງານ: ປະກອບມີ ຫ້ອງການຜູ້ອຳນວຍການ, ຫ້ອງການ ແລະ ຫ້ອງປະຊຸມ.
ໂຄງການນີ້ຈະໃຊ້ໄລຍະເວລາການກໍ່ສ້າງ 14 ເດືອນ ໂດຍການຮັບເໝົາກໍ່ສ້າງຂອງ ກຸ່ມບໍລິສັດຮ່ວມມືດ້ານເສດຖະກິດ-ເຕັກນິກສາກົນຈຽງຊູຈີນ ຈຳກັດ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອ ພ້ອມທັງເນັ້ນໜັກວ່າ: ໂຄງການນີ້ບໍ່ແມ່ນພຽງແຕ່ການກໍ່ສ້າງດ້ານວັດຖຸອາຄານເທົ່ານັ້ນ, ແຕ່ມັນແມ່ນໝາກຜົນອັນຈົບງາມຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການຮ່ວມມືເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ຢ່າງແທ້ຈິງ. ທຶນຊ່ວຍເຫຼືອລ້າຄັ້ງນີ້ ຈະເປັນທຶນຮອນອັນມະຫາສານໃນການຫັນປ່ຽນໂສມໜ້າ ແລະ ຍົກລະດັບພື້ນຖານໂຄງລ່າງຂອງ ມສ ສະຫວັນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນໄດ້ຢ່າງເຕັມຮູບແບບ.
ຂະນະດຽວກັນ, ທ່ານ ນາງ ຫຼີຊີເຈີ່ນ ກໍໄດ້ກ່າວວ່າ: ໂຄງການຊ່ວຍເຫຼືອລ້າຄັ້ງນີ້ ແມ່ນຈັດຕັ້ງປະຕິບັດຕາມ ແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ ລາວ-ຈີນ (2024-2028) ແລະ ເປັນບາດກ້າວສຳຄັນຂອງ ໂຄງການກໍ່ສ້າງໂຮງຮຽນ 10 ແຫ່ງ ທີ່ຈີນຊ່ວຍເຫຼືອລາວ. ຝ່າຍຈີນຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ເພື່ອຊຸກຍູ້ການກໍ່ສ້າງ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນສ້າງໂຄງການດັ່ງກ່າວໃຫ້ກາຍເປັນອະນຸສາວະລີແຫ່ງຍຸກສະໄໝ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢ່າງມີຊີວິດຊີວາ.
ໃນຕອນທ້າຍຂອງພິທີ, ຄະນະປະທານ ພ້ອມດ້ວຍຄະນະນຳຂັ້ນຕ່າງໆ ແລະ ແຂກທີ່ຖືກເຊີນທຸກພາກສ່ວນ ກໍໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງຊວ້ານດິນ ເພື່ອວາງສີລາລຶກເປີດໂຄງການຍົກລະດັບ ແລະ ປັບປຸງກໍ່ສ້າງອາຄານຮຽນ ມສ ສະຫວັນ ຢ່າງເປັນທາງການ
ພາບ-ຂ່າວ: ພານຸມາດ (ສກຂ ສະຫວັນນະເຂດ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ