ດັບເບິນຢູໄອຈີ ນາຄາ ແຊ໋ມ ໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ
ທີມບານເຕະລູກຫຼານພະຍານາກ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊ໋ມ ເຕະບານເຍົາວະຊົນຊີງແຊ໋ມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂິ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊ໋ມສະໄໝທີ 2 ຕິດຕໍ່ກັນ ຖືກການນຳ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວລາວ ຕ້ອນຮັບຢ່າງສົມກຽດ.
ພາຍຫຼັງທີ່ຂຸນພົນພະຍານາກ ສະໂມສອນ ດັບເບິນຢູໄອຈີ ປ້ອງກັນແຊ໋ມສະໄໝທີ 2 ຕິດຕໍ່ກັນ ລາຍການ ໄອເບີ ຄັບ 2026 ທີ່ປະເທດປອກຕຸຍການ ກໍໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 8 ກໍລະກົດ 2026 ທີ່ສະໜາມບິນສາກົນວັດໄຕ ນຳພາໂດຍທ່ານ ວຽງໄຊ...







