Skip to main content

ປະຖົມລ້ອງລານ ໂຮງຮຽນຕົວແບບດີເດັ່ນດ້ານການຄຸ້ມຄອງບໍລິຫານ ແລະ ການມີສ່ວນຮ່ວມຂອງຊຸມຊົນ

17/06/2026
ການພັດທະນາວຽກງານການສຶກສາຂັ້ນພື້ນຖານ ໂດຍສະເພາະແມ່ນການສຶກສາຊັ້ນປະຖົມ ຖືເປັນເສົາຄ້ຳອັນສຳຄັນໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອຮັບໃຊ້ຊາດໃນອະນາຄົດ. ພາຍໃຕ້ແນວທາງນະໂຍບາຍພັດທະນາການສຶກສາຂອງ ພັກ ແລະ ລັດຖະບານ ໃນໄລຍະໃໝ່, ການສ້າງໂຮງຮຽນໃຫ້ກາຍເປັນ “ໂຮງຮຽນຕົວແບບ” ທີ່ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ມີການບໍລິຫານທີ່ເຂັ້ມແຂງ ຖືເປັນເປົ້າໝາຍຍຸດທະສາດທີ່ສຳຄັນ. ເຖິງຢ່າງໃດກໍຕາມ, ໃນເຂດຊົນນະບົດຫ່າງໄກສອກຫຼີກ ແລະ ເຂດພູດອຍ, ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ການບໍລິຫານໂຮງຮຽນໃຫ້ມີປະສິດທິພາບ ສ່ວນຫຼາຍມັກຈະພົບກັບອຸປະສັກນານາປະການ ບໍ່ວ່າຈະເປັນດ້ານງົບປະມານ, ພື້ນຖານໂຄງລ່າງ ຫຼື ການຂາດແຄນບຸກຄະລາກອນຄູ.
ທ່າມກາງສິ່ງທ້າທາຍເຫຼົ່ານັ້ນ, ໂຮງຮຽນປະຖົມສົມບູນລ້ອງລານ, ເມືອງຄຳ, ແຂວງຊຽງຂວາງ ໄດ້ກາຍເປັນແສງສະຫວ່າງເໝືອນດັ່ງດອກໄຟເຍືອງທາງ ແລະ ເປັນບົດຮຽນອັນລ້ຳຄ່າ ໃຫ້ແກ່ໂຮງຮຽນແຫ່ງອື່ນໆໃນຂອບເຂດທົ່ວປະເທດ. ໂຮງຮຽນແຫ່ງນີ້ບໍ່ພຽງແຕ່ເປັນສະຖານທີ່ສຶກສາຮ່ຳຮຽນຂອງເດັກເທົ່ານັ້ນ, ແຕ່ມັນແມ່ນໝາກຜົນທີ່ເກີດຈາກການປະສານສົມທົບຢ່າງກົມກຽວ ລະຫວ່າງ ວິໄສທັດການບໍລິຫານທີ່ມີປະສິດທິພາບຂອງຄະນະອຳນວຍການ, ຄວາມຮັບຜິດຊອບອັນສູງສົ່ງຂອງຄູ ແລະ ພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງຊຸມຊົນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ). ສະນັ້ນ, ມື້ນີ້ ຈະພາທ່ານໄປເຈາະເລິກເຖິງປັດໄຈທີ່ນຳໄປສູ່ຄວາມສຳເລັດ, ໂຄງສ້າງການບໍລິຫານແບບມີສ່ວນຮ່ວມ ແລະ ບົດຮຽນຕົວຈິງທີ່ເຮັດໃຫ້ໂຮງຮຽນປະຖົມສົມບູນລ້ອງລານ ກາຍເປັນໂຮງຮຽນຕົວແບບດີເດັ່ນລະດັບທ້ອງຖິ່ນ ແລະ ລະດັບຊາດ ໃນປັດຈຸບັນ.
ໂຮງຮຽນປະຖົມສົມບູນລ້ອງລານ ໄດ້ຮັບການສ້າງຕັ້ງຂຶ້ນໃນລະຫວ່າງສົກຮຽນ 1973-1974 ເຊິ່ງຕະຫຼອດໄລຍະເວລາຫຼາຍທົດສະວັດຜ່ານມາ, ໂຮງຮຽນແຫ່ງນີ້ໄດ້ຜ່ານຜ່າການປ່ຽນແປງ ແລະ ວິວັດທະນາການພັດທະນາຢ່າງຕໍ່ເນື່ອງ ໂດຍມີຜູ້ບໍລິຫານ ຫຼື ຜູ້ອຳນວຍການໂຮງຮຽນຜ່ານແຕ່ລະຍຸກແຕ່ລະສະໄໝທັງໝົດ 12 ທ່ານ, ຈົນຮອດປັດຈຸບັນ ພາຍໃຕ້ການນຳພາຂອງ ທ່ານ ບຸນທຽນ ທຳມະວົງແສງ ຜູ້ອຳນວຍການໂຮງຮຽນ ຜູ້ທີ 13 ເຊິ່ງເປັນຜູ້ທີ່ໄດ້ນຳເອົາຫົວຄິດປະດິດສ້າງ ແລະ ຮູບແບບການບໍລິຫານຍຸກໃໝ່ເຂົ້າມາໝູນໃຊ້. ໂຮງຮຽນແຫ່ງນີ້ ຕັ້ງຢູ່ຫ່າງຈາກເທດສະບານເມືອງຄຳ ປະມານ 7.5 ກິໂລແມັດ. ເຊິ່ງຖືເປັນໄລຍະທາງທີ່ຂ້ອນຂ້າງອ່າວໄກ ແລະ ພົບຄວາມຫຍຸ້ງຍາກໃນການຄົມມະນາຄົມ, ແຕ່ໄລຍະທາງດັ່ງກ່າວບໍ່ໄດ້ເປັນອຸປະສັກຕໍ່ການພັດທະນາ. ໂຮງຮຽນດັ່ງກ່າວ ໃຫ້ບໍລິການເຂດການສຶກສາ ຈຳນວນ 3 ບ້ານໃຫຍ່, ມີປະຊາກອນທັງໝົດ 1,345 ຄົນ ຍິງ 664 ຄົນ ແລະ ໃນສົກຮຽນ 2025-2026 ນີ້ ໂຮງຮຽນມີນັກຮຽນທັງໝົດ ຈຳນວນ 131 ຄົນ ຍິງ 64 ຄົນ. ຕົວເລກເຫຼົ່ານີ້ສະແດງໃຫ້ເຫັນເຖິງຂະໜາດຂອງໂຮງຮຽນທີ່ບໍ່ໃຫຍ່ປານໃດ, ແຕ່ມີຄວາມສຳຄັນຢ່າງຍິ່ງຍ້ອນເປັນບ່ອນຮອງຮັບ ແລະ ບົ່ມສອນລູກຫຼານຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນເຂດພູດອຍ ໃຫ້ມີໂອກາດໄດ້ຮັບການສຶກສາຢ່າງສະເໝີພາບ.
ທ່ານ ບຸນທຽນ ທຳມະວົງແສງ ຜູ້ອຳນວຍການໂຮງຮຽນປະຖົມສົມບູນລ້ອງລານ ກ່າວວ່າ: ເມື່ອເວົ້າເຖິງປັດໄຈທີ່ຕັດສິນຄວາມສຳເລັດຂອງໂຮງຮຽນປະຖົມສົມບູນລ້ອງລານ ແມ່ນ “ການບໍລິຫານແບບປະຊາທິປະໄຕ ແລະ ມີສ່ວນຮ່ວມ” ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະອຳນວຍການໂຮງຮຽນ ໂດຍສະເພາະແມ່ນຂ້າພະເຈົ້າເອງ ໃນນາມຜູ້ອຳນວຍການໂຮງຮຽນ ໄດ້ມີການຫັນປ່ຽນການບໍລິຫານຈາກຮູບແບບ “ສັ່ງການຈາກເທິງລົງລຸ່ມ” ມາເປັນ “ການບໍລິຫານຮ່ວມກັນ ລະຫວ່າງ ໂຮງຮຽນ, ອຳນາດການປົກຄອງບ້ານ ແລະ ຊຸມຊົນ”. ເຊິ່ງໂຮງຮຽນໄດ້ມີການຈັດຕັ້ງການປຶກສາຫາລື ແລະ ວາງແຜນພັດທະນາໂຮງຮຽນຮ່ວມກັບອຳນາດການປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ຢ່າງເປັນປົກກະຕິ ບໍ່ວ່າຈະເປັນແຜນການປະຈຳເດືອນ, ປະຈຳໄຕມາດ, ປະຈຳພາກຮຽນ ແລະ ປະຈຳປີ. ວິທີການນີ້ເຮັດໃຫ້ຊຸມຊົນຮູ້ສຶກວ່າ ຕົນເອງແມ່ນ “ເຈົ້າຂອງຮ່ວມ” ຂອງໂຮງຮຽນ ແລະ ມີຄວາມຮັບຜິດຊອບໃນການພັດທະນາ. ພ້ອມນັ້ນ, ທຸກໆແຜນການພັດທະນາ, ງົບປະມານ ແລະ ການປະກອບສ່ວນຂອງຊຸມຊົນ ແມ່ນໄດ້ຮັບການເປີດເຜີຍ ແລະ ປຶກສາຫາລືຢ່າງກົງໄປກົງມາ. ນີ້ຄືກຸນແຈສຳຄັນທີ່ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ພໍ່ແມ່ຜູ້ປົກຄອງໃນການສະໜັບສະໜູນໂຮງຮຽນທັງດ້ານວັດຖຸ, ປັດໄຈ ແລະ ແຮງງານ.
ນອກນັ້ນ, ຊຸມຊົນຍັງບໍ່ໄດ້ລໍຖ້າແຕ່ງົບປະມານສະໜັບສະໜູນຈາກພາກລັດພຽງຢ່າງດຽວ, ແຕ່ໄດ້ຮ່ວມແຮງຮ່ວມໃຈກັນປັບປຸງສະພາບແວດລ້ອມຂອງໂຮງຮຽນໃຫ້ດີຂຶ້ນ ຜ່ານກິດຈະກຳຕົວຈິງ ເຊັ່ນ: ໄດ້ປະກອບສ່ວນແຮງງານ ແລະ ວັດຖຸອຸປະກອນທີ່ຫາໄດ້ຕາມທ້ອງຖິ່ນ ເພື່ອສ້າງຕູບອະເນກປະສົງ 2 ແຫ່ງ ເພື່ອເປັນບ່ອນຮັບປະທານອາຫານທ່ຽງຮ່ວມກັນ ແລະ ເປັນບ່ອນອ່ານໜັງສືຂອງນັກຮຽນໃນຕອນພັກທ່ຽງ; ຊຸມຊົນໄດ້ພ້ອມພຽງກັນມາຂຸດນ້ຳສ້າງພາຍໃນໂຮງຮຽນ ເພື່ອໃຫ້ຄູ ແລະ ນັກຮຽນມີນ້ຳສະອາດຊົມໃຊ້ຢ່າງພຽງພໍ ພາຍຫຼັງທີ່ລະບົບນ້ຳລິນໄດ້ຮັບຄວາມເສຍຫາຍຢ່າງໜັກ ແລະ ໂຮງຮຽນໄດ້ປະສົບບັນຫາຂາດແຄນນ້ຳໃຊ້; ກ່ອນໄຂສົກຮຽນໃໝ່ທຸກໆປີ, ພໍ່ແມ່ປະຊາຊົນຈະມາຮ່ວມກັນຖາງຫຍ້າເດີ່ນ, ສ້ອມແປງຮົ້ວອ້ອມໂຮງຮຽນ ແລະ ອະນາໄມທົ່ວໄປ ເພື່ອຮັບປະກັນໃຫ້ໂຮງຮຽນມີຄວາມພ້ອມ ແລະ ປອດໄພ.
ຄຽງຄູ່ກັນນັ້ນ, ໂຮງຮຽນປະຖົມສົມບູນລ້ອງລານ ຍັງໄດ້ສ້າງລະບົບໂຄງການອາຫານທ່ຽງແບບກຸ້ມຕົນເອງ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນຢ່າງເປັນລະບົບ ຄື: ຜູ້ປົກຄອງປະກອບສ່ວນເຂົ້າສານ ຫຼື ເຂົ້າເປືອກ, ໂຮງຮຽນໄດ້ສົ່ງເສີມການລ້ຽງໄກ່ ແລະ ປູກພືດຜັກສວນຄົວແບບໝູນວຽນ ເຊັ່ນ: ຜັກບົ້ງ, ຜັກກາດ, ຜັກຫົມ. ເຊິ່ງການປູກຝັງນີ້ໄດ້ດຳເນີນໄປຢ່າງຕໍ່ເນື່ອງຕະຫຼອດປີ ແມ່ນແຕ່ໃນໄລຍະພັກພາກຮຽນ ກໍມີການຜັດປ່ຽນກັນມາບົວລະບັດຮັກສາ; ນັກຮຽນຂັ້ນ ປ.4 ແລະ ປ.5 ຈະໄດ້ຜັດປ່ຽນກັນຮ່ວມກັບຄູປະຈຳຫ້ອງ ເພື່ອປຸງແຕ່ງອາຫານທ່ຽງ ໂດຍນຳໃຊ້ຊີ້ນໄກ່ ແລະ ຜັກທີ່ປູກເອງ ເພື່ອຮັບປະກັນທັງດ້ານໂພຊະນາການ ແລະ ສຸຂະອະນາໄມ.
ທ່ານ ທິດພັນທອງ ພອນສີດາ ເລຂາພັກບ້ານແລງ, ທັງເປັນຄະນະພັດທະນາການສຶກສາຂັ້ນບ້ານ ກຸ່ມລ້ອງລານ ໃຫ້ທັດສະນະວ່າ: ວຽກງານການມີສ່ວນຮ່ວມຂອງຊຸມຊົນ ຖືເປັນຈຸດເດັ່ນທີ່ສຸດຂອງໂຮງຮຽນປະຖົມສົມບູນລ້ອງລານ ເຊິ່ງບໍ່ມີໂຮງຮຽນແຫ່ງໃດໃນທົ່ວເມືອງຄຳຈະປຽບທຽບໄດ້ ໂດຍຊຸມຊົນໄດ້ເຂົ້າມາມີບົດບາດຢ່າງຕັ້ງໜ້າໃນທຸກດ້ານຂອງໂຮງຮຽນ ດ້ວຍການລົງຊຸກຍູ້, ປຸກລະດົມ ແລະ ນຳພາພໍ່ແມ່ປະຊາຊົນສົ່ງລູກຫຼານໃນເກນອາຍຸເຂົ້າຮຽນໃຫ້ໄດ້ 100 ສ່ວນຮ້ອຍ. ສິ່ງທີ່ໜ້າອັດສະຈັນທີ່ສຸດແມ່ນອັດຕານັກຮຽນປະລະການຮຽນຢູ່ໂຮງຮຽນແຫ່ງນີ້ແມ່ນເທົ່າກັບ 0% ໂດຍບໍ່ມີນັກຮຽນອອກໂຮງຮຽນກາງປີ ແລະ ບໍ່ມີນັກຮຽນຂາດຮຽນເກີນ 3 ມື້ຕໍ່ອາທິດ ແບບບໍ່ມີເຫດຜົນຈຳເປັນ. ນີ້ຄືໝາກຜົນຂອງການຕິດຕາມຢ່າງໃກ້ຊິດລະຫວ່າງ ຄະນະພັດທະນາການສຶກສາຂັ້ນບ້ານ, ຄູສອນ ແລະ ພໍ່ແມ່ຜູ້ປົກຄອງ.
ທ່ານ ນາງ ເຂັມຄຳ ພົມມະຈັນ ຄູສອນຢູ່ໂຮງຮຽນປະຖົມສົມບູນລ້ອງລານ ເວົ້າວ່າ: ຫາກເວົ້າເຖິງ ຄູ-ອາຈານຂອງພວກເຮົາ ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມເປັນມືອາຊີບ ແລະ ຄວາມເອົາໃຈໃສ່ຢ່າງສູງຕໍ່ກັບການຈັດຕັ້ງການຮຽນ-ການສອນ. ເຊິ່ງກ່ອນການຂຶ້ນຫ້ອງສອນທຸກຄັ້ງ, ຄູສອນທຸກທ່ານຕ້ອງໄດ້ມີການຄົ້ນຄວ້າບົດຮຽນຢ່າງເລິກເຊິ່ງ, ຂຽນບົດສອນຢ່າງລະອຽດ ແລະ ກະກຽມອຸປະກອນການສອນໃຫ້ຄົບຖ້ວນ. ນອກຈາກນັ້ນ, ຍັງໄດ້ນຳໃຊ້ຫຼາກຫຼາຍວິທີການສິດສອນທີ່ແທດເໝາະກັບລະດັບຄວາມຮັບຮູ້ຂອງນັກຮຽນ ເພື່ອເຮັດໃຫ້ນັກຮຽນເຂົ້າໃຈບົດຮຽນໄດ້ງ່າຍ, ໄວ ແລະ ບໍ່ຮູ້ສຶກເບື່ອໜ່າຍ. ພ້ອມນີ້, ຄູສອນ ຍັງໄດ້ມີການຕິດຕາມເບິ່ງນັກຮຽນທີ່ມີພັດທະນາການຊ້າ ຫຼື ຮຽນບໍ່ທັນໝູ່ພາຍໃນຫ້ອງ ເພື່ອຈັດຕັ້ງຫ້ອງຮຽນບຳລຸງ ສອນເພີ່ມໃຫ້ແກ່ນັກຮຽນອ່ອນເປັນປະຈຳທຸກໆມື້ ພາຍຫຼັງສຳເລັດກິດຈະກຳຕອນທ່ຽງ ແລະ ຍັງໄດ້ນັດພົບຜູ້ປົກຄອງ 1 ຄັ້ງຕໍ່ເດືອນ ເພື່ອຮ່ວມກັນປຶກສາຫາລື ແລະ ຊອກຫາແນວທາງແກ້ໄຂບັນຫາຮ່ວມກັນ ເຮັດໃຫ້ຜົນການຮຽນຂອງນັກຮຽນອ່ອນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັນນີ້, ເພື່ອຮັບປະກັນຄຸນນະພາບຂອງຄູສອນ, ໂຮງຮຽນໄດ້ຈັດກິດຈະກຳນິເທດພາຍໃນ ໂດຍການໃຫ້ຄູແຕ່ລະຂັ້ນຮຽນເຂົ້າຮ່ວມໂມງສອນ ແລະ ແລກປ່ຽນບົດຮຽນວິຊາການເຊິ່ງກັນແລະກັນ ເຮັດໃຫ້ຄູທຸກຄົນມີການພັດທະນາວິທີການສິດສອນຢ່າງຕໍ່ເນື່ອງ ແລະ ມີຄວາມສາມາດຂຶ້ນຫ້ອງແທນກັນໄດ້ໃນທຸກຂັ້ນຮຽນ ເມື່ອມີຄູທ່ານໃດທ່ານໜຶ່ງຕິດພາລະກິດຈຳເປັນ.
ນາງ ມິທິດາ ອ່ອນພໍເພັງ ນັກຮຽນຂັ້ນ ປ.5 ໄດ້ເວົ້າວ່າ: “ພວກຫຼານມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມາຮຽນຢູ່ໂຮງຮຽນປະຖົມສົມບູນລ້ອງລານແຫ່ງນີ້ ເພາະມີສະພາບແວດລ້ອມທີ່ດີ ແລະ ເປັນຕາຢູ່ ເພາະນອກຈາກພວກຫຼານໄດ້ຮຽນໜັງສືແລ້ວ ຍັງໄດ້ຝຶກຝົນຫຼັກອະນາໄມ 3 ສະອາດ ດ້ວຍການລ້າງມື ແລະ ຖູແຂ້ວທຸກຄັ້ງຫຼັງກິນເຂົ້າທ່ຽງ, ໄດ້ຮຽນຮູ້ທັກສະການປູກພືດຜັກສວນຄົວ ແລະ ມີໂອກາດສະແດງອອກທາງດ້ານພອນສະຫວັນ ໂດຍສະເພາະແມ່ນກິດຈະກຳສະແດງສິລະປະ-ວັນນະຄະດີ (ການຟ້ອນ) ເຊິ່ງສ້າງຄວາມເບີກບານມ່ວນຊື່ນ ແລະ ດຶງດູດຈິດໃຈໃຫ້ຫຼານ ແລະ ໝູ່ເພື່ອນຢາກມາໂຮງຮຽນທຸກໆມື້”.
ຢ່າງໃດກໍຕາມ, ຕໍ່ຜົນສຳເລັດອັນໂດດເດັ່ນຂອງໂຮງຮຽນປະຖົມສົມບູນລ້ອງລານ ບໍ່ພຽງແຕ່ສ້າງຄວາມເພິ່ງພໍໃຈ ແລະ ຍ້ອງຍໍຊົມເຊີຍພາຍໃນທ້ອງຖິ່ນເທົ່ານັ້ນ, ແຕ່ຍັງໄດ້ຮັບຄວາມເຊື່ອໝັ້ນ ແລະ ຄວາມພາກພູມໃຈເປັນຢ່າງຍິ່ງຈາກພັກ-ລັດຂັ້ນເທິງ. ໂອກາດນີ້, ທ່ານ ນາງ ດາວອນ ເດດວົງສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ແລະ ທ່ານ ແສງຈັນ ດວງບຸບຜາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຄຳ ຕ່າງກໍໄດ້ຢັ້ງຢືນ ແລະ ຕີລາຄາສູງວ່າ ໂຮງຮຽນປະຖົມສົມບູນລ້ອງລານ ຄື “ໂຮງຮຽນຕົວແບບດີເດັ່ນ” ທີ່ທຸກໆໂຮງຮຽນພາຍໃນເມືອງຄຳ ແລະ ທົ່ວແຂວງຊຽງຂວາງ ຄວນຖືເອົາເປັນແບບຢ່າງ ແລະ ມາຖອດຖອນເອົາບົດຮຽນໄປໝູນໃຊ້ເຂົ້າໃນການພັດທະນາໂຮງຮຽນຂອງຕົນໃຫ້ມີທ່າກ້າວດີຂຶ້ນເລື້ອຍໆ.
ຍ້ອນເຫັນໄດ້ຜົນງານຕົວຈິງດັ່ງກ່າວ, ພັກ ແລະ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ຈຶ່ງເຫັນໄດ້ເຖິງຄວາມສຳຄັນ ແລະ ໄດ້ອະນຸມັດງົບປະມານ ຈຳນວນ 15 ຕື້ກວ່າກີບ ເພື່ອສ້າງອາຄານຮຽນຫຼັງໃໝ່, ຫ້ອງປະຊຸມທີ່ທັນສະໄໝ ແລະ ກຳແພງໜ້າທາງຂອງໂຮງຮຽນ ເຊິ່ງໂຄງການດັ່ງກ່າວ ແມ່ນມີກຳນົດກໍ່ສ້າງແຕ່ປີ 2025 ຫາປີ 2027 ຈຶ່ງຈະສຳເລັດ ແລະ ຄາດຈະເປີດນຳໃຊ້ຢ່າງເປັນທາງການ ໃນສົກຮຽນ 2027-2028 ເຊິ່ງຈະເຮັດໃຫ້ໂຮງຮຽນແຫ່ງນີ້ມີຄວາມທັນສະໄໝ, ສວຍງາມ ແລະ ມີຄວາມພ້ອມຮອບດ້ານໃນການບໍລິການ ການສຶກສາລະດັບສູງຂຶ້ນ.
ຢ່າງໃດກໍຕາມ, ຄວາມສຳເລັດຂອງໂຮງຮຽນປະຖົມສົມບູນລ້ອງລານ ບໍ່ໄດ້ເກີດຂຶ້ນຍ້ອນຄວາມບັງເອີນ, ແຕ່ມັນແມ່ນຜົນງານທີ່ໄດ້ຮັບການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການຮ່ວມແຮງຮ່ວມໃຈກັນຢ່າງເປັນລະບົບ ລະຫວ່າງ “ໂຮງຮຽນ, ຊຸມຊົນ ແລະ ນະໂຍບາຍຂອງພັກ-ລັດ” ໂດຍຜູ້ບໍລິຫານເອງ ກໍມີຄວາມເຂັ້ມແຂງ, ມີຄວາມກະຕືລືລົ້ນ, ມີຄວາມໂປ່ງໃສ ແລະ ຮູ້ຈັກວິທີປະສານສົມທົບກັບຊຸມຊົນ ບວກກັບການມີສ່ວນຮ່ວມຂອງຊຸມຊົນ ເພາະການສຶກສາຈະບໍ່ສາມາດພັດທະນາໄດ້ດີ ຖ້າປາສະຈາກການຮ່ວມມື ແລະ ການສະໜັບສະໜູນຮອບດ້ານຈາກຄະນະພັດທະນາການສຶກສາຂັ້ນບ້ານ ແລະ ພໍ່ແມ່ຜູ້ປົກຄອງ. ຄຽງຄູ່ກັນນັ້ນ, ຄູສອນເອງກໍຍັງມີຄວາມຮັບຜິດຊອບ, ມີການຕິດຕາມນັກຮຽນຢ່າງໃກ້ຊິດ ແລະ ພັດທະນາເຕັກນິກການສິດສອນຂອງຕົນເອງຢ່າງຕໍ່ເນື່ອງ.
ຈາກຜົນສຳເລັດອັນພົ້ນເດັ່ນ ແລະ ບົດຮຽນອັນລ້ຳຄ່າ ທີ່ໂຮງຮຽນປະຖົມສົມບູນລ້ອງລານ ເຮັດໄດ້ໃນໄລຍະຜ່ານມານັ້ນ, ມັນໄດ້ກາຍເປັນແບບຢ່າງ ແລະ ເປັນເຂັມທິດເຍືອງທາງທີ່ສຳຄັນ. ສະນັ້ນ, ເພື່ອຜັນຂະຫຍາຍຜົນງານດັ່ງກ່າວ ແລະ ນຳໄປຈັດຕັ້ງປະຕິບັດຢູ່ໂຮງຮຽນແຫ່ງອື່ນໆ ພາຍໃນເມືອງ, ແຂວງ ແລະ ທົ່ວປະເທດ ໃນຕໍ່ໜ້ານັ້ນ, ໂຮງຮຽນຕ່າງໆຄວນນຳເອົາຮູບແບບການຮ່ວມມືວາງແຜນຮ່ວມກັບຄະນະພັດທະນາການສຶກສາຂັ້ນບ້ານຂອງໂຮງຮຽນສົມບູນລ້ອງລານ ໄປໝູນໃຊ້ ດ້ວຍການດຶງດູດໃຫ້ຊຸມຊົນເຂົ້າມາມີສ່ວນຮ່ວມໃນການວາງແຜນ ແລະ ຈັດຕັ້ງປະຕິບັດຕົວຈິງ; ສົ່ງເສີມໂຄງການອາຫານທ່ຽງແບບກຸ້ມຕົນເອງ ເຊັ່ນ: ການປູກຝັງ, ລ້ຽງສັດ ແລະ ການປະກອບສ່ວນເຂົ້າສານຂອງຜູ້ປົກຄອງ ຖືເປັນວິທີການທີ່ດີທີ່ສຸດໃນການແກ້ໄຂບັນຫາໂພຊະນາການຂອງນັກຮຽນໃນເຂດຫ່າງໄກສອກຫຼີກ ໂດຍບໍ່ຕ້ອງລໍຖ້າງົບປະມານພາຍນອກພຽງຢ່າງດຽວ ໄປຄຽງຄູ່ກັບການຕິດຕາມນັກຮຽນແບບໃກ້ຊິດ, ການຈັດຕັ້ງການສອນບຳລຸງ ແລະ ການຕິດຕາມຜົນການຮຽນຮ່ວມກັບຜູ້ປົກຄອງ ຄວນໄດ້ຮັບການຈັດຕັ້ງປະຕິບັດຢູ່ທຸກໂຮງຮຽນ ເພື່ອຮັບປະກັນວ່າ “ບໍ່ມີເດັກນັກຮຽນຄົນໃດຖືກປະລະໄວ້ທາງຫຼັງ”.
ສະຫຼຸບແລ້ວ, ໂຮງຮຽນປະຖົມສົມບູນລ້ອງລານ ບໍ່ພຽງແຕ່ເປັນ “ຄວາມພາກພູມໃຈ” ຂອງພໍ່ແມ່ປະຊາຊົນຊາວບ້ານລ້ອງລານ ກໍຄືຊາວເມືອງຄຳ ແລະ ແຂວງຊຽງຂວາງ ເທົ່ານັ້ນ, ແຕ່ມັນຄື “ບົດຮຽນຕົວຈິງ” ທີ່ຢັ້ງຢືນວ່າ: “ເມື່ອມີການບໍລິຫານທີ່ດີ ແລະ ມີຊຸມຊົນທີ່ເຂັ້ມແຂງ, ການສຶກສາກໍຈະສາມາດກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຕະຫຼອດໄປ”.
ບົດຄວາມໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ