ສກຂ ສະຫວັນນະເຂດ ຮ່ວມກັບ ແຜນງານບີຄວາ ຖອດຖອນບົດຮຽນການຈັດຕັ້ງປະຕິບັດທຶນ CPD ປະຈຳສົກຮຽນ 2025-2026
17/06/2026

ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ມີການເປີດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດທຶນສະໜັບສະໜູນວຽກງານດັ່ງກ່າວ (ສຳລັບກຸ່ມທີ 2) ຢ່າງເປັນທາງການ ເພື່ອເປັນການທົບທວນຄືນ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນໄລຍະ 1 ປີຜ່ານມາ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ນາງ ຄຳມາພອນ ນະສະໄໝ ທີ່ປຶກສາດ້ານການສຶກສາ ແຜນງານບີຄວາ ປະຈຳເຂດບໍລິການ ວິທະຍາໄລຄູສະຫວັນນະເຂດ; ມີຜູ້ເຂົ້າຮ່ວມຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄະນະນຳ ແລະ ທີມງານວິຊາການຈາກຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ເປົ້າໝາຍ 6 ເມືອງ ຄື: ເມືອງທ່າປາງທອງ, ສອງຄອນ, ອາດສະພັງທອງ, ຈຳພອນ, ວິລະບູລີ ແລະ ເມືອງອາດສະພອນ ພ້ອມດ້ວຍຫົວໜ້າທີມວິຊາການ, ທີມຕິດຕາມ-ປະເມີນຜົນ ແລະ ທີມປະສານງານ ຈາກວິທະຍາໄລຄູສະຫວັນນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມວ່າ: ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຢູ່ບັນດາເມືອງເປົ້າໝາຍ ແມ່ນໄດ້ຈັດຕັ້ງປະຕິບັດໂດຍການສະໜັບສະໜູນດ້ານວິຊາການຈາກ ວຄ ສະຫວັນນະເຂດ ແລະ ພາຍໃຕ້ການຊີ້ນຳຂອງພະແນກ ສກຂ ມາໄດ້ 3 ສົກຮຽນແລ້ວ ນັບແຕ່ສົກຮຽນ 2023-2024 ເປັນຕົ້ນມາ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານອົດສະຕຣາລີ ຜ່ານການຈັດຕັ້ງປະຕິບັດຂອງແຜນງານບີຄວາ. ພ້ອມນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກພາກສ່ວນ ເນັ້ນໃສ່ສະພາບຄວາມເປັນຈິງຂອງການລົງຊ່ວຍເຫຼືອໂຮງຮຽນໃນສົກຮຽນ 2025-2026 ວ່າຜົນໄດ້ຮັບເປັນແນວໃດ, ສຶກສານິເທດພາຍໃນ ແລະ ຜູ້ອຳນວຍການໂຮງຮຽນມີຄວາມເຂັ້ມແຂງຂຶ້ນແນວໃດ, ສິ່ງໃດທີ່ສຳເລັດກໍໃຫ້ນຳມາຖອດຖອນເປັນບົດຮຽນ ແລະ ບາງຢ່າງທີ່ເຮັດບໍ່ສຳເລັດ ຫຼື ບໍ່ໄດ້ຈັດຕັ້ງປະຕິບັດ ກໍຂໍໃຫ້ເປີດໃຈສົນທະນາແລກປ່ຽນກັນຢ່າງກົງໄປກົງມາ ເພື່ອຄົ້ນຄວ້າຊອກຫາຊ່ອງທາງແກ້ໄຂທີ່ແທດເໝາະ.
ພ້ອມກັນນັ້ນ ທ່ານປະທານກອງປະຊຸມຍັງໄດ້ສະແດງຄວາມຫວັງຢ່າງຍິ່ງວ່າ ກອງປະຊຸມຄັ້ງນີ້ຈະສາມາດກຳນົດຮູບແບບ ແລະ ວິທີການທີ່ລະອຽດຈະແຈ້ງ ເພື່ອນຳໄປປັບປຸງການຈັດຕັ້ງປະຕິບັດໃນສົກຮຽນ 2026-2027 (ເຊິ່ງເປັນປີທີ 4 ຂອງການໃຫ້ທຶນ) ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມຍືນຍົງຂອງວຽກງານດັ່ງກ່າວໃນຕໍ່ໜ້າ.
ຫຼັງຈາກສຳເລັດການກ່າວໂອ້ລົມ ແລະ ເປີດກອງປະຊຸມຢ່າງເປັນທາງການແລ້ວ, ທ່ານ ນາງ ຄຳມາພອນ ນະສະໄໝ ທີ່ປຶກສາດ້ານການສຶກສາ ແຜນງານບີຄວາ ປະຈຳເຂດບໍລິການ ວິທະຍາໄລຄູສະຫວັນນະເຂດ ກໍໄດ້ສືບຕໍ່ຮັບໜ້າທີ່ເປັນຜູ້ນຳພາກອງປະຊຸມ ເພື່ອນຳສະເໜີວາລະ ແລະ ດຳເນີນການສົນທະນາແລກປ່ຽນທາງດ້ານວິຊາການຢ່າງເປັນທາງການ.
ກອງປະຊຸມດັ່ງກ່າວ ຈະດຳເນີນໄປເປັນເວລາ 5 ວັນເຕັມ ແຕ່ວັນທີ 15 ຫາ 19 ມິຖຸນາ 2026 ເຊິ່ງນອກຈາກການທົບທວນວຽກງານວິຊາການແລ້ວ, ຜູ້ເຂົ້າຮ່ວມຍັງຈະໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນບົດຮຽນກ່ຽວກັບ ການຄຸ້ມຄອງບໍລິຫານວຽກງານ CPD ຂັ້ນເມືອງ, ການສ້າງຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ແລະ ບັນທັດຖານທາງສັງຄົມທີ່ກະທົບຕໍ່ການສຶກສາຊັ້ນປະຖົມ, ຕະຫຼອດຮອດການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການປົກປ້ອງເດັກຂອງຂັ້ນເມືອງຕື່ມອີກ.
ພາບ-ຂ່າວ: ພານຸມາດ ສກຂ ສະຫວັນນະເຂດ















