ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ປາກປ່າສັກ ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງຟົດຟື້ນ
ໃນວັນທີ 16 ກໍລະກົດ 2026 ທີ່ເດີ່ນເຕະບານວິກຕໍຣີ ນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ປາກປ່າສັກ ໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບຢ່າງຟົດຟື້ນ ເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026)ືໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສາຍສະໝອນ ງາມສີ ຄະນະໜ່ວຍພັກກົມ, ຮອງຫົວໜ້າກົມອາຊີວະສຶກສາ, ທ່ານ ສຸລິຍາ ປ່າໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ໂພໄຊ ບູລົມ...








