Skip to main content

ຮອງລັດຖະມົນຕີ ສສກ ລົງຢ້ຽມຢາມ ແລະ ຕິດຕາມບັ້ນສອບເສັງຈົບຊັ້ນ ມ.7 ບໍາລຸງ ຢູ່ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ

12/07/2026
ໃນວັນທີ 7 ກໍລະກົດ 2026, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ບໍາລຸງ ສົກຮຽນ 2025-2026 ຢູ່ທີ່ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ ໂດຍການໃຫ້ກຽດຕ້ອນຮັບການລົງຢ້ຽມຢາມໃນຄັ້ງນີ້ຂອງ ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ພ້ອມດ້ວຍຄະນະອໍານວຍການ, ຄະນະນໍາພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະກຳມະການສອບເສັງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການກຽມພ້ອມຮອບດ້ານ ຄະນະກຳມະການອະນຸກຳມະການທຸກພາກສ່ວນ ໄດ້ມີຄວາມເອົາໃຈໃສ່ສູງ ໃນການຈັດຕັ້ງປະຕິບັດ ແລະ ກຽມຄວາມພ້ອມດ້ານສະຖານທີ່, ຄວາມເປັນລະບຽບຮຽບຮ້ອຍ ແລະ ລະບຽບການສອບເສັງຢ່າງເຂັ້ມງວດ. ຄ່ຽງຄູກັນນັ້ນ ກໍຂໍໃຫ້ບັນດາຄູ-ອາຈານທີ່ເຮັດໜ້າທີ່ເປັນກຳມະການເຝົ້າຫ້ອງສອບເສັງ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ຍຸຕິທຳ, ເຮັດໃຫ້ບັນຍາກາດການສອບເສັງດຳເນີນໄປດ້ວຍຄວາມສະຫງົບ. ຕິດຕາມກວດກາຢ່າງໃກ້ຊິດຕາມລະບຽບຫຼັກການທີ່ກະຊວງວາງອອກ, ແຕ່ໃນຂະນະດຽວກັນ ກໍຕ້ອງສ້າງບັນຍາກາດທີ່ບໍ່ກົດດັນຈົນເກີນໄປ ເພື່ອໃຫ້ນັກສອບເສັງມີສະມາທິທີ່ດີ.
ໃນໂອກາດດຽວກັນ, ທ່ານ ວິລະພັນ ຊາພູວົງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງການສອນ ແລະ ການກະກຽມຄວາມພ້ອມຂອງສູນສອບເສັງ ໂດຍລະບຸວ່າ: ໃນສົກຮຽນ 2025-2026 ນີ້, ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ ຈຳນວນ 79 ນ້ອງ, ເປັນຍິງ 45 ນ້ອງ. ໃນນັ້ນ, ເປັນນັກສອບເສັງຈາກວິທະຍາໄລສິລະປະແຫ່ງຊາດ ຈໍານວນ 49 ຄົນ (ຍິງ 26 ຄົນ) ແລະ ຈາກສູນພັດທະນາການສຶກສານອກໂຮງຮຽນ ຈໍານວນ 30 ນ້ອງ (ຍິງ 19 ນ້ອງ) ໂດຍໄດ້ຈັດແບ່ງອອກເປັນ 4 ຫ້ອງສອບເສັງ ແລະ ມີກຳມະການຄວບຄຸມຫ້ອງສອບເສັງທັງໝົດ 10 ທ່ານ. ເຊິ່ງໃນສົກຮຽນນີ້ ແມ່ນກຳນົດສອບເສັງລະຫວ່າງວັນທີ 7-8 ກໍລະກົດ 2026 ໃນ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນະນິດສາດ, ຊີວະສາດ ແລະ ສຶກສາພົນລະເມືອງ.
ສໍາລັບການຈັດການຮຽນ-ການສອນ ຊັ້ນ ມ.7 ບໍາລຸງ ຂອງວິທະຍາໄລສິລະປະແຫ່ງຊາດ ໃນສົກຮຽນນີ້ ແມ່ນໄດ້ເລີ່ມຈັດຕັ້ງການຮຽນ-ການສອນມາແຕ່ວັນທີ 15 ກັນຍາ 2025 ຫາ ວັນທີ 23 ມິຖຸນາ 2026 ໂດຍມີການຮຽນ 3 ວັນຕໍ່ອາທິດ (ວັນຈັນ, ວັນອັງຄານ ແລະ ວັນເສົາ ວັນລະ 7 ຊົ່ວໂມງ) ລວມເປັນ 21 ຊົ່ວໂມງຕໍ່ອາທິດ ແລະ ຕະຫຼອດສົກຮຽນມີທັງໝົດ 672 ຊົ່ວໂມງ ໃນ 10 ວິຊາຮຽນ ຄື: ຄະນິດສາດ, ພາສາລາວ, ວັນນະຄະດີ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພູມສາດ, ປະຫວັດສາດ, ສຶກສາພົນລະເມືອງ ແລະ ພາສາອັງກິດ.
ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມສະຫງົບ, ປອດໄພ, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດລະບຽບທີ່ທາງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ທາງຄະນະກຳມະການສູນສອບເສັງ ໄດ້ເອົາໃຈໃສ່ຈັດຕຽມຄວາມພ້ອມຮອບດ້ານ ເປັນຕົ້ນແມ່ນການຈັດກຽມສະຖານທີ່-ຫ້ອງສອບເສັງໃຫ້ສະອາດເໝາະສົມ, ການອຳນວຍຄວາມສະດວກຕ່າງໆ, ການກະກຽມດ້ານການປະຖົມພະຍາບານເບື້ອງຕົ້ນ, ລວມເຖິງການເຜີຍແຜ່ກົດລະບຽບການສອບເສັງໃຫ້ແກ່ກຳມະການ ແລະ ນັກສອບເສັງໄດ້ຮັບຊາບຢ່າງຈະແຈ້ງ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ