Skip to main content

ແຜນງານບີຄວາ ມອບອຸປະກອນຄອມພິວເຕີໂນດບຸກ ແກ່ສູນພັດທະນາສື່ການຮຽນ-ການສອນ ສວສ ເສີມສ້າງຄວາມເຂັ້ມແຂງດ້ານໄອທີ

16/07/2026
ພິທີມອບ-ຮັບ ອຸປະກອນຄອມພິວເຕີໂນດບຸກ (Notebook) ໃຫ້ແກ່ສູນພັດທະນາສື່ການຮຽນ-ການສອນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2026 ທີ່ຫ້ອງປະຊຸມຊັ້ນ 2 ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໃຫ້ກຽດເຂົ້າຮ່ວມ ແລະ ມອບອຸປະກອນໃນຄັ້ງນີ້ໂດຍ ທ່ານ ນາງ ແອນ ສະຕາຊິໂນບສະກີ ຜູ້ຈັດການອາວຸໂສ ດ້ານການເງິນ ແລະ ການດຳເນີນງານ ຂອງແຜນງານບີຄວາ (BEQUAL) ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະບໍລິຫານ, ພະນັກງານພາຍໃນສູນພັດທະນາສື່ການຮຽນ-ການສອນ ແລະ ຕາງໜ້າຈາກແຜນງານບີຄວ້າ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ການມອບອຸປະກອນໃນຄັ້ງນີ້, ມີໂນດບຸກ ຈໍານວນ 3 ໜ່ວຍ ລວມມູນຄ່າ 200,000,000 ກວ່າກີບ (9,713 ໂດລາສະຫະລັດ) ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ແລະ ບໍລິຫານວຽກງານພາຍໃນສູນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ເສີມສ້າງຄວາມເຂັ້ມແຂງດ້ານໄອທີມີປະສິດທິພາບສູງຂຶ້ນ. ນອກນັ້ນ, ການສະໜັບສະໜູນອຸປະກອນໄອທີໃນຄັ້ງນີ້ ເປັນການຢືນຢັນເຖິງຄວາມມຸ່ງໝັ້ນ ແລະ ການຮ່ວມມືອັນດີງາມລະຫວ່າງ ແຜນງານບີຄວ້າ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໃນການຮ່ວມກັນພັດທະນາ ແລະ ເສີມສ້າງຂີດຄວາມສາມາດດ້ານການຜະລິດສື່ການຮຽນ-ການສອນ ໃຫ້ທັນສະໄໝ ແລະ ຕອບໂຈດກັບຄວາມຕ້ອງການຂອງການສຶກສາໃນປັດຈຸບັນ.
ໃນຕອນທ້າຍຂອງພິທີ, ທ່ານ ຜູ້ອຳນວຍການ ສວສ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ ແຜນງານບີຄວາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຕະຫຼອດມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຍິງຈະນຳເອົາອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ວຽກງານພາຍໃນສູນຢ່າງແທ້ຈິງ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ