ຄະນະປະຈຳພັກ ກະຊວງ ສສກ ເນັ້ນສາມອົງການຈັດຕັ້ງມະຫາຊົນ ຕ້ອງກ້າຄິດ, ກ້າຫັນປ່ຽນ ແລະ ກຳແໜ້ນລະບຽບຫຼັກການພັກ ຢ່າງເຂັ້ມງວດ
ເມື່ອວັນທີ 15 ມິຖຸນາ 2026 ທີ່ສະໂມສອນ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໄດ້ຈັດກອງປະຊຸມພົບປະໂອ້ລົມ ແລະ ສ່ອງແສງລາຍງານວຽກງານຂອງສາມອົງການຈັດຕັ້ງມະຫາຊົນ (ສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຜູ້ຊີ້ນໍາວຽກງານອົງການຈັດຕັັ້ງມະຫາຊົນ, ທັງເປັນເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ມີສະຫາຍປະທານ, ຮອງປະທານ, ເລຂາ, ຮອງເລຂາ, ຄະນະບໍລິຫານງານຂອງສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ແລະ...








