ສົ່ງເສີມການຮ່ວມມື ເພື່ອຄວາມກ້າວໜ້າດ້ານພາສາການຮູ້ໜັງສື ແລະ ການຮຽນຮ່ວມສຳລັບເດັກທຸກຄົນ
ສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດເສວະນາກ່ຽວກັບການພັດທະນາທັກສະດ້ານພາສາ ແລະ ການຮຽນຮູ້ໜັງສື ໃນວັນທີ 24 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພາສາ: ການສະໜັບສະໜູນການພັດທະນາທັກສະດ້ານພາສາລາວ ແລະ ການຮູ້ໜັງສືຂອງເດັກນ້ອຍ ໃນສະພາບການທີ່ມີຄວາມຫຼາກຫຼາຍພາສາໃນ ສປປ ລາວ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ ພ້ອມດ້ວຍບັນດາກົມ, ພະແນກສຶກສາທິການ ແລະ ກິລາແຂວງ,...








