Skip to main content

Author: Mitlandone Thepninhom

ທັບນັກກິລາຍິງປືນຄົນພິການລາວ ພ້ອມຈະສ້າງຜົນງານປະຫວັດສາດ ຍາດໃຫ້ໄດ້ຫຼຽນຄຳ ໃນອາຊຽນພາຣາເກມ 2026

ທັບນັກກິລາຍິງປືນຄົນພິການທີມຊາດລາວ ພ້ອມແລ້ວຈະສູ້ຊົນສ້າງຜົນງານຄັ້ງປະຫວັດສາດ ຍາດໃຫ້ໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນ ພາຣາເກມ 2026 ຈະຈັດຂຶ້ນ ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ.ຂະນະທີ່ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ພ້ອມຈະໃຫ້ເງິນໂບນັດຫຼຽນຄຳ 10 ລ້ານກີບ. ທ່ານ ສິດປະກອນ ພົມມະວົງສາ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ທັງເປັນປະທານບໍລິສັດ ທີ່ປຶກສາກົດໝາຍອາໄພສັກສິດ ຈຳກັດ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ໃຫ້ກຳລັງໃຈທັບນັກກິລາຍິງປືນຄົນພິການລາວ ພ້ອມນຳເງິນເກືອບ 10 ລ້ານກີບ ມອບເພຶ່ອເປັນກຳລັງໃຈໃຫ້ນັກກິລາຍິງປືນຄົນພິການລາວ ໃນວັນທີ 16...

Continue reading

ເອສຣາ ໄລ່ຕ້ອນ ກອງທັບ 4-1 ຄວ້າແຊ໋ມບານເຕະຊີງຂັນນາຍົກ ສະໄໝທີ 2 ມາຄອງຢ່າງຍິ່ງໃຫຍ່

ການແຂ່ງຂັນບານເຕະ ຊີງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະຈໍາປີ 2025-2026 ນັດຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມັງກອນ 2026 ທີ່ສະໜາມກິລາແຂວງຫຼວງພະບາງ, ຊຶ່ງເປັນການພົບກັນລະຫວ່າງ ສະໂມສອນ ກອງທັບ ເອັບຊີ ແລະ ສະໂມສອນ ເອສຣາ ເອັບຊີ ແຊ໋ມເກົ່າລາຍການນີ້ ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຊະນະເລີດຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ສຮ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ, ປະທານສະຫະພັນບານເຕະແຫ່ງຊາດລາວ,...

Continue reading

ລາວ-ກຳປູເຈຍ ທັດສະນະສຶກສາແລກປ່ຽນວຽກການສິດສອນເດັກປະລະການຮຽນໃນຊຸມຊົນ ທີ່ພະນົມເປັນ

ເມື່ອອາທິດຜ່ານມາ, ຄະນະຜູ້ແທນສຶກສາຈາກ ສປປ ລາວ ຈຳນວນ 10 ທ່ານ ຊຶ່ງນຳໂດຍ ຮອງສາດສະດາຈານ ປະລິນຍາເອກ ນາງ ສິລິນທອນ ສັກລໍຄຳ, ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໄດ້ເດີນທາງໄປພະນົມເປັນ, ປະເທດກຳປູເຈຍ ເພື່ອທັດສະນະສຶກສາ ແລະ ແລກປ່ຽນ ວຽກງານການສິດສອນ ທີ່ແທດເໝາະກັບລະດັບການສຶກສາຂອງເດັກນ້ອຍ ທີ່ປະລະການຮຽນໃນຊຸມຊົນ. ຈຸດປະສົງຂອງການໄປທັດສະນະສຶກສາຄັ້ງນີ້ ຍັງແນໃສ່ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມຮູ້ໃຫ້ແກ່ເດັກນ້ອຍ ທີ່ປະລະການຮຽນ ແລະ ການຈັດຕັ້ງປະຕິບັດໂຄງການ...

Continue reading

ລາວ ເສຍໃຫ້ ເຈົ້າພາບ 5-16 ຄະແນນ ບານບ້ວງລໍ້ເລື່ອນຍິງ 3×3 ງານກິລາ ອາຊຽນ ພາຣາເກມ 2025

ທີມນັກກິລາບານບ້ວງລໍ້ເລື່ອນຍິງ ທີມຊາດລາວ ລົງປະເດີມສະໜາມນັດທຳອິດ ເສຍໃຫ້ ທີມຊາດໄທ ເຈົ້າພາບ 5-16 ຄະແນນ ໃນການແຂ່ງຂັນບານບ້ວງລໍ້ເລື່ອນຍິງ 3×3 ງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ASEAN Para Games 2025 ຮອບຄັດເລືອກ ຈັດຂຶ້ນໃນວັນ 19 ມັງກອນ 2026 ທີ່ສະໜາມບານບ້ວງ ເດີມໍ ເຊັນທັນ ນະຄອນຣາຊະສີມາ ປະເທດໄທ. ລາຍການດັ່ງກ່າວ ຖືເປັນປະເພດກິລາທຳອິດ ຈາກ 19 ປະເພດກິລາທີ່ແຂ່ງຂັນກ່ອນ ໃນງານກິລາອາຊຽນພາຣາເກມ 2025 ຊຶ່ງມີນັກກິລາຈາກ 3 ຊາດ ຄື: ເຈົ້າພາບ ໄທ, ສປປ ລາວ ແລະ ຟິລິບປິນ ເຂົ້າຮ່ວມ ສ່ວນອະດີດເຈົ້າຂອງຫຼຽນຄຳ ຢ່າງ ທີມຊາດກຳປູເຈຍ...

Continue reading

ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ

ຄະນະນຳກະຊວງສຶກສາທິການ ແລະ ກິລາ (ສສກ) ສປປ ລາວ ແລະ ຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ພົບປະຫາລືແນວທາງການຮ່ວມມືໃນຂອບເຂດວຽກງານອະຊີວະສຶກສາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ ພ້ອມທັງເປັນການພັດທະນາວຽກງານອາຊີວະສຶກສາ ຢູ່ ສປປ ລາວ ໃຫ້ນັບມື້ພັດທະນາຂຶ້ນເປັນກ້າວໆ. ເມື່ອວັນທີ 12 ມັງກອນ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ນາງ ມິເຊລາ ແຮນນິງ...

Continue reading

ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII

ໃນວັນທີ 14 ມັງກອນ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີ, ຫົວໜ້າຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານ ພາຍໃນກະຊວງ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ສະໄໝທີ XI, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບເລືອກໃຫ້ເປັນ ກຳມະການກົມການເມືອງສູນກາງພັກ ສະໄໝທີ...

Continue reading

ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ຢູ່ 4 ແຂວງເປົ້າໝາຍຂອງໂຄງການ ເມື່ອບໍ່ດົນມານີ້ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ດຣ ຄໍາຮຽນ ອິນທະຫວາ ປະທານກອງທຶນການສຶກສາເພື່ອພັດທະນາ ປະຈໍາ ສປປ ລາວ, ເຂົ້າຮ່ວມເປັນສັກຂີພິຍານມີຕາງໜ້າຈາກຫ້ອງການກະຊວງ, ກົມສ້າງຄູ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຕາງໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ...

Continue reading

ເອັດທີ ແບັງ ຮ່ວມ ເອັດທີ ກຣຸບ ມອບເງິນສະໜັບສະໜູນການແຂ່ງຂັນບານເຕະຊີງຂັນນາຍົກ ປີ 2025-2027

ທະນາຄານ ເອັດທີ ຫຼື ST Bank ແລະ ບໍລິສັດ ເອັດທີ ກຣຸບ ຈຳກັດ (ST Group) ຈໍາກັດຜູ້ດຽວ ຮ່ວມໃຫ້ການສະໜັບສະໜູນການແຂ່ງຂັນກິລາບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນເວລາ 2 ປີ ລະຫວ່າງປີ 2025-027 ຈຳນວນ 2 ຕື້ກີບ. ພິທີເຊັນສັນຍາການສະໜັບສະໜູນດັ່ງກ່າວ ໄດ້ມີຂຶ້ນຮໃນວັນທີ 13 ມັງກອນ 2026 ທີ່ສໍານັກງານໃຫຍ່ ທະນາຄານ ເອັດທີ (ຕໍ່ໜ້າສະໜາມບິນສາກົນ ວັດໄຕ) ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເອກະລາດ ລັດຕະນະຈານ ຮັກສາການຜູ້ອຳນວຍການ ທະນາຄານ ເອັດທີ, ມີທ່ານ ໄຊຍາ ໄຊສຸລິວົງ ຮອງປະທານສະພາບໍລິຫານ ທະນາຄານ ເອັດທີ ແບັງ ແລະ ບໍລິສັດ ເອັດທີ ກຣຸບ ຈໍາກັດ ພ້ອມດ້ວຍຄະນະອໍານວຍການ ທະນາຄານ...

Continue reading