“ສິລິໄຊ ວົງສຳພັນ” ຕົວແທນຊາວໜຸ່ມລາວຄົນທຳອິດ ຮັບການແຕ່ງຕັ້ງເປັນຜູ້ນຳຊາວໜຸ່ມ GPE ລະດັບໂລກ
ນັບເປັນອີກໜຶ່ງເຫດການປະຫວັດສາດ ແລະ ຄວາມພາກພູມໃຈອັນຍິ່ງໃຫຍ່ຂອງປະເທດລາວ ເມື່ອ ທ່ານ ກິໂນ ຫຼື ສິລິໄຊ ວົງສຳພັນ (Sirisay Vongsamphanh) ນັກເຄື່ອນໄຫວດ້ານຊາວໜຸ່ມຜູ້ມີຜົນງານໂດດເດັ່ນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ນຳຊາວໜຸ່ມ (Youth Leader) ຄົນທຳອິດຈາກ ສປປ ລາວ ຂອງອົງການ Global Partnership for Education (GPE).
ການກ້າວເຂົ້າຮ່ວມເຄືອຂ່າຍຜູ້ນຳຊາວໜຸ່ມລະດັບໂລກໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຍູ້ດັນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບລະບົບການສຶກສາ ພ້ອມທັງເປີດໂອກາດໃຫ້ “ສຽງຂອງຊາວໜຸ່ມລາວ” ໄດ້ຮັບການຮັບຟັງຢ່າງມີຄວາມໝາຍໃນເວທີການກຳນົດນະໂຍບາຍ ແລະ ການຕັດສິນໃຈດ້ານການສຶກສາໃນລະດັບສາກົນ.
#ອົງການ GPE ແມ່ນໃຜ? ແລະ...








