Skip to main content

ແຂວງອຸດົມໄຊ ເປີດການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026 ຢ່າງເປັນທາງການ

23/06/2026
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026 ຢູ່ສູນສອບເສັງ ມສ ເທດສະບານແຂວງອຸດົມໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນເວລາ 9:00 ນາທີ ຂອງວັນທີ 17 ມິຖຸນານີ້ 2026, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ທັງເປັນປະທານຄະນະກຳມະການຮັບຜິດຊອບຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນ ມ.7 ຂັ້ນແຂວງ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຄະນະກຳມະການຍາມຫ້ອງເສັງ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການເປີດຫົວບົດສອບເສັງຢູ່ສູນ ມສ ເທດສະບານແຂວງ ເຊິ່ງເປັນສູນໜຶ່ງທີ່ຕັ້ງຢູ່ໃຈກາງເທດສະບານແຂວງ ແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ; ບັນດານ້ອງໆນັກຮຽນມີຄວາມກະຕືລືລົ້ນ ແລະ ມາເຂົ້າຮ່ວມການສອບເສັງທັນໂມງທັນເວລາ.
ສຳລັບການສອບເສັງຈົບຊັ້ນ ມ.7 ໃນທົ່ວແຂວງອຸດົມໄຊ ສົກຮຽນນີ້ ມີສູນສອບເສັງທັງໝົດ 11 ສູນ. ໃນນັ້ນ, ຕັ້ງຢູ່ເທດສະບານເມືອງໄຊ 3 ສູນ, ເມືອງຮຸນ 3 ສູນ ແລະ ບັນດາເມືອງອື່ນໆ ເມືອງລະ 1 ສູນ, ເຊິ່ງມີນັກຮຽນເຂົ້າຮ່ວມການສອບເສັງທັງໝົດ 1,599 ຄົນ. ໂອກາດນີ້, ທ່ານ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະແມ່ນພໍ່ແມ່ຜູ້ປົກຄອງ ຈົ່ງຊ່ວຍກັນຕັກເຕືອນ ແລະ ແນະນຳໃຫ້ນັກສອບເສັງປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ, ເອົາໃຈໃສ່ເລື່ອງຄວາມປອດໄພໃນການເດີນທາງ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ເພື່ອເຮັດໃຫ້ບັ້ນສອບເສັງຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບ, ມີຄວາມປອດໄພ 100% ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ດ້ານ ທ່ານ ນາງ ວຽງຄຳ ມະນີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນປະທານສູນສອບເສັງ ມສ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະສູນສອບເສັງ ມສ ແຂວງ ມີນັກສອບເສັງເຂົ້າຮ່ວມທັງໝົດ 326 ຄົນ, ຍິງ 153 ຄົນ, ເຊິ່ງມາຈາກ 5 ໂຮງຮຽນອ້ອມຂ້າງ ຄື: ມສ ແຂວງອຸດົມໄຊ, ມສ ຊົນເຜົ່າ, ມສ ບ້ານບໍ່, ມສ ມິດຕະພາບ ແລະ ມສ ເພື່ອນມິດ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານຍັງໄດ້ຝາກຂໍ້ຄິດ ແລະ ຮຽກຮ້ອງມາຍັງນ້ອງໆນັກຮຽນທຸກຄົນ ໃຫ້ສຸມຈິດສຸມໃຈ, ນຳໃຊ້ສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ຕອບຄຳຖາມສອບເສັງ ເພື່ອໃຫ້ໄດ້ຄະແນນດີ, ພ້ອມທັງຮັກສາສຸຂະພາບໃຫ້ແຂງແຮງຕະຫຼອດໄລຍະການສອບເສັງ.
ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026 ແມ່ນຈະດຳເນີນໄປເປັນເວລາ 2 ວັນເຄິ່ງ, ເຊິ່ງເລີ່ມແຕ່ວັນທີ 17 ມິຖຸນາ ໄປຈົນເຖິງຕອນເຊົ້າຂອງວັນທີ 19 ມິຖຸນາ 2026 ຈຶ່ງຈະສຳເລັດຢ່າງເປັນທາງການ.
(ຂ່າວ: ໄມພອນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ