ສສຊ ລົງພົບປະ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ x ຢູ່ກະຊວງ ສສກ
23/06/2026

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວພົບປະພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ພະນັກງານວິຊາການ ຢູ່ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນວັນທີ 19 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ນຳພາໂດຍ ທ່ານ ນາງ ກັນທິນາ ປ້ານອິນຫວນ ກຳມະການໜ່ວຍພັກຮາກຖານ, ຫົວໜ້າກົມຕິດຕາມກວດກາວຽກຍຸຕິທຳ, ກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ປອ ໄພທູນ ທ່ຽງລະໄມ ກຳມະການຄະນະພັກກະຊວງ, ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ ກະຊວງການເງິນ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ທ່ານ ສົມບັດ ຈັນທະມາດ ກຳມະການໜ່ວຍພັກສະພາປະຊາຊົນ, ຄະນະປະຈຳສະພາປະຊາຊົນ, ປະທານຄະນະກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ, ທັງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວຊັ້ນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ຕາງໜ້າໃຫ້ຄະນະນຳກະຊວງ ສສກ ລາຍງານສະພາບລວມກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ເຊິ່ງມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໄດ້ການປັບປຸງກົງຈັກການຈັດຕັ້ງ ຂັ້ນກະຊວງ ປະກອບມີ 1 ຫ້ອງການ, 15 ກົມ ແລະ 4 ຫ້ອງການທຽບເທົ່າວິຊາການຂັ້ນຕົ້ນ. ມີລັດຖະກອນບໍລິຫານຂັ້ນສູນກາງ ທັງໝົດ 5,855 ທ່ານ ຍິງ 2,984 ທ່ານ; ສາມາດບັນຈຸໂຄຕາລັດຖະກອນໃໝ່ໄດ້ 2,000 ຕຳແໜ່ງ ແລະ ບັນຈຸຄູອາສາສະໝັກເຂົ້າໃນກຳລັງທົ່ວປະເທດໄດ້ 2,000 ອັດຕາ; ໄດ້ປັບປຸງລະບົບສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3; ໄດ້ລົງນາມແຜນການຮ່ວມມືປະຈຳປີ 2026 ລະຫວ່າງ ກະຊວງ ສສກ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ເພື່ອກຽມສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ; ພ້ອມທັງກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-27 ມິຖຸນາ 2026 ນີ້.
ຈຸດປະສົງຕົ້ນຕໍຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V. ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ນະໂຍບາຍຕ່າງໆ ຈາກສະມາຊິກສະພາແຫ່ງຊາດທັງ 3 ທ່ານ. ນອກຈາກນີ້, ຄະນະ ສສຊ ແລະ ສປນ ຍັງໄດ້ຮັບຟັງຄຳຄິດຄຳເຫັນ ແລະ ຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເພື່ອຮວບຮວມເປັນຂໍ້ມູນສຳຄັນນຳໄປຄົ້ນຄວ້າ ແລະ ພິຈາລະນາໃນກອງປະຊຸມສະໄໝສາມັນຄັ້ງຕໍ່ໄປ.
ພາບ-ຂ່າວ: ບຸນທະວີ ນະວົງສາ














