Skip to main content

ສົ່ງເສີມການຮ່ວມມື ເພື່ອຄວາມກ້າວໜ້າດ້ານພາສາການຮູ້ໜັງສື ແລະ ການຮຽນຮ່ວມສຳລັບເດັກທຸກຄົນ

24/06/2026
ສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດເສວະນາກ່ຽວກັບການພັດທະນາທັກສະດ້ານພາສາ ແລະ ການຮຽນຮູ້ໜັງສື ໃນວັນທີ 24 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງພາສາ: ການສະໜັບສະໜູນການພັດທະນາທັກສະດ້ານພາສາລາວ ແລະ ການຮູ້ໜັງສືຂອງເດັກນ້ອຍ ໃນສະພາບການທີ່ມີຄວາມຫຼາກຫຼາຍພາສາໃນ ສປປ ລາວ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດສະຕຣາລີປະຈຳ ສປປ ລາວ ພ້ອມດ້ວຍບັນດາກົມ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ຄູ, ຜູ້ອຳນວຍ ການໂຮງຮຽນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກຄົ້ນຄວ້າ ເພື່ອສົ່ງເສີມການພັດທະນາພາສາ ແລະ ການຮູ້ໜັງສືໃນໄວເດັກ ເພື່ອເດັກນ້ອຍທຸກຄົນ ເຂົ້າຮ່ວມ.
ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສຳຄັນຫຼາຍ ເນື່ອງຈາກຊ່ວຍຮັບປະກັນວ່າ ເດັກທຸກຄົນ, ລວມທັງເດັກທີ່ບໍ່ເວົ້າພາສາລາວເປັນຫລັກໃນຄອບຄົວ ເມື່ອເລີ່ມເຂົ້າໂຮງຮຽນ, ຈະມີໂອກາດທີ່ຈະໄດ້ຮຽນຮູ້, ມີສ່ວນຮ່ວມ ແລະ ປະສົບຜົນສຳເລັດນັບແຕ່ເລີ່ມເຂົ້າຮຽນ ໂດຍການສະໜັບສະໜູນເດັກນ້ອຍ ໃນການໃຫ້ສ້າງພື້ນຖານດ້ານພາສາໃຫ້ເຂັ້ມແຂງ ຕັ້ງແຕ່ເລີ່ມຕົ້ນເຂົ້າໂຮງຮຽນ, ພວກເຮົາພວມຊ່ວຍສ້າງລະບົບການສຶກສາທີ່ຮຽນຮ່ວມຫຼາຍຂຶ້ນ ແລະ ລົງທຶນໃນຊັບພະຍາກອນມະນຸດເພື່ອອະນາຄົດຂອງ ສປປ ລາວ.
ທ່ານ ໄມໂຄ ຄາຣີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ຕໍ່ການສຶກສາແບບຮຽນຮ່ວມ, ການຮຽນຮ່ວມບໍ່ພຽງແຕ່ການໄດ້ເຂົ້າໂຮງຮຽນເທົ່ານັ້ນ, ແຕ່ຍັງຮັບປະກັນວ່າ ເດັກສາມາດຮຽນຮູ້ໄດ້ຢ່າງແທ້ຈິງ ເມື່ອຢູ່ໃນໂຮງຮຽນ. ສຳລັບເດັກນ້ອຍທີ່ບໍ່ເວົ້າພາສາລາວເປັນຫລັກຢູ່ໃນຄອບຄົວ ໃນຕອນເລີ່ມເຂົ້າຮຽນ, ການສະໜັບສະໜູນດ້ານທັກສະພາສາ ຕັ້ງແຕ່ເລີ່ມຕົ້ນຮຽນ ແມ່ນມີຄວາມສຳຄັນຫຼາຍ, ເພາະມັນຊ່ວຍໃຫ້ເຂົາເຈົ້າເຂົ້າໃຈການຮຽນ, ສ້າງຄວາມໝັ້ນໃຈ ແລະ ເຮັດໃຫ້ມີໂອກາດທີ່ດີຂຶ້ນ ໃນການພັດທະນາຕົນເອງ ໃຫ້ສາມາດສຳເລັດການສຶກສາຊັ້ນປະຖົມ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນຄວາມພະຍາຍາມຮ່ວມກັນ ເພື່ອປັບປຸງດ້ານພາສາ ແລະ ການຮູ້ໜັງສືໃນໄວເດັກ; ຄວາມສຳຄັນຂອງວຽກງານນີ້ ແມ່ນມີຫລາຍກວ່າຢູ່ຫ້ອງຮຽນ, ການຮຽນຮູ້ພື້ນຖານທີ່ເຂັ້ມແຂງໃນໄລຍະເລີ່ມຮຽນ ແມ່ນສິ່ງຈຳເປັນສຳລັບການສ້າງກຳລັງແຮງງານໃນອະນາຄົດທີ່ປະເທດລາວຕ້ອງການ; ເດັກທີ່ພັດທະນາທັກສະການຮູ້ໜັງສື ແລະ ພາສາໃນຕັ້ງແຕ່ໄວເດັກ ມີແນວໂນ້ມທີ່ຈະສືບຕໍ່ການສຶກສາໃນຂັ້ນຕໍ່ໄປຂອງເຂົາເຈົ້າ, ມີທັກສະດ້ານອື່ນໆທີ່ດີຂຶ້ນ ແລະ ສາມາດປະກອບສ່ວນຢ່າງມີປະສິດທິພາບຕໍ່ການພັດທະນາ ແລະ ເສດຖະກິດຂອງປະເທດຊາດ; ການໃຫ້ທຶນເພື່ອພັດທະນາດ້ານພາສາ ແລະ ການຮູ້ໜັງສື ແມ່ນການໃຫ້ທຶນຕໍ່ຊັບພະຍາກອນມະນຸດໃນອະນາຄົດ, ຄວາມກ້າວໜ້າທາງສັງຄົມ ແລະ ທ່າແຮງໄລຍະຍາວຂອງປະເທດລາວ.
ກອງປະຊຸມຄັ້ງນີ້, ສອດຄ່ອງກັບບຸລິມະສິດແຫ່ງຊາດ ກໍຄື ການສົ່ງເສີມການສຶກສາຂັ້ນພື້ນຖານ ໃຫ້ເປັນພື້ນຖານສຳລັບການພັດທະນາຊັບພະຍາກອນມະນຸດ. ໃນ ສປປ ລາວ, ເດັກນ້ອຍຫລາຍຄົນ ໂດຍສະເພາະ ໃນຊຸມຊົນທີ່ຢູ່ຫ່າງໄກ ແລະ ມີຄວາມຫລາກຫລາຍດ້ານພາສາ, ເມື່ອເລີ່ມເຂົ້າຮຽນ ສ່ວນຫຼາຍຍັງບໍ່ສາມາດເວົ້າພາສາລາວ ທີ່ເປັນພາສາຫຼັກທີ່ໃຊ້ໃນການສອນໄດ້ດີເທື່ອ. ສິ່ງນີ້ເປັນອຸປະສັກ ຕໍ່ການຮຽນຮູ້ຕັ້ງແຕ່ມື້ທຳອິດຂອງການຮຽນຊັ້ນປະຖົມ ປີທີ 1. ໃນກອງປະຊຸມດັ່ງກ່າວ, ຍົກໃຫ້ເຫັນວິທີການປະຕິບັດຕົວຈິງ ເພື່ອຫລຸດຜ່ອນຊ່ອງວ່າງນີ້, ເພື່ອໃຫ້ເດັກສາມາດສ້າງທັກສະການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາລາວ, ພ້ອມທັງຍັງຮັກສາພາສາເຜົ່າ ທີ່ເຂົາເຈົ້າເວົ້າຢູ່ໃນຄອບຄົວ.
ໃນໄລຍະ 2 ມື້ຂອງກອງປະຊຸມ ໄດ້ສະແດງໃຫ້ເຫັນປະສົບການ ແລະ ບົດຮຽນ ໃນ ສປປ ລາວ ແລະ ປະເທດເພື່ອນບ້ານ ເຊັ່ນ: ຫວຽດນາມ ກ່ຽວກັບຄວາມພ້ອມຂອງໂຮງຮຽນ, ການພັດທະນາພາສາເວົ້າ, ຄວາມພ້ອມຂອງການອ່ານ, ການພັດທະນາວິຊາຊີບຄູ ແລະ ສະພາບແວດລ້ອມການຮຽນຮູ້ ທີ່ມີຫລາຍພາສາ. ຈຸດເດັ່ນທີ່ສໍາຄັນແມ່ນການນໍາສະເໜີກ່ຽວກັບ ການຈັດຕັ້ງປະຕິບັດສື່ການຮຽນການສອນຝຶກເວົ້າພາສາລາວ ແລະ ບົດຮຽນທີ່ຖອດຖອນໄດ້, ຊຶ່ງເປັນໂຄງການຂອງ ສສກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ຊຶ່ງຍົກໃຫ້ເຫັນຜົນໄດ້ຮັບທີ່ມຸ່ງຫວັງໃນການຊ່ວຍເຫລືອເດັກ ໃຫ້ພັດທະນາທັກສະການເວົ້າ ທີ່ເຂົາເຈົ້າຕ້ອງມີ ເພື່ອປະສົບຜົນສໍາເລັດໃນໂຮງຮຽນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ