ຜົນສຳເລັດການແຂ່ງຂັນ “ທູດພາສາຫວຽດນາມແຫ່ງອະນາຄົດ” ຄັ້ງທີ II ເພື່ອຮັດແໜ້ນມິດຕະພາບ ລາວ-ຫວຽດນາມ
23/06/2026

ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຮ່ວມກັບ ຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດການແຂ່ງຂັນ “ທູດພາສາຫວຽດນາມແຫ່ງອະນາຄົດ” ຄັ້ງທີ II ຂຶ້ນຢ່າງເປັນທາງການ ທີ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງຄຶກຄື້ນ.
ການຈັດການແຂ່ງຂັນໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຝຶກຝົນຫຼໍ່ຫຼອມ, ແລກປ່ຽນຮຽນຮູ້ ແລະ ພັດທະນາທັກສະການນຳໃຊ້ພາສາຫວຽດນາມ ໃຫ້ແກ່ພະນັກງານ ແລະ ເຍົາວະຊົນລາວ. ທັງນີ້ ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດແຫ່ງການຮ່ວມສູ້ຮົບ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂດຍການແຂ່ງຂັນຄັ້ງນີ້ມີ 9 ທີມເຂົ້າຮ່ວມ ທີ່ມາຈາກບັນດາສູນພາສາຫວຽດນາມ ແລະ ສະຖາບັນການສຶກສາຕ່າງໆ ຢູ່ນະຄອນຫຼວງວຽງຈັນ ປະກອບມີ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ໂຮງໝໍສູນກາງກອງທັບ 103, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ, ວິທະຍາໄລເຕັກນິກວິຊາຊີບວຽງຈັນ-ຮ່າໂນ້ຍ, ສູນພາສາຫວຽດນາມ ສະຖາບັນພັດທະນາກຳມະບານລາວ, ສູນພາສາຫວຽດນາມ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ໂຮງຮຽນການເມືອງ-ການປົກຄອງນະຄອນຫຼວງວຽງຈັນ ແລະ ຫ້ອງຮຽນພາສາຫວຽດນາມ ວັດພັດຕິກ ສະມາຄົມຊາວຫວຽດນາມ ປະຈໍານະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານ ຫງວຽນ ມິງເຕິມ ໄດ້ກ່າວເນັ້ນໜັກວ່າ: ພາສາແມ່ນຂົວເຊື່ອມຕໍ່ທີ່ໝັ້ນຄົງທີ່ສຸດລະຫວ່າງປະຊາຊາດ. ສຳລັບສາຍພົວພັນ ລາວ-ຫວຽດນາມ ແລ້ວ, ພາສາຫວຽດນາມບໍ່ພຽງແຕ່ເປັນເຄື່ອງມືໃນການສື່ສານເທົ່ານັ້ນ ແຕ່ຍັງເປັນຂົວເຊື່ອມຕໍ່ແຫ່ງຄວາມຮູ້ສຶກ, ວັດທະນະທຳ, ຄວາມຮູ້ ແລະ ການຮ່ວມມືຢ່າງໃກ້ຊິດ. ໃນໄລຍະທີ່ສາຍພົວພັນລະຫວ່າງສອງປະເທດກຳລັງກ້າວເຂົ້າສູ່ໄລຍະການພັດທະນາໃໝ່ ພາຍໃຕ້ເນື້ອໃນ “ການເຊື່ອມໂຍງຍຸດທະສາດ”, ຊັບພະຍາກອນມະນຸດທີ່ມີຄວາມເຂົ້າໃຈດ້ານພາສາ ແລະ ວັດທະນະທຳຂອງກັນ ແລະ ກັນ ຈະເປັນພື້ນຖານສັງຄົມອັນສຳຄັນ ທີ່ຊ່ວຍຜັນຂະຫຍາຍຄວາມຮັບຮູ້ຮ່ວມຂອງຜູ້ນຳຂັ້ນສູງສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ.
ທ່ານທູດຍັງໄດ້ກ່າວຕື່ມວ່າ: ພະນັກງານ ແລະ ນັກຮຽນລາວທຸກຄົນທີ່ສາມາດນຳໃຊ້ພາສາຫວຽດນາມໄດ້ດີ ປຽບເໝືອນ “ທູດແຫ່ງມິດຕະພາບ” ທີ່ປະກອບສ່ວນເຮັດໃຫ້ມິດຕະພາບອັນເປັນມູນເຊື້ອ ລາວ-ຫວຽດນາມ ນັບມື້ແຕກດອກອອກຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ສະຖານທູດຫວຽດນາມ ຖືເອົາການສະໜັບສະໜູນການຮຽນ-ການສອນພາສາຫວຽດນາມ ເປັນໜຶ່ງໃນໜ້າທີ່ຈຸດສຸມຂອງວຽກງານການທູດວັດທະນະທຳ ແລະ ການຮ່ວມມືດ້ານການສຶກສາ ໂດຍຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເພື່ອຂະຫຍາຍເຄືອຂ່າຍຫ້ອງຮຽນ ແລະ ຍົກສູງຄຸນນະພາບການສິດສອນໃຫ້ກວ້າງຂວາງກວ່າເກົ່າ.
ຜ່ານການແຂ່ງຂັນຜົນປະກົດວ່າ: ລາງວັນຊະນະເລີດ ໄດ້ແກ່ ທີມວິທະຍາຄານການເມືອງປ້ອງກັນຄວາມສະຫງົບ, ຮອງຊະນະເລີດ ທີມຫ້ອງຮຽນພາສາຫວຽດນາມ ວັດພັດຕິກ ແລະ ອັນດັບທີ 3 ຮ່ວມ ແມ່ນອີກ 7 ທີມທີ່ເຫຼືອ ທີ່ໄດ້ສະແດງຄວາມສາມາດຢ່າງໂດດເດັ່ນເຊັ່ນກັນ.
ພາບ-ຂ່າວ: ບົວລະພາ















