ສື່ມວນຊົນລາວ ສໍາເລັດການຍົກລະດັບດ້ານການຄຸ້ມຄອງວິທະຍຸ-ໂທລະພາບ ຍຸກໃໝ່ ທີ່ ສປ ຈີນ
23/06/2026

ໃນວັນທີ 3-16 ມິຖຸນາ 2026, ຜູ້ເຮັດວຽກງານໃນຂະແໜງການສື່ມວນຊົນຂອງ ສປປ ລາວ ຈໍານວນ 28 ທ່ານ ຈາກຄະນະໂຄສະນາອົບຮົມສູນກາງພັກ ຄື: ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ກົມສື່ມວນຊົນ ແລະ ກົມຂໍ້ມູນຂ່າວສານ. ຈາກນີ້ຍັງມີສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນກຳມະບານລາວ, ກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ນໍາພາໂດຍທ່ານ ພັນເອກ ພອນພິລຸນ ປັນຍາສິຣິ ຫົວໜ້າກົມສື່ມວນຊົນ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ສໍາເລັດການຍົກລະດັບຄວາມຮູ້ດ້ານການຄຸ້ມຄອງເຕັກໂນໂລຊີວິທະຍຸ-ໂທລະພາບ ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ເຊິ່ງໄດ້ຮັບການສະໜັບສະໜູນໂດຍກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຂອງ ບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ ຫຼື CBIC.
ສື່ມວນຊົນຂອງ ສປປ ລາວ ໄດ້ຮຽນຮູ້ພາກທິດສະດີ ກ່ຽວກັບວິທີປະຕິບັດງານການພັດທະນາອຸດສາຫະກໍາ ວິທະຍຸ-ໂທລະພາບ ແລະ ການຮ່ວມມືສາກົນຂອງຈີນ ພາຍໃຕ້ການຊີ້ນໍາຂອງແນວຄິດ ສີຈິ້ນຜິງ ດ້ານວັດທະນະທໍາ. ພ້ອມທັງສຶກສາກ່ຽວກັບຫຼັກການເຕັກໂນຂອງວິທະຍຸກະຈາຍສຽງ-ໂທລະພາບ, ການອອກອາກາດລາຍການໂທລະພາບ ທີ່ນໍາໃຊ້ລະບົບດິຈິຕອນ ທີ່ມີຄວາມລະອຽດສູງ, ການພັດທະນາສື່ປັນຍາປະດິດ, ການເພີ່ມກໍາລັງແຮງໃຫ້ແກ່ການພັດທະນາຂອງສື່ມວນຊົນ ແລະ ຮຽນຮູ້ກ່ຽວກັບການຜະລິດສື່ລວມທີ່ມີຄວາມລະອຽດສູງພິເສດ, ການຄົ້ນຫາເຕັກໂນໂລຊີຈໍາລອງສະເໝືອນຈິງຂອງສື່ລວມ ແລະ ການຕະຫຼາດໃນສື່ແບບໃໝ່ພາຍໃຕ້ສະພາບຫາງສຽງສັງຄົມ. ນອກຈາກນັ້ນ ຍັງໄດ້ຮຽນຮູ້ພາກທິດສະດີກ່ຽວກັບການຈັບໄດ້ຄຸນຄ່າທີ່ເປັນຕົວນໍາຈາກປະເດັນຮ້ອນ. ການຜະລິດລາຍການ ແລະ ກົນລະຍຸດ ຫຼື ວິທີການ ໃນການເລື່ອງເລົ່າ, ເຕັກນິກການຕັດຕໍ່ວິດີໂອດ້ວຍລະບົບ Avid Media Compeser ແລະ ແນວຄິດສ້າງສັນໃນການຖ່າຍທໍາລາຍການໂທລະພາບ.
ນອກນຈາກຝຶກອົບຮົມຮຽນຮູ້ພາກທິດສະດີແລ້ວ ຜູ້ເຂົ້າຮ່ວມຍັງໄດ້ໄປທັດສະນະ ແລະ ທ່ຽວຊົມກຳແພງເມືອງຈີນອັນສະຫງ່າງາມ, ຢ້ຽມຊົມຫໍສົ່ງສັນຍານໂທລະພາບສູນກາງ (Central TV Tower) ເພື່ອສໍາຜັດກັບຄວາມຮຸ່ງເຮືອງທາງດ້ານວັດທະນະທໍາຈີນ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີວິທະຍຸ ແລະ ໂທລະພາບຂອງຈີນ; ລົງເລິກຢ້ຽມຢາມສະຖານີວິທະຍຸ ແລະ ໂທລະພາບ ເສສວນ (Sichuan Radio and Television), ບໍລິສັດ ໂຊເບ (Sobey), ວິທະຍາໄລສື່ສານມວນຊົນ ເສສວນ (Sichuan Media College), ສະຖານີໂທລະພາບ ເສິງຕູ (Chengdu TV International Communication Center) ເພື່ອສັງເກດ ແລະ ຮຽນຮູ້ຢ່າງໃກ້ຊິດກ່ຽວກັບຜົນສໍາເລັດຫຼ້າສຸດຂອງຈີນ ໃນດ້ານນະວັດຕະກໍາເຕັກໂນໂລຊີ, ການເຊື່ອມໂຍງສື່ມວນຊົນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານສາກົນ. ນອກຈາກນີ້ ຍັງໄດ້ໄປຢ້ຽມຢາມ ບ້ານ ຈ້ານຊີ (Zhanqi) ເພື່ອສໍາຜັດກັບຄວາມມີຊີວິດຊີວາຂອງ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການຟື້ນຟູ ແລະ ພັດທະນາຊົນນະບົດ.
ທ່ານ ເຮີ ຕົງໂປ້ (He Dongbo) ກຳມະການພັກ, ຮອງຜູ້ຈັດການທົ່ວໄປ ບໍລິສັດ ວິສະວະກຳ ແລະ ເຕັກໂນໂລຊີການອອກອາກາດ ແລະ ໂທລະພາບສາກົນຈີນ ຈຳກັດ ຫຼື CBIC ກ່າວໃນມື້ປິດຊຸດຝຶກອົບຮົມວ່າ: ຄວາມສໍາເລັດການຝຶກອົບຮົມໃນຄັ້ງນີ້ ບໍ່ແມ່ນຈຸດສິ້ນສຸດ ແຕ່ຫາກແມ່ນຈຸດເລີ່ມຕົ້ນ. ໃນປັດຈຸບັນ, ສື່ມວນຊົນທົ່ວໂລກພວມປະສົບກັບການປ່ຽນແປງຢ່າງເລິກເຊິ່ງ, ເຕັກໂນໂລຊີປັນຍາປະດິດ (AI) ແລະ ການນຳໃຊ້ລະບົບດິຈິຕອນ ພວມປ່ຽນແປງຮູບແບບການສື່ສານ ແລະ ການເຜີຍແຜ່ຂໍ້ມູນຂ່າວສານ. ທ່ານຫວັງຢ່າງຍິ່ງວ່າບັນດາສຳມະນາກອນທຸກຄົນ ຈະນຳເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນຮູ້ໄປຜັນຂະຫຍາຍໃຫ້ກາຍເປັນກຳລັງຂັບເຄື່ອນອັນແຂງແຮງ ໃນການຊຸກຍູ້ການພັດທະນາວຽກງານວິທະຍຸ ແລະ ໂທລະພາບຂອງ ສປປ ລາວ ໃຫ້ມີຄຸນນະພາບສູງ ພ້ອມທັງເປັນຜູ້ເຜີຍແຜ່ ແລະ ຜູ້ຮ່ວມສ້າງ ສາຍມິດຕະພາບ ຈີນ-ລາວ.
ທ່ານ ເຮີ ຕົງໂປ້ ຍັງຫວັງອີກວ່າ: ໃນອະນາຄົດຈະມີການຮ່ວມມືກັນຫຼາຍຂຶ້ນໃນການຝຶກອົບຮົມທັກສະ ແລະ ການຍົກສູງຂີດຄວາມສາມາດດ້ານດິຈິຕອນ ແລະ ປັນຍາປະດິດ ພ້ອມທັງຮ່ວມກັນຄົ້ນຄວ້າຮູບແບບການເຜີຍແຜ່ຂໍ້ມູນຂ່າວສານທີ່ຫຼາກຫຼາຍ ເພື່ອຮັດແໜ້ນມູນເຊື້ອແຫ່ງການແລກປ່ຽນວັດທະນະທຳ ລະຫວ່າງ ຈີນ ແລະ ລາວ ໃຫ້ໝັ້ນຄົງຍິ່ງໆຂຶ້ນ.
ຂ່າວ: ສັກດາວົງ















