Skip to main content

ແຂວງບໍ່ແກ້ວ ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ເອກະພາບທົ່ວປະເທດ ສົກຮຽນ 2025-2026

23/06/2026
ໃນວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ສັນຕິພາບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມີ ທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ທັງເປັນປະທານຄະນະຊີ້ນຳການສອບເສັງຂັ້ນແຂວງ, ທ່ານ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ແລະ ທ່ານ ໄມຊຳ ວິນາວົງ ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ. ພ້ອມນີີ້ ກໍມີບັນດາຄະນະສະເພາະກິດ, ຄະນະຮັບຜິດຊອບ, ກຳມະການຍາມຫ້ອງສອບເສັງ ຕະຫຼອດຮອດນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຮັບຜິດຊອບບັ້ນສອບເສັງໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ນີ້, ທົ່ວແຂວງບໍ່ແກ້ວ ມີໂຮງຮຽນມັດທະຍົມສຶກສາທີ່ມີຊັ້ນ ມ.7 ທັງໝົດ 19 ແຫ່ງ, ມີນັກສອບເສັງເຂົ້າຮ່ວມທັງໝົດ 1,048 ຄົນ, ຍິງ 496 ຄົນ. ສະນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການສອບເສັງ, ທາງຄະນະຮັບຜິດຊອບໄດ້ຈັດຕັ້ງສູນສອບເສັງທັງໝົດ 16 ສູນ ແລະ ແບ່ງອອກເປັນ 52 ຫ້ອງສອບເສັງ. ໃນນັ້ນ ປະກອບມີ: ເມືອງຫ້ວຍຊາຍ 7 ສູນສອບເສັງ, ເມືອງຕົ້ນເຜິ້ງ 2 ສູນສອບເສັງ, ເມືອງເມິງ 2 ສູນສອບເສັງ, ເມືອງປາກທາ 2 ສູນສອບເສັງ ແລະ ເມືອງຜາອຸດົມ 3 ສູນສອບເສັງ.
ສຳລັບວິຊາສອບເສັງໃນສົກຮຽນນີ້ ປະກອບມີ 5 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິຊາວິທະຍາສາດທຳມະຊາດ, ກຸ່ມວິຊາວິທະຍາສາດສັງຄົມ ແລະ ພາສາອັງກິດ. ເຊິ່ງການສອບເສັງດັ່ງກ່າວ ແມ່ນຈະໄດ້ດຳເນີນໄປເປັນເວລາ 3 ວັນ ຄືແຕ່ວັນທີ 17 ຫາ 19 ມິຖຸນາ 2026 ຈຶ່ງຈະສຳເລັດເປັນທາງການ.
ຂ່າວໂດຍ: ບຸນຄົງ ວັນນະສິດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ