ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
16/07/2026

ໃນວັນທີ 13 ກໍລະກົດ 2026 ນີ້, ສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ສສພຊ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ (ສພລ) ປະຈຳປີ 2026 ຂຶ້ນຢູ່ທີ່ ວິທະຍາໄລຄູສາລະວັນ ແລະ ວິທະຍາໄລຄູປາກເຊ, ໂດຍການເປັນປະທານຂອງ ທ່ານ ປອ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການ ສສພຊ ທັງເປັນຜູ້ອຳນວຍການສູນການຮ່ວມມືການສຶກສາພົນລະເມືອງໂລກ ປະຈຳ ສປປ ລາວ, ທ່ານ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອໍານວຍການວິທະຍາໄລຄູສາລະວັນ, ຊີ້ນໍາວຽກວິທະຍາສາດ ແລະພັດທະນາຄູ, ທ່ານ ປອ ລົບພະລັກ ອຸທິດປັນຍາ ຫົວໜ້າພາກວິຊາຄູພູມສາດ-ປະຫວັດສາດ, ມີນັກວິຊາການຈາກ ສສພຊ ແລະ ມະຫາວິທະຍາໄລແຫ່ງຊາດ, ນັກວິທະຍາກອນ, ຄູອາຈານ ແລະ ນັກສຶກສາຄູ ຈາກວິທະຍາໄລສ້າງຄູທັງສອງແຫ່ງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ປອ ກຽງໄກ ອຸ່ນມະນີ ໄດ້ກ່າວວ່າ: ກິດຈະກຳດັ່ງກ່າວ ແມ່ນຈັດຂຶ້ນເພື່ອປະຕິບັດຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026 ສະບັບເລກທີ 2464/ສສກ ລົງວັນທີ 20 ພຶດສະພາ 2026. ເຊິ່ງຈຸດປະສົງສຳຄັນຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ຄູອາຈານ ແລະ ນັກສຶກສາຄູ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະທີ່ຈຳເປັນໃນການນຳຫຼັກການຂອງການສຶກສາພົນລະເມືອງໂລກມາຊອດແຊກເຂົ້າໃນການຮຽນ-ການສອນ. ພ້ອມກັນນັ້ນ ຍັງເນັ້ນໃຫ້ຜູ້ເຂົ້າຮ່ວມພັດທະນາທັກສະການຄົ້ນຄວ້າວິທະຍາສາດ, ການຄິດວິເຄາະ, ການແກ້ໄຂບັນຫາ ແລະ ການເຮັດວຽກຮ່ວມກັນ ເພື່ອໃຫ້ມີວິໄສທັດສາກົນ ແລະ ສາມາດສ້າງຜົນກະທົບໃນທາງບວກຕໍ່ສັງຄົມ.
ສຳລັບການຝຶກອົບແມ່ນດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 13-17 ກໍລະກົດ 2026 ໂດຍຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ຝຶກປະຕິບັດຜ່ານກິດຈະກຳ ດັ່ງນີ້: 1) ຄວາມເຂົ້າໃຈທາງດ້ານຫຼັກການ ແລະ ແນວຄິດຂອງການສຶກສາພົນລະເມືອງໂລກ; 2) ການສົ່ງເສີມການເຄົາລົບຄວາມຫຼາກຫຼາຍທາງວັດທະນະທຳ ແລະ ຄວາມສະເໝີພາບ; 3) ການສ້າງສັນຕິພາບ; 4) ການຢູ່ຮ່ວມກັນຢ່າງກົມກຽວ ແລະ ຄວາມເຂົ້າໃຈອັນດີໃນສັງຄົມທີ່ຫຼາກຫຼາຍ; 5) ການວິເຄາະບັນຫາຂອງຊຸມຊົນ ໂດຍພິຈາລະນາດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ; 6)ການລົງພື້ນທີ່ເພື່ອເກັບກຳຂໍ້ມູນຈາກຊຸມຊົນ, 7) ນຳຂໍ້ມູນມາວິເຄາະ ແລະ ນຳສະເໜີຜົນການຄົ້ນຄວ້າ; ການພັດທະນາທັກສະການຄິດວິເຄາະ, ການສື່ສານ, ການເຮັດວຽກເປັນທີມ ແລະ ການແກ້ໄຂບັນຫາ ຜ່ານການສຶກສາບັນຫາຈິງໃນຊຸມຊົນ.
ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມບໍ່ພຽງແຕ່ໄດ້ຮັບຄວາມຮູ້ດ້ານທິດສະດີເທົ່ານັ້ນ ແຕ່ຍັງສາມາດນຳຄວາມຮູ້ໄປປະຍຸກໃຊ້ຜ່ານການລົງພື້ນທີ່ສຶກສາ ແລະ ຄົ້ນຄວ້າບັນຫາທີ່ເກີດຂຶ້ນຈິງໃນຊຸມຊົນ. ນອກຈາກນັ້ນ ຍັງຈະໄດ້ນຳຜົນການວິເຄາະມາຮ່ວມກັນສະເໜີແນວທາງແກ້ໄຂທີ່ເໝາະສົມ ເພື່ອສາມາດນຳໄປປັບໃຊ້ໃນການພັດທະນາຊຸມຊົນໄດ້ຢ່າງຍືນຍົງ.















